
=====================

ໃນຕອນເຊົ້າຂອງວັນທີ 14 ກໍລະກົດ ປີ 2026 ນີ້, ໜ່ວຍພັກສົ່ງເສີມວິຊາຊີບ ກິລາ-ກາຍະກຳ ທີ່ຂຶ້ນກັບຮາກຖານພັກ ຫ້ອງການສຶກສາທິການ ແລະ ກິລາ ເມືອງອາດສະພອນ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ສະໄໝສຳຮອງ ຢ່າງເປັນທາງການ ຊຶ່ງຈັດຂຶ້ນຢູ່ທີ່ສະໂມສອນຂອງຫ້ອງການດັ່ງກ່າວ.

.

ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ຖາວອນ ໄຊຍະເຄື່ອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງອາດສະພອນ; ມີຄະນະພັກຮາກຖານ, ເລຂາຄະນະໜ່ວຍພັກ, ຄະນະກຳມະການໜ່ວຍພັກ ພ້ອມດ້ວຍບັນດາສະມາຊິກພັກ ພາຍໃນ 5 ໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກສຶກສາທິການ ແລະ ກິລາ ເມືອງອາດສະພອນ ເຂົ້າຮ່ວມຢ່າງພ້ອມພຽງ.

.

ໃນວາລະພິທີອັນມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ສຸວັນທອນ ຈັນທະວົງ, ຮອງເລຂາຄະນະພັກຮາກຖານ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກ ສະບັບເລກທີ 210/ຄປພ.ມ, ລົງວັນທີ 1 ກໍລະກົດ ປີ 2026. ໃນນີ້, ຄະນະປະຈຳພັກເມືອງຕົກລົງອະນຸມັດຮັບເອົາມະຫາຊົນກ້າວໜ້າ ຂອງໜ່ວຍພັກສົ່ງເສີມວິຊາຊີບ ກິລາ-ກາຍະກຳ ເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ສະໄໝສຳຮອງ ຈຳນວນ 1 ສະຫາຍ ຄື: ສະຫາຍ ນາງ ພົງສະໄໝ ຍົດສົມບັດ.

.

ໂອກາດນີ້, ສະຫາຍ ຖາວອນ ໄຊຍະເຄື່ອງ,ເລຂາຄະນະພັກຮາກຖານ ໄດ້ໃຫ້ກຽດຂຶ້ນມອບມະຕິຕົກລົງສະບັບດັ່ງກ່າວ ໃຫ້ແກ່ສະມາຊິກພັກໃໝ່ ຢ່າງສົມກຽດ.

ພາຍຫຼັງສຳເລັດວາລະການຮັບສະມາຊິກພັກໃໝ່, ໃນພິທີຍັງໄດ້ຮັບຟັງການຜ່ານດຳລັດວ່າດ້ວຍລັດຖະກອນຄູ ທີ່ຕິດພັນກັບວຽກງານກວດກາ ແລະ ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍການສຶກສາ ສະບັບປັບປຸງ ປີ 2025 ຕື່ມອີກ. ທັງນີ້ ກໍເພື່ອສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ແລະ ຍົກສູງຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ກ່ຽວກັບວຽກງານການສຶກສາ ໃຫ້ແກ່ບັນດາສະມາຊິກພັກໃນຂົງເຂດການສຶກສາ.

.

ໃນຕອນທ້າຍຂອງພິທີ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການມີຄຳເຫັນໂອ້ລົມຈາກ ສະຫາຍ ຖາວອນ ໄຊຍະເຄື່ອງ, ເລຂາຄະນະພັກຮາກຖານ ເພື່ອເປັນທິດເຍືອງທາງໃຫ້ແກ່ສະມາຊິກພັກໃໝ່. ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະມາຊິກພັກສຳຮອງໃໝ່ ທີ່ໄດ້ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ມີຄວາມບຸກບືນຫ້າວຫັນ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກມະຫາຊົນ. ພ້ອມດຽວກັນນັ້ນ, ສະຫາຍປະທານ ຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ເຂັ້ມງວດໃນການປະຕິບັດກົດລະບຽບຂອງພັກ, ເອົາໃຈໃສ່ຕໍ່ໜ້າທີ່ວຽກງານ ແລະ ເປັນແບບຢ່າງທີ່ດີ ເພື່ອກ້າວໄປສູ່ການເປັນສະມາຊິກພັກສົມບູນ ທີ່ໂດດເດັ່ນຂອງພັກປະຊາຊົນ ປະຕິວັດລາວ ໃນຕໍ່ໜ້າ.
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ