ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ການນຳແຂວງສະຫວັນນະເຂດ ແລະ ພະແນກ ສກຂ ລົງຊຸກຍູ້ວັນໄຂສົກຮຽນໃໝ່ ພ້ອມມອບອຸປະກອນການສຶກສາ ຢູ່ໂຮງຮຽນ ມສ ຊົນເຜ

ການນຳແຂວງສະຫວັນນະເຂດ ແລະ ພະແນກ ສກຂ ລົງຊຸກຍູ້ວັນໄຂສົກຮຽນໃໝ່ ພ້ອມມອບອຸປະກອນການສຶກສາ ຢູ່ໂຮງຮຽນ ມສ ຊົນເຜົ່າເມືອງເຊໂປນ

🏛️ ການເຄື່ອນໄຫວ
📅 ວັນທີ: 1 ກັນຍາ 2026

ການນຳແຂວງສະຫວັນນະເຂດ ແລະ ພະແນກ ສກຂ ລົງຊຸກຍູ້ວັນໄຂສົກຮຽນໃໝ່ ພ້ອມມອບອຸປະກອນການສຶກສາ ຢູ່ໂຮງຮຽນ ມສ ຊົນເຜົ່າເມືອງເຊໂປນ

ຮູບປະກອບ

=================

ຮູບປະກອບ

ໃນວັນທີ 1 ກັນຍາ 2026 ຜ່ານມານີ້ ທ່ານ ນາງ ດາວວອນ ໄຊສຸລຽນ ປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ພ້ອມດ້ວຍ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ ຕະຫຼອດຮອດຄະນະນຳຂັ້ນແຂວງ ໄດ້ລົງເຄື່ອນໄຫວມອບອຸປະກອນການຮຽນ-ການສອນ ແລະ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ ປະຈຳສົກປີ 2026-2027 ທີ່ໂຮງຮຽນມັດທະຍົມສົມບູນຊົນເຜົ່າເມືອງເຊໂປນ ໂດຍການຮ່ວມເດີນທາງຂອງ ທ່ານ ຈັນທະລາ ພາມີສິດ ກຳມະການພັກແຂວງ ເລຂາພັກເມືອງເຊໂປນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຮູບປະກອບ

.

ຮູບປະກອບ

ໃນພິທີ ທ່ານ ຄອນຄຳ ພູໄຊຍະເສນ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນຊົນເຜົ່າເມືອງເຊໂປນ ໄດ້ລາຍງານສະພາບລວມຂອງໂຮງຮຽນ ເຊິ່ງຕັ້ງຢູ່ບ້ານອຸດົມສຸກ ເທສະບານເມືອງເຊໂປນ ສ້າງຕັ້ງຂຶ້ນໃນປີ 1993 ມີເນື້ອທີ່ທັງໝົດ 50.032 ຕາແມັດ. ປັດຈຸບັນ ມີຄູ-ອາຈານທັງໝົດ 40 ຄົນ ຍິງ 34 ຄົນ. ສຳລັບສົກຮຽນ 2026-2027 ໂຮງຮຽນຄາດຄະເນຈະມີນັກຮຽນທັງໝົດ 1.051 ຄົນ ຍິງ 477 ຄົນ (ໃນນີ້ເປັນນັກຮຽນໄດ້ເບ້ຍລ້ຽງ 476 ຄົນ) ເຊິ່ງມາຮອດປັດຈຸບັນມີນັກຮຽນມາຈົດຊື່ເຂົ້າຮຽນແລ້ວ 856 ຄົນ ຍິງ 390 ຄົນ.

ຮູບປະກອບ

.

ຮູບປະກອບ

ດ້ານພື້ນຖານໂຄງລ່າງ ໂຮງຮຽນມີອາຄານທັງໝົດ 13 ຫຼັງ (ຖາວອນ 9 ຫຼັງ ແລະ ເຄິ່ງຖາວອນ 4 ຫຼັງ) ໃນນັ້ນເປັນອາຄານຮຽນ 6 ຫຼັງ ແລະ ໄດ້ກຳນົດຫ້ອງຮຽນຕົວຈິງ 25 ຫ້ອງ ແຕ່ຊັ້ນ ມ.1 ເຖິງ ມ.7 ເຊິ່ງສາມາດຮອງຮັບນັກຮຽນໄດ້ປະມານ 1.000 ກວ່າຄົນ ໂດຍໄດ້ສຳເລັດການແຕ່ງຕາຕະລາງການຮຽນ-ການສອນ 100% ເປັນທີ່ຮຽບຮ້ອຍແລ້ວ. ນັກຮຽນສ່ວນໃຫຍ່ແມ່ນມາຈາກເຂດບໍລິການເຊັ່ນ: ປະຖົມອຸດົມສຸກ, ທ່າໂຂ່ງ, ບ້ານເຊໂປນ ແລະ ມ.ຕ ເມືອງຈັນ ນອກນີ້ຍັງມີນັກຮຽນຈຳນວນໜຶ່ງທີ່ຍົກຍ້າຍມາຈາກຕ່າງເມືອງ ແລະ ຕ່າງແຂວງ.

ຮູບປະກອບ

.

ຮູບປະກອບ

ໂອກາດດັ່ງກ່າວ ທ່ານ ນາງ ດາວວອນ ໄຊສຸລຽນ ພ້ອມຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມສະພາບການຮຽນ-ການສອນຕົວຈິງ ພ້ອມທັງຮັບຟັງການລາຍງານ ແລະ ຂໍ້ສະເໜີຕ່າງໆຈາກຄະນະອຳນວຍການ ເພື່ອຮ່ວມກັນຫາວິທີປັບປຸງແກ້ໄຂໃຫ້ວຽກງານການສຶກສາມີຄຸນນະພາບດີຂຶ້ນ. ພ້ອມດຽວກັນນັ້ນ ຍັງໄດ້ມອບອຸປະກອນການສຶກສາ-ກິລາ ແລະ ເຄື່ອງອຸປະໂພກບໍລິໂພກທີ່ໄດ້ຮັບການສະໜັບສະໜູນຈາກພາກສ່ວນຕ່າງໆ ເຊັ່ນ: ປຶ້ມຂຽນ, ບານສົ່ງ, ບານເຕະ, ກະຕໍ້, ເຂົ້າສານ ແລະ ງົບປະມານຈຳນວນ 10.000.000 ກີບ ໃຫ້ແກ່ໂຮງຮຽນ ເພື່ອນຳໃຊ້ເຂົ້າໃນການຊຸກຍູ້ວຽກງານການສຶກສາ ແລະ ບູລະນະຮັກສາໂຮງຮຽນ.

ຮູບປະກອບ

.

ຮູບປະກອບ

ຕອນທ້າຍ ທ່ານ ນາງ ດາວວອນ ໄຊສຸລຽນ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະໜ່ວຍພັກ ຄະນະອຳນວຍການ ຄູ-ອາຈານ ແລະ ນ້ອງນັກຮຽນ ໃຫ້ສືບຕໍ່ເອົາໃຈໃສ່ຍົກສູງຄຸນນະພາບວິຊາການ ສູ້ຊົນສ້າງຜົນງານໃຫ້ດີຂຶ້ນ. ທ່ານໄດ້ເນັ້ນໜັກໃຫ້ຄູ-ອາຈານ ເອົາໃຈໃສ່ສິດສອນ ແລະ ສຶກສາອົບຮົມແນວຄິດນັກຮຽນໃຫ້ຮູ້ເຄົາລົບລະບຽບວິໄນ ຫ່າງໄກຈາກອະບາຍຍະມຸກ ແລະ ສິ່ງເສບຕິດ ພ້ອມທັງສ້າງໃຫ້ນັກຮຽນມີຄຸນສົມບັດ ແລະ ທັກສະທີ່ດີ. ສຳລັບນ້ອງນັກຮຽນ ແມ່ນໃຫ້ຕັ້ງໃຈສຶກສາຮ່ຳຮຽນ ຟັງຄຳສັ່ງສອນຂອງຄູ-ອາຈານ ຫຼີກເວັ້ນການນຳໃຊ້ໂທລະສັບໃນເວລາຮຽນ ບໍ່ປະລະການຮຽນ ແລະ ສູ້ຊົນຮຽນໃຫ້ຈົບເພື່ອນຳເອົາຄວາມຮູ້ໄປພັດທະນາຕົນເອງ ຄອບຄົວ ແລະ ປະເທດຊາດໃນອະນາຄົດ.

ຮູບປະກອບ

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ