ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາແຂວງ ສົມທົບກັບ ເມືອງພີນ ຈັດພິທີມອບ-ຮັບອາສາສະໝັກຕະລຸມບອນ ລົງບຳລຸງນັກຮຽນເຂດຫ່າ

ພະແນກສຶກສາທິການ ແລະ ກິລາແຂວງ ສົມທົບກັບ ເມືອງພີນ ຈັດພິທີມອບ-ຮັບອາສາສະໝັກຕະລຸມບອນ ລົງບຳລຸງນັກຮຽນເຂດຫ່າງໄກ ແລະ ນຳນ້ອງຄືນສູ່

🏛️ ການເຄື່ອນໄຫວ
📅 ວັນທີ: 10 ກໍລະກົດ 2026

ພະແນກສຶກສາທິການ ແລະ ກິລາແຂວງ ສົມທົບກັບ ເມືອງພີນ ຈັດພິທີມອບ-ຮັບອາສາສະໝັກຕະລຸມບອນ ລົງບຳລຸງນັກຮຽນເຂດຫ່າງໄກ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ ສົກຮຽນ 2025-2026

ຮູບປະກອບ

=================

ຮູບປະກອບ

ໃນວັນທີ 10 ກໍລະກົດ 2026 ທີ່ຜ່ານມາ ທີ່ເມືອງພີນ ແຂວງສະຫວັນນະເຂດ ໄດ້ມີການຈັດພິທີມອບ-ຮັບອາສາສະໝັກຕະລຸມບອນບຳລຸງນັກຮຽນຢູ່ເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການສຶກສາທິການ ແລະ ກິລາ ແລະ ນຳນ້ອງຄືນສູ່ໂຮງຮຽນໄລຍະພັກແລ້ງ ປະຈຳສົກຮຽນ 2025-2026. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ເກດສະໜາ ບຸດຕະວົງ ປະທານຄະນະກຳມະການປົກຄອງເມືອງພີນ ທັງເປັນຮອງເລຂາພັກເມືອງ, ທ່ານ ປອ ປະສິດທິຜົນ ພອນວັນທາຄະນະປະຈຳ ຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສີສະຫວັນ ມຽງມະນີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ທຳມະລາດ ມະນີວົງ, ຕະຫຼອດຮອດຊາວໜຸ່ມແຂວງ, ຊາວໜຸ່ມເມືອງ, ອຳນາດການປົກຄອງບ້ານ, ຄະນະຜູ້ອຳນວຍການໂຮງຮຽນ ແລະ ນ້ອງໆອາສາສະໝັກເຂົ້າຮ່ວມຢ່າງພ້ອມພຽງ.

ຮູບປະກອບ

.

ຮູບປະກອບ

ໃນພິທີ, ທ່ານ ປອ ປະສິດທິຜົນ ພອນວັນທາ ໄດ້ຂຶ້ນກ່າວລາຍງານແນວຄວາມຄິດ ແລະ ຈຸດປະສົງຂອງໂຄງການ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການປຸກລະດົມກຳລັງແຮງຂອງຊາວໜຸ່ມ ຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ມີຈິດໃຈອາສາສະໝັກ ເພື່ອລົງໄປຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດຢູ່ເຂດຫ່າງໄກສອກຫຼີກ. ໂຄງການນີ້ເກີດຂຶ້ນຈາກຄວາມມຸ່ງຫວັງທີ່ຈະຫຼຸດຜ່ອນຄວາມແຕກໂຕນທາງດ້ານການສຶກສາ, ຊ່ວຍບຳລຸງຄວາມຮູ້ໃຫ້ນ້ອງໆນັກຮຽນທີ່ຍັງຮຽນອ່ອນ ຫຼື ຕາມບໍ່ທັນໝູ່, ສ້າງແຮງຈູງໃຈ ແລະ ປູກຈິດສຳນຶກໃຫ້ເດັກນ້ອຍຮັກການຮຽນຮູ້. ການລົງພື້ນທີ່ໃນຄັ້ງນີ້ ຍັງເປັນການຈັດກິດຈະກຳທີ່ເປັນປະໂຫຍດເພື່ອດຶງດູດ ແລະ ນຳນ້ອງຄືນສູ່ໂຮງຮຽນໃນໄລຍະພັກແລ້ງ ປ້ອງກັນການປະລະການຮຽນ ພ້ອມທັງຊ່ວຍແບ່ງເບົາພາລະຂອງຄູ-ອາຈານໃນເຂດດັ່ງກ່າວ.

ຮູບປະກອບ

.

ຮູບປະກອບ

ພ້ອມດຽວກັນນັ້ນ, ທ່ານ ສີສະຫວັນ ມຽງມະນີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ກໍໄດ້ຂຶ້ນກ່າວລາຍງານສະພາບການສຶກສາພາຍໃນເມືອງພີນ. ສຳລັບໂຄງການດັ່ງກ່າວ ໄດ້ກຳນົດເອົາ 4 ໂຮງຮຽນເປົ້າໝາຍໃນເມືອງພີນ ເຊິ່ງລ້ວນແຕ່ຕັ້ງຢູ່ເຂດທີ່ຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງ ຄື: ໂຮງຮຽນປະຖົມຄຳສະອີ (ຫ່າງຈາກຕົວເມືອງ 31 ກິໂລແມັດ), ໂຮງຮຽນປະຖົມຫ້ວຍຊາຍ (ຫ່າງຈາກຕົວເມືອງ 35 ກິໂລແມັດ), ໂຮງຮຽນປະຖົມຫ້ວຍຫອຍຈັດສັນ (ຫ່າງຈາກຕົວເມືອງ 31 ກິໂລແມັດ) ແລະ ໂຮງຮຽນປະຖົມໄຊພູວຽງ (ຫ່າງຈາກຕົວເມືອງ 36 ກິໂລແມັດ). ໂຄງການນີ້ແນໃສ່ຊ່ວຍເຫຼືອບຳລຸງນັກຮຽນໃນລະດັບຊັ້ນ ປ.3 ຫາ ປ.5 ລວມທັງໝົດ 233 ນ້ອງ ເປັນໄລຍະເວລາ 4 ອາທິດ.

ຮູບປະກອບ

ສຳລັບແຜນການຈັດຕັ້ງປະຕິບັດການຮຽນ-ການສອນຕົວຈິງ, ບັນດານ້ອງໆອາສາສະໝັກຈະໄດ້ນຳໃຊ້ຄູ່ມືແນະນຳການສອນບຳລຸງທີ່ໄດ້ຮັບການຝຶກອົບຮົມມາເປັນຢ່າງດີ ໂດຍຈັດຕາຕະລາງຮຽນໃນພາກເຊົ້າ ແລະ ພາກບ່າຍ ເນັ້ນໜັກໃນ 3 ວິຊາຫຼັກ ຄື: ວິຊາພາສາລາວ, ວິຊາຄະນິດສາດ ແລະ ວິທະຍາສາດ-ສິ່ງແວດລ້ອມ. ສະເພາະການບຳລຸງວິຊາຄະນິດສາດ ຊັ້ນ ປ.3 ແມ່ນຈະໃຊ້ເວລາຮຽນ 10 ຊົ່ວໂມງຕໍ່ອາທິດ ເຊິ່ງຕະຫຼອດແຜນການ 4 ອາທິດ ຈະລົງເລິກທົບທວນພື້ນຖານການຄິດໄລ່ຢ່າງເປັນລະບົບ ຕັ້ງແຕ່ການບວກ, ການລົບ, ການຄູນ ແລະ ການຫານ. ນອກຈາກການຮຽນວິຊາການແລ້ວ, ໃນທຸກໆມື້ຍັງໄດ້ກຳນົດໃຫ້ມີການຈັດກິດຈະກຳນອກຫຼັກສູດ ເພື່ອສ້າງຄວາມເບີກບານມ່ວນຊື່ນ, ຫຼຸດຜ່ອນຄວາມເຄັ່ງຄຽດ ແລະ ສ້າງບັນຍາກາດການຮຽນຮູ້ທີ່ໜ້າສົນໃຈໃຫ້ນ້ອງນັກຮຽນ.

ຮູບປະກອບ

.

ຮູບປະກອບ

ໂອກາດດັ່ງກ່າວ, ທ່ານ ເກດສະໜາ ບຸດຕະວົງ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ທາງອຳນາດການປົກຄອງເມືອງ ຈະໃຫ້ການດູແລ ແລະ ອຳນວຍຄວາມສະດວກໃນທຸກໆດ້ານ ບໍ່ວ່າຈະເປັນການຈັດສັນບ່ອນພັກເຊົາ, ການເດີນທາງ ແລະ ການຮັກສາຄວາມປອດໄພ ໃຫ້ແກ່ນ້ອງໆອາສາສະໝັກຕະຫຼອດໄລຍະເວລາການປະຕິບັດໜ້າທີ່. ພ້ອມກັນນັ້ນ, ຕາງໜ້າຄະນະຜູ້ອຳນວຍການໂຮງຮຽນ ກໍໄດ້ກ່າວຕ້ອນຮັບດ້ວຍຄວາມຍິນດີເປັນຢ່າງຍິ່ງ ແລະ ຢືນຢັນທີ່ຈະເອົາໃຈໃສ່ເບິ່ງແຍງອາສາສະໝັກທຸກຄົນຢ່າງໃກ້ຊິດ.

ຮູບປະກອບ

.

ຮູບປະກອບ

ຈາກນັ້ນ, ຕາງໜ້າອາສາສະໝັກ ນ້ອງ ກອນແກ້ວ ພອນປະສົງ ໄດ້ຂຶ້ນກ່າວຮັບຄຳໂອວາດ ໂດຍໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເປັນສ່ວນໜຶ່ງຂອງໂຄງການອັນມີຄວາມໝາຍຄວາມສຳຄັນນີ້. ພ້ອມທັງໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນວ່າ: "ຈະບຸກບືນ, ສູ້ຊົນ, ຜ່ານຜ່າທຸກອຸປະສັກ, ຈະນຳເອົາຄວາມຮູ້, ຄວາມສາມາດ ແລະ ຄວາມຮັກແພງ ໄປສູ່ນ້ອງໆນັກຮຽນໃນເຂດຫ່າງໄກສອກຫຼີກ ດ້ວຍສະຕິຮັບຜິດຊອບສູງສຸດ".

ຮູບປະກອບ

.

ໃນຕອນທ້າຍຂອງພິທີ, ທ່ານ ອະນຸສອນ ສຸດທິວົງ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ກ່າວຊຸກຍູ້, ໃຫ້ກຳລັງໃຈ ແລະ ຊົມເຊີຍຕໍ່ນ້ຳໃຈເສຍສະຫຼະອັນສູງສົ່ງຂອງບັນດາຊາວໜຸ່ມອາສາສະໝັກທຸກຄົນ. ພ້ອມກັນນີ້, ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຍັງໄດ້ມອບເງິນປະກອບສ່ວນສະໜັບສະໜູນໂຄງການຈຳນວນ 5.000.000 ກີບ ແລະ ທາງຄະນະຊາວໜຸ່ມຕະລຸມບອນ ກໍໄດ້ນຳເອົາອຸປະກອນກິລາຈຳນວນໜຶ່ງມອບໃຫ້ແກ່ຫ້ອງການສຶກສາທິການ ແລະ ກິລາເມືອງພີນ ເພື່ອເປັນທຶນຮອນ ແລະ ອຸປະກອນຊຸກຍູ້ເຂົ້າໃນກິດຈະກຳການຮຽນ-ການສອນ ແລະ ການເຄື່ອນໄຫວຂອງອາສາສະໝັກໃນຄັ້ງນີ້ໃຫ້ບັນລຸຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ