
=================

ໃນວັນທີ 1 ກັນຍາ 2026 ທ່ານ ແສນສັກ ພິມວົງສາ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກແຂວງ ປະທານອົງການກວດກາລັດແຂວງສະຫວັນນະເຂດ ໄດ້ຕາງໜ້າຄະນະບໍລິຫານງານພັກແຂວງ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ ປະຈຳສົກປີ 2026-2027 ຢູ່ທີ່ໂຮງຮຽນສາມັນກິນນອນຊົນເຜົ່າສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມທັງໝົດ 484 ຄົນ ຍິງ 232 ຄົນ.

.

ໃນພິທີ ທ່ານ ສົມຫວັງ ສອນວິຊຽນ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ເລຂາໜ່ວຍພັກ ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າສະຫວັນນະເຂດ ໄດ້ລາຍງານໂດຍສັງເຂບເຖິງສະພາບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນໃນໄລຍະຜ່ານມາ. ສຳລັບສົກຮຽນ 2026-2027 ນີ້ ໂຮງຮຽນມີເປົ້າໝາຍເປີດໂອກາດໃຫ້ລູກຫຼານປະຊາຊົນບັນດາເຜົ່າທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຜູ້ດ້ອຍໂອກາດ ໄດ້ມີໂອກາດເຂົ້າສຶກສາຮ່ຳຮຽນ ເຊິ່ງປີນີ້ໄດ້ຮັບນັກຮຽນທັງໝົດ 715 ຄົນ ຍິງ 341 ຄົນ ໃນນັ້ນມີນັກຮຽນນອນໃນຫໍພັກ 420 ຄົນ ຍິງ 195 ຄົນ ແລະ ນັກຮຽນຄຳປ່າແໜ 23 ຄົນ ຍິງ 11 ຄົນ ພ້ອມທັງໄດ້ຮັບນັກຮຽນນອກແຜນເຊິ່ງເປັນລູກຫຼານປະຊາຊົນບ້ານນາເຊັງ ແລະ ບ້ານໃກ້ຄຽງອີກຈຳນວນ 272 ຄົນ.

.
ຈຸດເດັ່ນຂອງໂຮງຮຽນແມ່ນການຮ່ວມມືກັບໂຮງຮຽນເຕັກນິກ-ວິຊາຊີບສະຫວັນນະເຂດ ຈັດການຮຽນວິຊາຊີບແບບຄູ່ຂະໜານໃນວິຊາຕິດຕັ້ງໄຟຟ້າໃນອາຄານ ແລະ ວິຊາກົນຈັກ ເຊິ່ງໄດ້ສຳເລັດແລ້ວ 2 ຮຸ່ນ ເພື່ອເປັນການສ້າງທັກສະອາຊີບໃຫ້ນັກຮຽນຊົນເຜົ່າສາມາດປະກອບອາຊີບສ້າງລາຍໄດ້ໃຫ້ແກ່ຄອບຄົວພາຍຫຼັງຈົບການສຶກສາ. ໂອກາດດຽວກັນນີ້ ທ່ານ ແສນສັກ ພິມວົງສາ ຍັງໄດ້ມອບອຸປະກອນການຮຽນຈຳນວນໜຶ່ງ ແລະ ງົບປະມານບູລະນະຮັກສາໂຮງຮຽນຈຳນວນ 10.000.000 ກີບ ໃຫ້ແກ່ໂຮງຮຽນຕື່ມອີກ.
.
ຕອນທ້າຍ ທ່ານ ແສນສັກ ພິມວົງສາ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະໜ່ວຍພັກ ຄູ-ອາຈານ ແລະ ນ້ອງນັກຮຽນ ໃຫ້ເອົາໃຈໃສ່ການຮຽນ-ການສອນໃຫ້ໄດ້ຮັບຜົນດີ. ທ່ານໄດ້ເນັ້ນໃຫ້ຄູ-ອາຈານສຶກສາອົບຮົມແນວຄິດນັກຮຽນເປັນປົກກະຕິ ໃຫ້ເຄົາລົບກົດລະບຽບ ຫຼີກເວັ້ນຈາກອະບາຍຍະມຸກ ແລະ ຢາເສບຕິດທຸກຊະນິດ. ພ້ອມທັງຮຽກຮ້ອງໃຫ້ນັກຮຽນຕັ້ງໃຈຮ່ຳຮຽນ ດູດດຶງເອົາຄວາມຮູ້ ທັກສະອາຊີບ ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະເວັ້ນການຫຼິ້ນໂທລະສັບໃນເວລາຮຽນ ຕັ້ງໃຈຟັງຄຳສັ່ງສອນຂອງຄູ-ອາຈານ ແລະ ສູ້ຊົນຮຽນໃຫ້ຈົບເພື່ອນຳເອົາຄວາມຮູ້ໄປພັດທະນາບ້ານເກີດເມືອງນອນ ແລະ ຄອບຄົວຂອງຕົນໃຫ້ດີຂຶ້ນ.
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ