ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ປະກາດສັບຊ້ອນ ແລະ ໝູນວຽນໜ້າທີ່ ພະນັກງານລັດຖະກອນ

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ປະກາດສັບຊ້ອນ ແລະ ໝູນວຽນໜ້າທີ່ ພະນັກງານລັດຖະກອນ

📢 ແຈ້ງການ & ປະກາດ
📅 ວັນທີ: 9 ມັງກອນ 2026

ໃນຕອນບ່າຍວັນທີ 9 ມັງກອນ 2026 ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງ ສັບຊ້ອນ ແລະ ໝູນວຽນໜ້າທີ່ຂອງພະນັກງານລັດຖະກອນ ພາຍໃນພະແນກ. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ມີບັນດາຄະນະພະແນກ, ຫົວໜ້າຂະແໜງກ...

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ພິທີປະກາດສັບຊ້ອນ ແລະ ໝູນວຽນໜ້າທີ່ ພະນັກງານລັດຖະກອນ

ໃນພິທີ ໄດ້ມີການຜ່ານຂໍ້ຕົກລົງ ວ່າດ້ວຍການສັບຊ້ອນ ແລະ ຈັດວາງບຸກຄະລາກອນຄືນໃໝ່ ການສັບຊ້ອນໃນຄັ້ງນີ້ ມີຈຸດປະສົງເພື່ອປັບປຸງກົງຈັກການຈັດຕັ້ງ ຂອງພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ມີຄວາມເຂັ້ມແຂງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ອີກທັງເປັນການສ້າງເງື່ອນໄຂໃຫ້ພະນັກງານ ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ສ້າງປະສົບການໃນໜ້າທີ່ວຽກງານຕົວຈິງຫຼາຍດ້ານ ເພື່ອຂັບເຄື່ອນວຽກງານການສຶກສາຂອງແຂວງ ໃຫ້ມີປະສິດທິພາບສູງຂຶ້ນ.

ບັນຍາກາດໃນພິທີປະກາດການຈັດຕັ້ງ
ຜູ້ເຂົ້າຮ່ວມພິທີປະກາດການຈັດຕັ້ງ

ໃນໂອກາດນີ້ ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ພະນັກງານທີ່ໄດ້ຮັບການສັບຊ້ອນໜ້າທີ່ໃໝ່ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ສຶກສາຮຽນຮູ້ວຽກງານໃໝ່ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອພ້ອມກັນປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ຂອງແຂວງສະຫວັນນະເຂດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ທ່ານ ປອ ສຸກສົມພອນ ອະໂນໄທ ໂອ້ລົມໃນພິທີ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ