ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຈັດກິດຈະກຳສົ່ງເສີມຄວາມຮູ້ກ່ຽວກັບ ພາລະກິດ ປະທານ ໄກສອນ ພົມວິຫາ

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຈັດກິດຈະກຳສົ່ງເສີມຄວາມຮູ້ກ່ຽວກັບ ພາລະກິດ ປະທານ ໄກສອນ ພົມວິຫານ

🏛️ ການເຄື່ອນໄຫວ
📅 ວັນທີ: 26 ທັນວາ 2025

ໃນວັນທີ 26 ທັນວາ 2025 ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດການແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບຊີວິດການເຄື່ອນໄຫວການປະຕິວັດ ຂອງປະທານ ໄກສອນ ພົມວິຫານ ແລະ ພາລະກິດປົດປ່ອຍຊາດ ຂຶ້ນຢ່າງເປັນທາງການ ທີ່ຫໍວັດທະນະທຳ ໄກສອນ ພົມວິຫານ ເພື່ອເປັນການສ້າງຂະບວນການຄຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຂອງຊາດ.

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ກິດຈະກຳສົ່ງເສີມຄວາມຮູ້ກ່ຽວກັບ ພາລະກິດ ປະທານ ໄກສອນ ພົມວິຫານ

ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມຈາກການນຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍມີ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເປັນປະທານກ່າວເປີດພິທີ. ພ້ອມກັນນັ້ນ ຍັງໄດ້ຮັບກຽດຈາກ ທ່ານ ນາງ ດັງ ຖິ ຫາຍ ເຕີມ (Dang Thi Hai Tam) ຫົວໜ້າສະຖານກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກ ສກຂ, ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກ ສກຂ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ບັນຍາກາດພິທີ

ກິດຈະກຳໄດ້ເລີ່ມຕົ້ນດ້ວຍການສະແດງສິລະປະວັນນະຄະດີຈາກນ້ອງນ້ອຍ ໂຮງຮຽນປະຖົມສຸນັນທາ ແລະ ນັກຮຽນຈາກ ໂຮງຮຽນ ສມ ມິດຕະພາບ ລາວ-ຫວຽດ. ໃນວາລະພິທີການ ທ່ານ ອຳພອນ ຂາວເພຍສຸພົມ ໄດ້ຂຶ້ນສະເໜີຄວາມເປັນມາ ແລະ ຈຸດປະສົງຂອງກິດຈະກຳ ເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈເລິກເຊິ່ງເຖິງຄວາມໝາຍຄວາມສຳຄັນຂອງງານ ຕໍ່ມາ ທ່ານ ທະວີສັກ ຄຳມຸງຄຸນ ຮອງຫົວໜ້າຂະແໜງສາມັນສຶກສາ ໄດ້ຂຶ້ນຜ່ານກົດລະບຽບ ແລະ ວິທີການແຂ່ງຂັນຢ່າງລະອຽດ ຫຼັງຈາກນັ້ນ, ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ມີຄຳເຫັນໂອ້ລົມ ແລະ ກ່າວເປີດພິທີຢ່າງເປັນທາງການ ໂດຍເນັ້ນໜັກໃຫ້ເຍົາວະຊົນລາວ ຈົ່ງເອົາໃຈໃສ່ສຶກສາຮຽນຮູ້ປະຫວັດສາດ ແລະ ນຳເອົາແບບຢ່າງອັນດີງາມຂອງຜູ້ນຳ ໄປປະຕິບັດໃນຊີວິດປະຈຳວັນ.

ການແຂ່ງຂັນ ຖາມ-ຕອບ

ການແຂ່ງຂັນດຳເນີນໄປຢ່າງເຂັ້ມຂຸ້ນພາຍໃຕ້ການດຳເນີນລາຍການຂອງ ອາຈານ ກໍລະກົດ ລັດຖະສິງ ໂດຍມີຕົວແທນນັກຮຽນເກັ່ງຈາກ 6 ໂຮງຮຽນເຂົ້າຮ່ວມປະຊັນຄວາມຮູ້ ຮູບແບບການແຂ່ງຂັນແບ່ງອອກເປັນ 4 ຮອບ ຄື: ຮອບເປີດກວ້າງ, ຮອບ 3 ໃນ 6, ຮອບ 1 ແລະ 2 ແລະ ຮອບຕັດສິນ ທີ່ມີການຄິດໄລ່ຄະແນນແບບພິເສດ (ຕອບຖືກໄດ້ 2, ຜິດລົບ 1).

ສະຫຼຸບຜົນການແຂ່ງຂັນ:
- ລາງວັນຊະນະເລີດ: ໄດ້ແກ່ ໂຮງຮຽນ ມສ ໂພນສະຫວັນ (ນາງ ແສງຕາວັນ ສີສົມບັດ ແລະ ທ້າວ ກຸນລະເທບ ຊະນະວົງໄຊ) ດ້ວຍຄະແນນລວມ 8 ຄະແນນ.
- ລາງວັນຮອງຊະນະເລີດ ອັນດັບ 1: ໄດ້ແກ່ ໂຮງຮຽນ ສາມັນກິນນອນຊົນເຜົ່າ (ນາງ ລິນທອງ ສີດາຈັນ ແລະ ທ້າວ ຈັນທະສິດ ຈັນທະນູສອນ) ດ້ວຍຄະແນນລວມ 7 ຄະແນນ.
- ລາງວັນຮອງຊະນະເລີດ ອັນດັບ 2: ໄດ້ແກ່ ໂຮງຮຽນ ມສ ອຸດົມວິໄລ (ນາງ ວັນວິສາ ກົ້ງສີໃຄ ແລະ ທ້າວ ພິຈິດພູເງິນ ຄົມທິລາດ) ດ້ວຍຄະແນນລວມ 7 ຄະແນນ.
- ລາງວັນຊົມເຊີຍ: ມີ 3 ໂຮງຮຽນ ໄດ້ແກ່ ໂຮງຮຽນ ສາມັນມິດຕະພາບ ລາວ-ຫວຽດ (ນາງ ສຸນະສັກ ແກ້ວພາວັນ ແລະ ທ້າວ ສຸລະທິນ ໄຊຊະນະ), ໂຮງຮຽນ ມສ ສະຫວັນ (ນາງ ຈັນມີນາ ສິຣິສັກ ແລະ ທ້າວ ສຸກທະຢາ ແສນວິເສດ) ໂດຍໄດ້ຄະແນນເທົ່າກັນຄື 6 ຄະແນນ ແລະ ໂຮງຮຽນ ມປ ສົງ (ສາມະເນນ ຈະເລີນສຸກ ວົງຫາຈັກ ແລະ ສາມະເນນ ຫຼິງ ເທບໄກສອນ) ໄດ້ 4 ຄະແນນ.

ພິທີມອບລາງວັນ

ໃນຕອນທ້າຍ ຄະນະປະທານໄດ້ມອບລາງວັນ ແລະ ໃບຍ້ອງຍໍໃຫ້ແກ່ທີມທີ່ຊະນະ ແລະ ຜູ້ເຂົ້າຮ່ວມທຸກຄົນ ເພື່ອເປັນຂວັນກຳລັງໃຈ. ການຈັດກິດຈະກຳຄັ້ງນີ້ ຖືເປັນນິມິດໝາຍອັນດີໃນການສົ່ງເສີມການຮຽນຮູ້ປະຫວັດສາດນອກຫ້ອງຮຽນ ແລະ ສ້າງເວທີໃຫ້ເຍົາວະຊົນໄດ້ສະແດງຄວາມສາມາດ.

✍️ ຂ່າວ: ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ - PESS Savannakhet

📷 ພາບ: ໜັງສືພິມ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ