ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຕ້ອນຮັບຄະນະອາສາສະໝັກລະດູແລ້ງ ມະຫາວິທະຍາໄລພາສາຕ່າງປະເທດດານັງ

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຕ້ອນຮັບຄະນະອາສາສະໝັກລະດູແລ້ງ ມະຫາວິທະຍາໄລພາສາຕ່າງປະເທດດານັງ ສ້າງຂະບວນການເຄື່ອນໄຫ

🏛️ ການເຄື່ອນໄຫວ
📅 ວັນທີ: 11 ກໍລະກົດ 2026

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຕ້ອນຮັບຄະນະອາສາສະໝັກລະດູແລ້ງ ມະຫາວິທະຍາໄລພາສາຕ່າງປະເທດດານັງ ສ້າງຂະບວນການເຄື່ອນໄຫວຮັດແໜ້ນສາຍພົວພັນ ລາວ-ຫວຽດນາມ

ຮູບປະກອບ

=================

ຮູບປະກອບ

ໃນວັນທີ 11 ກໍລະກົດ 2026 ທີ່ຜ່ານມາ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ໃຫ້ການຕ້ອນຮັບ ຄະນະອາສາສະໝັກລະດູແລ້ງ ເຊິ່ງເປັນນັກສຶກສາຈາກ ມະຫາວິທະຍາໄລພາສາຕ່າງປະເທດດານັງ ສສ ຫວຽດນາມ ປະຈໍາສົກຮຽນ 2025-2026 ທີ່ເດີນທາງມາເຄື່ອນໄຫວຕັ້ງຄ້າຍ ເພື່ອຮ່ວມແຮງຮ່ວມໃຈເຮັດກິດຈະກຳເພື່ອຊຸມຊົນ, ຝຶກທັກສະພາສາ, ມອບອຸປະກອນການຮຽນ, ໃຫ້ຄຳປຶກສາດ້ານການສຶກສາ ແລະ ແລກປ່ຽນວັດທະນະທຳ ໃນລະຫວ່າງວັນທີ 11 ຫາ 17 ກໍລະກົດ 2026. ໂດຍໃນວັນທີ 11 ກໍລະກົດ 2026 ທາງຄະນະພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ຈັດພິທີຕ້ອນຮັບຄະນະອາສາສະໝັກຢ່າງອົບອຸ່ນ ເພື່ອເປັນການເປີດສາກການເຄື່ອນໄຫວຢ່າງເປັນທາງການ.

ຮູບປະກອບ

,

ຮູບປະກອບ

ຈາກນັ້ນ, ໃນວັນທີ 12 ກໍລະກົດ 2026, ຄະນະການນຳ ແລະ ຜູ້ແທນທັງສອງຝ່າຍ ໄດ້ຮ່ວມກັນເຄື່ອນໄຫວວາລະສຳຄັນ ດ້ວຍການເຂົ້າຮ່ວມວາງກະຕ່າດອກໄມ້ ຢູ່ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ, ຕໍ່ດ້ວຍການວາງກະຕ່າດອກໄມ້ທີ່ ອະນຸສອນສະຖານ ປະທານ ໂຮ່ຈີມິນ ແລະ ເດີນທາງໄປໄຕ້ທູບສະແດງຄວາມເຄົາລົບ ທີ່ເຮືອນປະຫວັດສາດ ທ່ານ ໄກສອນ ພົມວິຫານ. ກິດຈະກຳດັ່ງກ່າວແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພາະເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີຂອງອະດີດຜູ້ນຳທີ່ແສນເຄົາລົບຮັກ ເຊິ່ງເປັນຜູ້ນຳໃນດວງໃຈຂອງປະຊາຊົນ 2 ຊາດ ລາວ-ຫວຽດນາມ ຕະຫຼອດກາລະນານ.

ຮູບປະກອບ

,

ຮູບປະກອບ

ໃຫ້ກຽດນຳພາການເຄື່ອນໄຫວໃນຄັ້ງນີ້ໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ນາງ ບັງອອນ ພິມມະສານ ກຳມະການຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ. ບັນດາຂະແໜງການອ້ອມຂ້າງ-ສູນ ທີ່ຂຶ້ນກັບ ສກຂ, ຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍຄູອາຈານ ໄດ້ເຂົ້າຮ່ວມ.

ຮູບປະກອບ

ທາງດ້ານຄະນະນຳ ແລະ ຜູ້ແທນຝ່າຍຫວຽດນາມ ແມ່ນໄດ້ຮັບກຽດເຂົ້າຮ່ວມໂດຍ ປທ. ເຈິ່ນ ວັນ ແທັງ ຈາກຄະນະພາສາອັງກິດ ເລຂາຄະນະຊາວໜຸ່ມ ທັງເປັນຮອງຫົວໜ້າຄະນະປະຈໍາ ຄະນະຊີ້ນຳການຕັ້ງຄ້າຍ, ທ່ານ ວັນ ບ໋າ ຟູຫງວຽນ ຈາກພະແນກວິທະຍາສາດ ແລະ ຮ່ວມມືສາກົນ ຄະນະປະຈໍາຊາວໜຸ່ມມະຫາວິທະຍາໄລ ທັງເປັນກໍາມະການປະຈໍາ ຄະນະຊີ້ນໍາການຕັ້ງຄ້າຍ, ອາຈານ ຫງວຽນ ວັນ ກ້ຽມ ອາຈານຄະນະສາກົນສຶກສາ ແລະ ອາຈານ ຫງວຽນ ທິ ຫາຍ ລີ້ ພະຍາບານປະຈຳຄະນະ ພ້ອມດ້ວຍ ຕາງໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ.

ຮູບປະກອບ

.

ຮູບປະກອບ

ພາຍຫຼັງສຳເລັດກິດຈະກຳລະນຶກເຖິງອະດີດຜູ້ນຳ, ຄະນະນັກສຶກສາອາສາສະໝັກຈາກ ສສ ຫວຽດນາມ ໄດ້ເດີນທາງເຂົ້າໄປລາຍງານການເຄື່ອນໄຫວຂອງຄະນະ ທີ່ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ.

ຮູບປະກອບ

.

ຮູບປະກອບ

ໃນວາລະສຸດທ້າຍຂອງມື້ ຄະນະການນຳທຸກພາກສ່ວນ ໄດ້ເດີນທາງໄປຮ່ວມກິດຈະກຳປູກຕົ້ນໄມ້ມິດຕະພາບ ຢູ່ທີ່ໂຮງຮຽນສາມັນມິດຕະພາບລາວ-ຫວຽດນາມ. ໃນໂອກາດນີ້, ທ່ານ ແກ່ນຕາ ແກ້ວສະເດືອນ ຜູ້ອໍານວຍການໂຮງຮຽນສາມັນມິດຕະພາບລາວ-ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຈາກທັງສອງຝ່າຍຢ່າງອົບອຸ່ນ. ກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ ແມ່ນເພື່ອເປັນສັນຍະລັກຮັກສາໄວ້ເຊິ່ງມູນເຊື້ອແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຊາວໜຸ່ມ-ເຍົາວະຊົນ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເຕີບໃຫຍ່ງອກງາມຂຽວສົດງົດງາມຕະຫຼອດໄປ.

ຮູບປະກອບ

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ