ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຕາງໜ້າຂັ້ນກະຊວງລົງຕິດຕາມຊຸກຍູ້ ແລະ ເປີດຫົວບົດສອບເສັ

ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຕາງໜ້າຂັ້ນກະຊວງລົງຕິດຕາມຊຸກຍູ້ ແລະ ເປີດຫົວບົດສອບເສັງ ວິຊາຄະນິດສາດ ຢູ່ສູ

🏛️ ການເຄື່ອນໄຫວ
📅 ວັນທີ: 19 ມິຖຸນາ 2026

ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຕາງໜ້າຂັ້ນກະຊວງລົງຕິດຕາມຊຸກຍູ້ ແລະ ເປີດຫົວບົດສອບເສັງ ວິຊາຄະນິດສາດ ຢູ່ສູນສອບເສັງ ມ.ສ ໂພນສະຫວັນ

ຮູບປະກອບ

=================

ຮູບປະກອບ

ໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2026 ນີ້ ເຊິ່ງເປັນມື້ສຸດທ້າຍຂອງການດຳເນີນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026. ຢູ່ທີ່ສູນສອບເສັງ ໂຮງຮຽນມັດທະຍົມສົມບູນໂພນສະຫວັນ (ມ.ສ ໂພນສະຫວັນ) ໄດ້ໃຫ້ກຽດຕ້ອນຮັບການລົງມາຕິດຕາມຊຸກຍູ້ ແລະ ເປີດຫົວບົດສອບເສັງຈາກການນຳຂັ້ນກະຊວງ, ຂັ້ນແຂວງ ແລະ ນະຄອນ ຢ່າງໃກ້ຊິດ.

ຮູບປະກອບ

.

ຮູບປະກອບ

ການລົງຕິດຕາມໃນຄັ້ງນີ້ນຳໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ໄຊຍະກອນ ປັນຍາທອງ ຫົວໜ້າພະແນກປະຖົມ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ; ພ້ອມດ້ວຍຄະນະປະທານສູນສອບເສັງ, ອະນຸກຳມະການຍາມຫ້ອງສອບເສັງ, ຄູ-ອາຈານ ແລະ ນ້ອງໆນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ຮູບປະກອບ

.

ຮູບປະກອບ

ຕາງໜ້າຄະນະປະທານສູນສອບເສັງ ໄດ້ລາຍງານໃຫ້ຊາບວ່າ: ຢູ່ສູນສອບເສັງ ມ.ສ ໂພນສະຫວັນ ມີນັກຮຽນເຂົ້າສອບເສັງຈຳນວນທັງໝົດ 294 ນ້ອງ/ຍິງ 153 ນ້ອງ. ໃນນີ້, ແມ່ນນັກຮຽນທີ່ມາຈາກ 3 ໂຮງຮຽນ ຄື: ໂຮງຮຽນ ມ.ສ ໂພນສະຫວັນ, ໂຮງຮຽນສາມັນກິນນອນຊົນເຜົ່າ, ໂຮງຮຽນ ມ.ສ ຊອກ ແລະ ຍັງມີນ້ອງໆນັກຮຽນຊົນເຜົ່າ (ນັກຮຽນທຶນ+ນອກແຜນ) ຮ່ວມສອບເສັງ.

ຮູບປະກອບ

.

ຮູບປະກອບ

ໂອກາດນີ້, ບັນດາທ່ານການນຳຂັ້ນແຂວງ ແລະ ກະຊວງ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການຍາມຫ້ອງສອບເສັງ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຕະຫຼອດໄລຍະການສອບເສັງທີ່ຜ່ານມາດ້ວຍຄວາມຮັບຜິດຊອບສູງ. ພ້ອມທັງໄດ້ໃຫ້ກຳລັງໃຈນ້ອງໆນັກຮຽນທຸກຄົນ ໃຫ້ມີສະຕິ, ມີຄວາມເຊື່ອໝັ້ນຕົນເອງ ແລະ ຕັ້ງໃຈນຳໃຊ້ຄວາມຮູ້ເຂົ້າໃນການແກ້ບົດສອບເສັງວິຊາສຸດທ້າຍໃຫ້ດີທີ່ສຸດ.

ຮູບປະກອບ

.

ຮູບປະກອບ

ຈາກນັ້ນ, ບັນດາທ່ານຄະນະນຳ ກໍໄດ້ຮ່ວມກັນຕັດຊອງເປີດຫົວບົດສອບເສັງ ວິຊາຄະນິດສາດ ເຊິ່ງເປັນວິຊາສຸດທ້າຍຂອງການສອບເສັງໃນສົກຮຽນນີ້ ຢ່າງເປັນທາງການ. ພາຍຫຼັງສຳເລັດການຕັດຫົວບົດແລ້ວ, ຄະນະນຳຍັງໄດ້ລົງຍ່າງຕິດຕາມ ແລະ ກວດກາເບິ່ງຄວາມຮຽບຮ້ອຍໃນການດຳເນີນການສອບເສັງຕົວຈິງຢູ່ແຕ່ລະຫ້ອງສອບເສັງພາຍໃນສູນຕື່ມອີກ ເພື່ອຮັບປະກັນໃຫ້ການສອບເສັງໃນມື້ສຸດທ້າຍນີ້ ດຳເນີນໄປດ້ວຍຄວາມສະຫງົບ, ໂປ່ງໃສ ແລະ ປິດສາກລົງດ້ວຍຜົນສຳເລັດຢ່າງຈົບງາມ.

ຮູບປະກອບ

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ