ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ຟົດຟື້ນງານແລກປ່ຽນວັດທະນະທຳ ລາວ-ຫວຽດນາມ ກ່ອນສືບສານປະເພນີບາສີສູ່ຂວັນ ອຳລາຄະນະອາສາສະໝັກນັກສຶກສາ ຢ່າງອົບ

ຟົດຟື້ນງານແລກປ່ຽນວັດທະນະທຳ ລາວ-ຫວຽດນາມ ກ່ອນສືບສານປະເພນີບາສີສູ່ຂວັນ ອຳລາຄະນະອາສາສະໝັກນັກສຶກສາ ຢ່າງອົບອຸ່ນ.

🏛️ ການເຄື່ອນໄຫວ
📅 ວັນທີ: 19 ກໍລະກົດ 2026

ຟົດຟື້ນງານແລກປ່ຽນວັດທະນະທຳ ລາວ-ຫວຽດນາມ ກ່ອນສືບສານປະເພນີບາສີສູ່ຂວັນ ອຳລາຄະນະອາສາສະໝັກນັກສຶກສາ ຢ່າງອົບອຸ່ນ.

ຮູບປະກອບ

=================

ຮູບປະກອບ

ເພື່ອເປັນການສານຕໍ່ມູນເຊື້ອວັດທະນະທຳ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໂຄງການຕັ້ງຄ້າຍຂອງຄະນະອາສາສະໝັກລະດູແລ້ງ ຈາກມະຫາວິທະຍາໄລພາສາຕ່າງປະເທດດານັງ ສສ ຫວຽດນາມ ປະຈໍາສົກຮຽນ 2025-2026 ທີ່ລົງພື້ນທີ່ເຄື່ອນໄຫວຊ່ວຍເຫຼືອສັງຄົມ ຢູ່ແຂວງສະຫວັນນະເຂດ ໄດ້ປິດສາກລົງຢ່າງຈົບງາມ ດ້ວຍການຈັດກິດຈະກຳແລກປ່ຽນວັດທະນະທຳ ແລະ ພິທີບາສີສູ່ຂວັນຕາມຮີດຄອງປະເພນີອັນດີງາມຂອງລາວ.

ຮູບປະກອບ

.

ຮູບປະກອບ

ພາຍຫຼັງສຳເລັດພາລະກິດການຮຽນ-ການສອນ ແລະ ສ້າງປະໂຫຍດເພື່ອຊຸມຊົນມາເປັນເວລາຫຼາຍວັນ ໃນຕອນບ່າຍຂອງວັນພະຫັດ ທີ 16 ກໍລະກົດ 2026 ຄະນະອາສາສະໝັກ ໄດ້ຮ່ວມກັນຈັດກິດຈະກຳແລກປ່ຽນວັດທະນະທຳ ຫວຽດນາມ - ລາວ ຂຶ້ນທີ່ໂຮງຮຽນສາມັນມິດຕະພາບລາວ-ຫວຽດນາມ. ພາຍໃນງານໄດ້ມີການສະແດງສິລະປະວັນນະຄະດີ ທີ່ສ່ອງແສງໃຫ້ເຫັນເຖິງເອກະລັກທາງດ້ານວັດທະນະທຳຂອງທັງສອງຊາດ ຮ່ວມກັນລະຫວ່າງຊາວໜຸ່ມອາສາສະໝັກຫວຽດນາມ ແລະ ນັກຮຽນລາວພາຍໃນທ້ອງຖິ່ນ ເຊິ່ງເຕັມໄປດ້ວຍບັນຍາກາດແຫ່ງຄວາມຟົດຟື້ນມ່ວນຊື່ນ ແລະ ເປັນການແລກປ່ຽນຮຽນຮູ້ວິຖີຊີວິດເຊິ່ງກັນ ແລະ ກັນ.

ຮູບປະກອບ

.

ຮູບປະກອບ

ຈາກນັ້ນ, ໃນຕອນແລງຂອງມື້ດຽວກັນ ກໍໄດ້ມີການຈັດພິທີບາສີຜູກແຂນ ເຊິ່ງເປັນຮີດຄອງປະເພນີອັນດີງາມຂອງຊາວລາວ ເພື່ອເປັນການອວຍໄຊໃຫ້ພອນ, ສ້າງຂວັນກຳລັງໃຈ ແລະ ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ການອຸທິດຕົນຂອງຄະນະອາສາສະໝັກ. ພ້ອມທັງໄດ້ຮ່ວມພາເຂົ້າສາມັກຄີລ້ຽງສົ່ງ ຢູ່ທີ່ໂຮງຮຽນປະຖົມສຸນັນທາ ດ້ວຍບັນຍາກາດແຫ່ງຄວາມອົບອຸ່ນ ແລະ ຄວາມຜູກພັນອັນແໜ້ນແຟ້ນ.

ຮູບປະກອບ

.

ຮູບປະກອບ

ໃຫ້ກຽດເຂົ້າຮ່ວມໃນພິທີອັນມີຄວາມໝາຍຄວາມສຳຄັນນີ້ ນຳໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ນາງ ບັງອອນ ພິມມະສານ ກຳມະການຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ພ້ອມນີ້ ກໍມີບັນດາຂະແໜງການອ້ອມຂ້າງ-ສູນ ທີ່ຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍຄູອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.

ຮູບປະກອບ

.

ຮູບປະກອບ

ທາງດ້ານຄະນະນຳ ແລະ ຜູ້ແທນຝ່າຍຫວຽດນາມ ແມ່ນໄດ້ຮັບກຽດເຂົ້າຮ່ວມໂດຍ ປທ. ເຈິ່ນ ວັນ ແທັງ ຈາກຄະນະພາສາອັງກິດ ເລຂາຄະນະຊາວໜຸ່ມ ທັງເປັນຮອງຫົວໜ້າຄະນະປະຈໍາ ຄະນະຊີ້ນຳການຕັ້ງຄ້າຍ, ທ່ານ ວັນ ບ໋າ ຟູຫງວຽນ ຈາກພະແນກວິທະຍາສາດ ແລະ ຮ່ວມມືສາກົນ ຄະນະປະຈໍາຊາວໜຸ່ມມະຫາວິທະຍາໄລ ທັງເປັນກໍາມະການປະຈໍາ ຄະນະຊີ້ນໍາການຕັ້ງຄ້າຍ, ອາຈານ ຫງວຽນ ວັນ ກ້ຽມ ອາຈານຄະນະສາກົນສຶກສາ ແລະ ອາຈານ ຫງວຽນ ທິ ຫາຍ ລີ້ ພະຍາບານປະຈຳຄະນະ ພ້ອມດ້ວຍ ຕາງໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ.

ຮູບປະກອບ

.

ຮູບປະກອບ

ໃນໂອກາດອັນມີຄວາມໝາຍຄວາມສຳຄັນນີ້, ທ່ານ ອະນຸສອນ ສຸດທິວົງ ໄດ້ໃຫ້ກຽດກ່າວມີຄຳເຫັນ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງການເຄື່ອນໄຫວວຽກງານອາສາສະໝັກໃນຄັ້ງນີ້. ພ້ອມທັງໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງ ມາຍັງຄະນະນຳ, ຄູອາຈານ ແລະ ນ້ອງໆນັກສຶກສາອາສາສະໝັກ ຈາກມະຫາວິທະຍາໄລພາສາຕ່າງປະເທດດານັງ ທີ່ໄດ້ເສຍສະຫຼະເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະກອບສ່ວນພັດທະນາການສຶກສາ ແລະ ຊ່ວຍເຫຼືອສັງຄົມ ຢູ່ແຂວງສະຫວັນນະເຂດ ເຊິ່ງເປັນການສະແດງໃຫ້ເຫັນເຖິງນ້ຳໃຈມິດຕະພາບອັນດູດດື່ມ ລະຫວ່າງສອງຊາດ ລາວ-ຫວຽດນາມ. ໃນຕອນທ້າຍ ທ່ານຍັງໄດ້ອວຍພອນໄຊອັນປະເສີດ ໃຫ້ແກ່ຄະນະອາສາສະໝັກທຸກສະຫາຍ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

.

ພ້ອມດຽວກັນນັ້ນ, ປທ. ເຈິ່ນ ວັນ ແທັງ ຕາງໜ້າໃຫ້ແກ່ຄະນະອາສາສະໝັກ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການອຳນວຍຄວາມສະດວກໃນທຸກດ້ານ ຈາກອຳນາດການປົກຄອງແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ ລວມເຖິງປະຊາຊົນຊາວແຂວງສະຫວັນນະເຂດ ຕະຫຼອດໄລຍະເວລາທີ່ລົງປະຕິບັດໜ້າທີ່. ທ່ານໄດ້ເນັ້ນໜັກວ່າ ປະສົບການທີ່ໄດ້ຮັບຈາກການລົງພື້ນທີ່ຕົວຈິງ ແລະ ການແລກປ່ຽນວັດທະນະທຳໃນຄັ້ງນີ້ ແມ່ນມີຄຸນຄ່າຢ່າງຍິ່ງສຳລັບນັກສຶກສາຫວຽດນາມ ເຊິ່ງຈະເປັນຂົວຕໍ່ອັນສຳຄັນໃນການສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນຄວາມສາມັກຄີພິເສດ ຫວຽດນາມ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໄປ.

.

ການເຄື່ອນໄຫວຕັ້ງຄ້າຍອາສາສະໝັກໃນຄັ້ງນີ້ ບໍ່ພຽງແຕ່ເປັນການຍົກລະດັບທັກສະພາສາ ແລະ ຊ່ວຍເຫຼືອສັງຄົມເທົ່ານັ້ນ ແຕ່ຍັງເປັນການເຊື່ອມໂຍງທາງດ້ານວັດທະນະທຳ ເຊິ່ງປະກອບສ່ວນອັນສຳຄັນເຂົ້າໃນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ແລະ ເບີກບານອອກຜົນຊົ່ວກາລະນານ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ