ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ການນຳແຂວງສະຫວັນນະເຂດ ແລະ ພະແນກ ສກຂ ລົງຊຸກຍູ້ວັນໄຂສົກຮຽນໃໝ່ ຢູ່ໂຮງຮຽນກິນນອນຊົນເຜົ່າໄຊພູວຽງ ເມືອງພີນ

ການນຳແຂວງສະຫວັນນະເຂດ ແລະ ພະແນກ ສກຂ ລົງຊຸກຍູ້ວັນໄຂສົກຮຽນໃໝ່ ຢູ່ໂຮງຮຽນກິນນອນຊົນເຜົ່າໄຊພູວຽງ ເມືອງພີນ

🏛️ ການເຄື່ອນໄຫວ
📅 ວັນທີ: 1 ກັນຍາ 2026

ການນຳແຂວງສະຫວັນນະເຂດ ແລະ ພະແນກ ສກຂ ລົງຊຸກຍູ້ວັນໄຂສົກຮຽນໃໝ່ ຢູ່ໂຮງຮຽນກິນນອນຊົນເຜົ່າໄຊພູວຽງ ເມືອງພີນ

ຮູບປະກອບ

=================

ຮູບປະກອບ

ໃນວັນທີ 1 ກັນຍາ 2026 ຜ່ານມານີ້ ທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ພ້ອມດ້ວຍ ທ່ານ ອາໂນລາດ ພິມໂວຫານ ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຕະຫຼອດຮອດຄະນະນຳຈາກພະແນກການອ້ອມຂ້າງແຂວງ ແລະ ນັກທຸລະກິດຈຳນວນໜຶ່ງ ໄດ້ເດີນທາງໄປເຂົ້າຮ່ວມພິທີໄຂສົກຮຽນໃໝ່ ປະຈຳສົກປີ 2026-2027 ພ້ອມທັງລົງມອບຊຸດນັກຮຽນ ອຸປະກອນການຮຽນ-ກິລາ ແລະ ເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນ ໃຫ້ແກ່ນ້ອງນັກຮຽນໂຮງຮຽນກິນນອນຊົນເຜົ່າໄຊພູວຽງ ເມືອງພີນ ໂດຍການຮ່ວມເດີນທາງຂອງ ທ່ານ ເກດສະໜາ ບຸດຕະວົງ ປະທານຄະນະກຳມະການປົກຄອງເມືອງພີນ ພ້ອມດ້ວຍອຳນາດການປົກຄອງບ້ານ ຄູ-ອາຈານ ຜູ້ປົກຄອງ ແລະ ນ້ອງນັກຮຽນເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.

ຮູບປະກອບ

.

ຮູບປະກອບ

ໃນພິທີ ໄດ້ຮັບຟັງການລາຍງານສະພາບລວມກ່ຽວກັບການກະກຽມໄຂສົກຮຽນໃໝ່. ໂຮງຮຽນມັດທະຍົມຕອນຕົ້ນສາມັນກິນນອນຊົນເຜົ່າ ແລະ ປະຖົມສົມບູນໄຊພູວຽງ ຕັ້ງຢູ່ບ້ານແກ້ງໄຊ ເຂດກຸ່ມບ້ານທີ 13 ຫ່າງຈາກຕົວເມືອງ 33 ກິໂລແມັດ ເຊິ່ງເປັນໂຮງຮຽນກິນນອນທີ່ເປີດສອນທັງຊັ້ນປະຖົມ ແລະ ມັດທະຍົມ. ປັດຈຸບັນ ມີອາຄານຮຽນ 3 ຫຼັງ ປະກອບມີ 14 ຫ້ອງຮຽນ ສອນນັບແຕ່ຫ້ອງກຽມປະຖົມ ຈົນເຖິງຊັ້ນ ມ.5, ມີຫໍພັກ 3 ຫຼັງ, ເຮືອນຄົວ 1 ຫຼັງ ແລະ ຫ້ອງນ້ຳ 3 ຫຼັງ. ໂຮງຮຽນມີນັກຮຽນທີ່ໄດ້ຮັບອັດຕາເບ້ຍລ້ຽງຂອງລັດ (ແຕ່ຊັ້ນ ມ.1 ຫາ ມ.4) ຈຳນວນ 180 ຄົນ ຍິງ 69 ຄົນ ໃນນີ້ເຂົ້າມານອນໃນຫໍພັກ 114 ຄົນ ຍິງ 38 ຄົນ. ສຳລັບພະນັກງານຄູ-ອາຈານມີທັງໝົດ 14 ຄົນ ຍິງ 7 ຄົນ (ຄູປະຖົມ 4 ຄົນ ແລະ ຄູມັດທະຍົມ 10 ຄົນ).

ຮູບປະກອບ

.

ຮູບປະກອບ

ໂອກາດດັ່ງກ່າວ ທ່ານ ຄຳຜຸຍ ສີບຸນເຮືອງ ພ້ອມຄະນະ ໄດ້ມອບເຄື່ອງຊ່ວຍເຫຼືອລວມມີ: ເຂົ້າສານ 1.400 ກິໂລ, ຊຸດນັກຮຽນ 310 ຊຸດ, ອຸປະກອນການຮຽນ-ກິລາ ແລະ ເຄື່ອງອຸປະໂພກບໍລິໂພກ ພ້ອມທັງມອບເງິນສົດ 10.000.000 ກີບ ເພື່ອຊຸກຍູ້ວຽກງານການສຶກສາ ແລະ ອີກ 10.000.000 ກີບ ສຳລັບປັບປຸງເຮືອນຄົວລວມ. ສຳລັບການຊ່ວຍເຫຼືອໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ເປັນຕົ້ນ: ບໍລິສັດ ພູນທະວີຊັບ ກໍ່ສ້າງ-ສ້ອມແປງຊົນລະປະທານ ແລະ ຕິດຕັ້ງໄຟຟ້າ ຈຳກັດ ມອບປຶ້ມຂຽນ, ອຸປະກອນກິລາ, ມຸ້ງ, ຜ້າຫົ່ມ ແລະ ຕູ້ແຊ່ ລວມມູນຄ່າ 32,8 ລ້ານກວ່າກີບ; ບໍລິສັດ ລາວມີໄຊ ມອບຊຸດຢາຖູແຂ້ວ 180 ຊຸດ, ມຸ້ງ 100 ດາງ ແລະ ຜ້າຫົ່ມ 100 ຜືນ ມູນຄ່າ 28 ລ້ານກີບ; ບໍລິສັດ ລາວມຸງຄຸນ ກໍ່ສ້າງຂົວທາງ ຈຳກັດ ມອບເຂົ້າສານ 1 ໂຕນ, ໝອນ 130 ໜ່ວຍ ແລະ ສາດ 130 ຜືນ ມູນຄ່າ 28 ລ້ານກີບ; ກຸ່ມບໍລິສັດ ສຸລິຍະພາໄຊ ມອບອຸປະກອນການຮຽນ ແລະ ອາຫານແຫ້ງ ມູນຄ່າ 6 ລ້ານກີບ ພ້ອມດ້ວຍ ພະແນກສາທາລະນະສຸກແຂວງ ທີ່ໄດ້ປະກອບສ່ວນຢາສາມັນປະຈຳເຮືອນຈຳນວນໜຶ່ງ.

ຮູບປະກອບ

.

ຮູບປະກອບ

ພ້ອມດຽວກັນນີ້ ທ່ານ ຄຳຜຸຍ ສີບຸນເຮືອງ ຍັງໄດ້ລົງຕິດຕາມສະພາບອາຄານຮຽນ, ຫໍພັກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ພ້ອມທັງສອບຖາມເຖິງການກະກຽມຄວາມພ້ອມໃນການເປີດສົກຮຽນໃໝ່. ຕອນທ້າຍ ທ່ານຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະນຳເມືອງ ອຳນາດການປົກຄອງບ້ານ ຄູ-ອາຈານ ແລະ ນ້ອງນັກຮຽນ ໂດຍເນັ້ນໜັກໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມເຂົ້າໃນວຽກງານການສຶກສາ ຊຸກຍູ້ສົ່ງເສີມໃຫ້ນັກຮຽນເອົາໃຈໃສ່ຕໍ່ການຮ່ຳຮຽນ ແລະ ສະກັດກັ້ນບັນຫາການປະລະການຮຽນຢ່າງເດັດຂາດ ເພື່ອສ້າງໃຫ້ນັກຮຽນມີຄວາມຮູ້ຄວາມສາມາດ ນຳໄປພັດທະນາຕົນເອງ ຄອບຄົວ ແລະ ທ້ອງຖິ່ນໃຫ້ດີຂຶ້ນກວ່າເກົ່າ.

ຮູບປະກອບ

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ