
=================

ໃນວັນທີ 10 ກໍລະກົດ 2026 ທີ່ຜ່ານມາ ສະຫາຍ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການຝຶກລະບຽບການທະຫານ ໃຫ້ແກ່ບັນດາຄູອາສາສະໝັກ ທີ່ປ່ຽນຜ່ານເຂົ້າເປັນລັດຖະກອນປ້ອງກັນຊາດ (ຄູທະຫານ) ປະຈຳປີ 2026 ຢູ່ທີ່ໂຮງຮຽນ ມສ ພີນ.

.

ການລົງເຄື່ອນໄຫວຕິດຕາມຊຸກຍູ້ໃນຄັ້ງນີ້, ໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູລັດຕະນະ ພົມມະຫາໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງພີນ, ພທ ກົງມະນີ ພົມມະວົງ ຫົວໜ້າການທະຫານກອງບັນຊາການທະຫານເມືອງພີນ, ສະຫາຍ ສີສະຫວັນ ມຽງມະນີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຄະນະນຳ, ນາຍທະຫານ, ຄູຝຶກ ແລະ ນັກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.

.

ຊຸດອົບຮົມ-ຫັດແອບດັ່ງກ່າວ ແມ່ນໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 1 ກໍລະກົດ 2026 ທີ່ຜ່ານມາ ເຊິ່ງຈະດຳເນີນໄປເປັນເວລາ 34 ວັນ. ປັດຈຸບັນ, ມີຜູ້ເຂົ້າຮັບການຝຶກອົບຮົມທັງໝົດ 70 ສະຫາຍ ໂດຍໄດ້ຮັບການສິດສອນ-ຝຶກແອບ ຈາກຄູຝຶກທີ່ເປັນອ້າຍນ້ອງທະຫານມືອາຊີບພາຍໃນກອງບັນຊາການທະຫານເມືອງພີນ. ການຝຶກອົບຮົມແມ່ນເນັ້ນໜັກໃສ່ 4 ວຽກງານໃຫຍ່ ຄື: ວຽກງານການທະຫານ, ວຽກງານການເມືອງ, ວຽກງານພະລາທິການ ແລະ ວຽກງານເຕັກນິກ ເພື່ອເປັນການຫຼໍ່ຫຼອມບຸກຄະລາກອນດ້ານການສຶກສາ ໃຫ້ມີລະບຽບແບບແຜນຂອງກອງທັບ ແລະ ກຽມພ້ອມຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ.

.

ໃນໂອກາດອັນມີຄວາມໝາຍນີ້, ສະຫາຍ ອະນຸສອນ ສຸດທິວົງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມຕັ້ງໃຈຂອງນັກອົບຮົມທັງ 70 ສະຫາຍ, ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ຍົກສູງສະຕິດຕໍ່ການຈັດຕັ້ງ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີລະບຽບວິໄນເຂັ້ມງວດ ບົນຈິດໃຈຮັກຊາດ ແລະ ເສຍສະຫຼະ. ນອກຈາກການໂອ້ລົມຊີ້ນຳແລ້ວ, ທ່ານຍັງໄດ້ຖາມໄຖ່ເຖິງສະພາບການຝຶກແອບຕົວຈິງ ແລະ ສອບຖາມຢ່າງໃກ້ຊິດເຖິງຄວາມຮຽກຮ້ອງຕ້ອງການຂອງນັກອົບຮົມ. ເຊິ່ງຜ່ານການສອບຖາມ, ຕາງໜ້ານັກອົບຮົມ ໄດ້ສະເໜີຄວາມຕ້ອງການຢາກໄດ້ຮັບການສະໜັບສະໜູນ ອຸປະກອນກິລາ ເຊັ່ນ: ບານເຕະ, ບານສົ່ງ, ໝາກກະຕໍ້ ແລະ ດອກປີກໄກ່ ເພື່ອນຳໃຊ້ເຂົ້າໃນການຫຼິ້ນກິລາອອກກຳລັງກາຍ ແລະ ສ້າງຄວາມເບີກບານມ່ວນຊື່ນໃນເວລາພັກຜ່ອນຈາກການຝຶກແອບອັນເຄັ່ງຂັດ.

.

ພ້ອມດຽວກັນນີ້, ສະຫາຍ ພູລັດຕະນະ ພົມມະຫາໄຊ ຍັງໄດ້ເນັ້ນຢ້ຳໃຫ້ຄະນະຮັບຜິດຊອບ ແລະ ຄູຝຶກ ສືບຕໍ່ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ ແລະ ຮັບປະກັນຄວາມປອດໄພ 100% ຕະຫຼອດໄລຍະການຝຶກອົບຮົມ ເພື່ອເຮັດໃຫ້ຊຸດອົບຮົມ-ຫັດແອບໃນຄັ້ງນີ້ ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາເມືອງພີນ ກໍຄືປະເທດຊາດ ໃຫ້ມີຄວາມໝັ້ນຄົງຖາວອນ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ