ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ເມືອງພະລານໄຊ ຈັດກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງວຽກງານນິເທດພາຍໃນ ພ້ອມເນັ້ນໃຫ້ຄູ IPS ນຳບົດຮຽນໄປຜັນຂ

ເມືອງພະລານໄຊ ຈັດກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງວຽກງານນິເທດພາຍໃນ ພ້ອມເນັ້ນໃຫ້ຄູ IPS ນຳບົດຮຽນໄປຜັນຂະຫຍາຍ

🏛️ ການເຄື່ອນໄຫວ
📅 ວັນທີ: 9 ກຸມພາ 2026

ໃນວັນຈັນທີ 9 ກຸມພາ 2026 ທີ່ ຫ້ອງການສຶກສາທິການ ແລະ ກິລາເມືອງ ພະລານໄຊ ແຂວງສະຫວັນນະເຂດ ໄດ້ຈັດ ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານນິເທດພາຍໃນ ໂມດູນ 1 (ບົດທີ 1) ໃຫ້ແກ່ຄູສອນຊັ້ນປະຖົມສຶກສາ.

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງວຽກງານນິເທດພາຍໃນ ເມືອງພະລານໄຊ

ເຂົ້າຮ່ວມໃນພິທີມີ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ແສງດາວອນ ສວນອຸໄທ ຮອງຫົວໜ້າ ສກມ ພະລານໄຊ ເປັນປະທານຮ່ວມ, ທີມງານຄູຝຶກຈາກ ວິທະຍາໄລຄູ (ວຄສ), ວິຊາການຈາກຂະແໜງການທີ່ກ່ຽວຂ້ອງ ຈາກພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄູສຶກສານິເທດພາຍໃນ ແລະ ສໍາມະນາກອນເຂົ້າຮ່ວມ. ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນງົບປະມານຈາກ ໂຄງການ GPE III (Transforming Education) ເພື່ອແນໃສ່ຍົກລະດັບຂີດຄວາມສາມາດໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ ໃນການຈັດຕັ້ງປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD).

ບັນຍາກາດການຝຶກອົບຮົມ

ໃນໂອກາດນີ້ ທ່ານ ອຳພອນ ຂາວເພຍສຸພົມ ປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ ຄູທີ່ເຮັດໜ້າທີ່ນິເທດພາຍໃນ (IPS) ຈົ່ງຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າ ແລະ ກຳແໜ້ນບົດຮຽນຈາກວິທະຍາກອນ ເພື່ອນຳໄປຖ່າຍທອດ ແລະ ຜັນຂະຫຍາຍຕໍ່ໃຫ້ແກ່ຄູສອນພາຍໃນໂຮງຮຽນ ຫຼື ຂົງເຂດທີ່ຕົນຮັບຜິດຊອບ. ຈຸດປະສົງສຳຄັນແມ່ນເພື່ອຊຸກຍູ້, ຕິດຕາມ ແລະ ຊ່ວຍເຫຼືອຄູສອນ ໃຫ້ສາມາດປັບປຸງການຮຽນ-ການສອນ ໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ.

ການລົງຕິດຕາມສະພາບການຮຽນ-ການສອນ

ພາຍຫຼັງສຳເລັດວາລະກອງປະຊຸມ ຄະນະປະທານ ຍັງໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມສະພາບການຮຽນ-ການສອນ ຢູ່ ໂຮງຮຽນ ປະຖົມສົມບູນ ໂພສີ ເຊິ່ງປັດຈຸບັນ ໂຮງຮຽນດັ່ງກ່າວ ມີນັກຮຽນທັງໝົດ 184 ຄົນ/ຍິງ 95 ຄົນ. ການລົງຢ້ຽມຢາມຄັ້ງນີ້ ເພື່ອເປັນການໃຫ້ກຳລັງໃຈແກ່ຄູ-ອາຈານ ແລະ ນັກຮຽນ ໃນການສືບຕໍ່ປະຕິບັດໜ້າທີ່ການສິດສອນ ແລະ ຮ່ຳຮຽນໃຫ້ບັນລຸຕາມຄາດໝາຍ.

ການລົງຢ້ຽມຢາມໂຮງຮຽນປະຖົມສົມບູນ ໂພສີ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ