ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ຄະນະອາສາສະໝັກນັກສຶກສາຫວຽດນາມ ສືບຕໍ່ລົງພື້ນທີ່ໂຮງຮຽນຕ່າງໆ ຈັດການຮຽນ-ການສອນ ແລະ ສ້າງປະໂຫຍດເພື່ອຊຸມຊົນ

ຄະນະອາສາສະໝັກນັກສຶກສາຫວຽດນາມ ສືບຕໍ່ລົງພື້ນທີ່ໂຮງຮຽນຕ່າງໆ ຈັດການຮຽນ-ການສອນ ແລະ ສ້າງປະໂຫຍດເພື່ອຊຸມຊົນ ຢູ່ແຂວງສະຫວັນນະເຂດ

🏛️ ການເຄື່ອນໄຫວ
📅 ວັນທີ: 16 ກໍລະກົດ 2026

ຄະນະອາສາສະໝັກນັກສຶກສາຫວຽດນາມ ສືບຕໍ່ລົງພື້ນທີ່ໂຮງຮຽນຕ່າງໆ ຈັດການຮຽນ-ການສອນ ແລະ ສ້າງປະໂຫຍດເພື່ອຊຸມຊົນ ຢູ່ແຂວງສະຫວັນນະເຂດ

ຮູບປະກອບ

=================

ຮູບປະກອບ

ການເຄື່ອນໄຫວຕັ້ງຄ້າຍຂອງຄະນະອາສາສະໝັກລະດູແລ້ງ ມະຫາວິທະຍາໄລພາສາຕ່າງປະເທດດານັງ ສສ ຫວຽດນາມ ປະຈໍາສົກຮຽນ 2025-2026 ຍັງຄົງສືບຕໍ່ດຳເນີນໄປຢ່າງຟົດຟື້ນ. ໃນລະຫວ່າງວັນຈັນ ທີ 13 ຫາ ວັນພະຫັດ ທີ 16 ກໍລະກົດ 2026 ວາລະການເຄື່ອນໄຫວແມ່ນໄດ້ເນັ້ນໜັກໃສ່ວຽກງານການລົງພື້ນທີ່ໂຮງຮຽນຕ່າງໆ ເພື່ອຈັດການຮຽນ-ການສອນ, ຝຶກທັກສະພາສາຕ່າງປະເທດໃຫ້ແກ່ນັກຮຽນ ແລະ ສ້າງປະໂຫຍດເພື່ອຊຸມຊົນ ເຊິ່ງມີລາຍລະອຽດການລົງພື້ນທີ່ໃນແຕ່ລະວັນດັ່ງນີ້:

ຮູບປະກອບ

- ໃນວັນຈັນ ທີ 13 ກໍລະກົດ 2026 ຄະນະອາສາສະໝັກ ໄດ້ລົງພື້ນທີ່ ໂຮງຮຽນປະຖົມສຸນັນທາ ໂດຍໄດ້ຂຶ້ນຫ້ອງສອນພາສາອັງກິດ ແລະ ພາສາຫວຽດນາມ ຕົວຈິງ, ພ້ອມທັງຈັດກິດຈະກຳນອກຫຼັກສູດ, ມອບອຸປະກອນການຮຽນ ແລະ ມອບຊຸດໂຄງການຊາວໜຸ່ມໃຫ້ແກ່ທ້ອງຖິ່ນ (ບໍລິຈາກປຶ້ມນິທານເກົ່າ, ມອບຕູ້ປຶ້ມຊຸມຊົນ, ສ້ອມແປງໂຕະຕັ່ງທີ່ເປ້ເພ ແລະ ຕົບແຕ່ງມຸມອ່ານປຶ້ມ).

ຮູບປະກອບ

- ວັນອັງຄານ ທີ 14 ກໍລະກົດ 2026 ຄະນະໄດ້ລົງພື້ນທີ່ ໂຮງຮຽນປະຖົມສຸນັນທາ ເພື່ອສອນພາສາ, ຈັດກິດຈະກຳນອກຫຼັກສູດ ແລະ ຮ່ວມແຮງຮ່ວມໃຈເພື່ອຊຸມຊົນ. ພາຍຫຼັງສຳເລັດວຽກງານ ໃນຕອນແລງ ຄະນະຍັງໄດ້ເດີນທາງໄປນະມັດສະການ ພະທາດອີງຮັງ ເຊິ່ງເປັນປູຊະນີຍະສະຖານຄູ່ບ້ານຄູ່ເມືອງ ໂດຍໄດ້ມີການກາບໄຫວ້ຂໍພອນ, ຜູກແຂນ ແລະ ຮຽນຮູ້ຮີດຄອງປະເພນີ-ວັດທະນະທຳອັນດີງາມຂອງທ້ອງຖິ່ນ ພ້ອມທັງທ່ຽວຊົມຕົວເມືອງເກົ່າ.

ຮູບປະກອບ

- ວັນພຸດ ທີ 15 ກໍລະກົດ 2026 ຄະນະໄດ້ສືບຕໍ່ລົງພື້ນທີ່ ໂຮງຮຽນປະຖົມສຸນັນທາ ເພື່ອສືບຕໍ່ວຽກງານການຝຶກທັກສະພາສາຕ່າງປະເທດ, ຈັດກິດຈະກຳນອກຫຼັກສູດ. ຈາກນັ້ນ ໃນຕອນແລງ ໄດ້ເດີນທາງເຂົ້າຢ້ຽມຊົມ ໂຮງຮຽນປະຖົມໄຊຍະພູມ ແລະ ໂຮງຮຽນປະຖົມທ່າແຮ່. ສິ່ງທີ່ໜ້າພາກພູມໃຈ ແລະ ມີຄວາມໝາຍສຳຄັນທາງປະຫວັດສາດຢ່າງຍິ່ງຄື ໂຮງຮຽນທັງ 2 ແຫ່ງດັ່ງກ່າວ ແມ່ນໂຮງຮຽນຫຼັງທຳອິດທີ່ ອະດີດປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເຄີຍໄດ້ເຂົ້າສຶກສາຮໍ່າຮຽນໃນເມື່ອກ່ອນ.

ຮູບປະກອບ

- ເຊົ້າຂອງວັນພະຫັດ ທີ 16 ກໍລະກົດ 2026 ກໍ່ຍັງສືບຕໍ່ລົງພື້ນທີ່ ໂຮງຮຽນປະຖົມສຸນັນທາ ເພື່ອສືບຕໍ່ວຽກງານການຝຶກທັກສະພາສາຕ່າງປະເທດ, ຈັດກິດຈະກຳນອກຫຼັກສູດ.

ຮູບປະກອບ

.

ຮູບປະກອບ

ເພື່ອຮັບປະກັນໃຫ້ການເຄື່ອນໄຫວກິດຈະກຳໃນແຕ່ລະວັນດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ ແລະ ມີປະສິດທິຜົນ, ທາງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ແຕ່ງຕັ້ງຄະນະປະສານງານ ແລະ ຜູ້ຕິດຕາມນຳພາຢ່າງໃກ້ຊິດ ໂດຍມີການສັບປ່ຽນຜູ້ຮັບຜິດຊອບຫຼັກໃນແຕ່ລະມື້.

ຮູບປະກອບ

.

ຮູບປະກອບ

ຜົນສຳເລັດຂອງການເຄື່ອນໄຫວຕັ້ງຄ້າຍອາສາສະໝັກໃນຄັ້ງນີ້ ບໍ່ພຽງແຕ່ສ້າງຜົນໄດ້ຮັບທີ່ເປັນຮູບປະທຳ ໃນການຍົກລະດັບທັກສະພາສາຕ່າງປະເທດ, ການປັບປຸງສະພາບແວດລ້ອມການຮຽນ-ການສອນ ແລະ ການມອບໂອກາດທາງການສຶກສາໃຫ້ແກ່ນ້ອງໆນັກຮຽນຢູ່ແຂວງສະຫວັນນະເຂດເທົ່ານັ້ນ, ແຕ່ຍັງມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງທາງດ້ານປະຫວັດສາດ ແລະ ການທູດປະຊາຊົນ. ກິດຈະກຳດັ່ງກ່າວເປັນການປະກອບສ່ວນອັນສຳຄັນເຂົ້າໃນການສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນຄົນຮຸ່ນໃໝ່ ໃຫ້ໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງມູນເຊື້ອການປະຕິວັດ, ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນລະຫວ່າງ ຊາວໜຸ່ມ-ນັກຮຽນນັກສຶກສາ ຂອງແຂວງສະຫວັນນະເຂດ ແລະ ນະຄອນດານັງ ໃຫ້ນັບມື້ແໜ້ນແຟ້ນ, ງອກງາມ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ.

ຮູບປະກອບ

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ