
ການແຕ່ງຕັ້ງຄັ້ງນີ້ແມ່ນດຳເນີນໄປຕາມການຄົ້ນຄວ້າ ແລະ ປະເມີນຜົນຂອງ ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ໂດຍມີຈຸດປະສົງເພື່ອຍົກສູງບົດບາດ ແລະ ຮັບປະກັນສິດຜົນປະໂຫຍດທາງດ້ານຕຳແໜ່ງວິຊາການ ຂອງຄູສອນໃນຊັ້ນການສຶກສາພື້ນຖານ.

1. ແຕ່ງຕັ້ງຕຳແໜ່ງວິຊາການ ຄູຊຳນານການ
ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 5418/ສສກ ລົງວັນທີ 12 ກັນຍາ 2025 ໄດ້ແຕ່ງຕັ້ງທ່ານ ນາງ ບຸນມີ ວໍລະວົງ ໂຮງຮຽນອະນຸບານມິດຕະພາບ ສະຫວັນນະເຂດ-ກວາງບິງ ນະຄອນໄກສອນ ພົມວິຫານ ດຳລົງຕຳແໜ່ງ ຄູຊຳນານການ.
2. ແຕ່ງຕັ້ງຕຳແໜ່ງວິຊາການ ຄູປະສົບການ
ອີງຕາມ ຂໍ້ຕົກລົງ ສະບັບເລກທີ 5419/ສສກ ລົງວັນທີ 12 ກັນຍາ 2025 ໄດ້ແຕ່ງຕັ້ງຄູ ຊັ້ນການສຶກສາກ່ອນໄວຮຽນຈຳນວນ 12 ທ່ານ ໃຫ້ດຳລົງຕຳແໜ່ງ ຄູປະສົບການ ດັ່ງລຸ່ມນີ້:
- ທ່ານ ນາງ ຂາວພອນ ສຸວັນນະລາດ ໂຮງຮຽນອະນຸບານ ມິດຕະພາບ ສະຫວັນນະເຂດ-ກວາງບິງ ນະຄອນໄກສອນ ພົມວິຫານ
- ທ່ານ ນາງ ຈັນຖະໜອມ ເພັດສົມພອນ ໂຮງຮຽນອະນຸບານມິດຕະພາບ ສະຫວັນນະເຂດ-ກວາງບິງ ນະຄອນໄກສອນ ພົມວິຫານ
- ທ່ານ ນາງ ຄຳວິໄລ ສີຫາວົງ ໂຮງຮຽນອະນຸບານ ມິດຕະພາບ ສະຫວັນນະເຂດ-ກວາງບິງ ນະຄອນໄກສອນ ພົມວິຫານ
- ທ່ານ ນາງ ພັນມະນີ ເດດວົງສາ ໂຮງຮຽນອະນຸບານ ມິ່ງມຸງຄຸນ ນະຄອນໄກສອນ ພົມວິຫານ
- ທ່ານ ນາງ ຈັນທອນ ສີນໍລາດ ໂຮງຮຽນອະນຸບານ ມິ່ງມຸງຄຸນ ນະຄອນໄກສອນ ພົມວິຫານ
- ທ່ານ ນາງ ປານທິບ ໄຊຍະວົງ ໂຮງຮຽນອະນຸບານ ມິ່ງມຸງຄຸນ ນະຄອນໄກສອນ ພົມວິຫານ
- ທ່ານ ນາງ ມົນລະດີ ໜຸກຄຳ ໂຮງຮຽນອະນຸບານ ໂພນສະຫວັນ ນະຄອນໄກສອນ ພົມວິຫານ
- ທ່ານ ນາງ ດວງມາລາ ບົວລາວົງ ໂຮງຮຽນອະນຸບານ ນາເຕີຍ ນະຄອນໄກສອນ ພົມວິຫານ
- ທ່ານ ນາງ ວິໄລວອນ ໄຊສົງຄາມ ໂຮງຮຽນອະນຸບານ ໂພນສິມ ນະຄອນໄກສອນ ພົມວິຫານ
- ທ່ານ ນາງ ສິນນະສອນ ອິນທິດາວົງ ໂຮງຮຽນອະນຸບານ ໂພນສິມ ນະຄອນໄກສອນ ພົມວິຫານທ່ານ
- ທ່ານນາງ ເຂັມພອນ ຈັນທະມາລາ ໂຮງຮຽນອະນຸບານ ໂພນສິມ ນະຄອນໄກສອນ ພົມວິຫານ
- ທ່ານ ນາງ ອຸໄລພອນ ຄຳມຸງຄຸນ ໂຮງຮຽນອະນຸບານ ທ່າໂພ ເມືອງ ໄຊພູທອງ

ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວເນັ້ນໃນໂອກາດມອບໃບຢັ້ງຢືນວ່າ: ການແຕ່ງຕັ້ງຕຳແໜ່ງວິຊາການໃນຄັ້ງນີ້ແມ່ນສະແດງເຖິງ ການເອົາໃຈໃສ່ຕໍ່ວຽກງານພື້ນຖານອັນສຳຄັນຂອງຊາດ ແລະ ເປັນການຮັບຮູ້ຕໍ່ຜົນງານຄວາມສາມາດທາງດ້ານວິຊາສະເພາະ ຂໍໃຫ້ຄູ-ອາຈານທຸກທ່ານຈົ່ງສືບຕໍ່ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ເພື່ອພັດທະນາການສຶກສາຂອງແຂວງໃຫ້ມີຄຸນນະພາບຍິ່ງຂຶ້ນ.
