ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ຄະນະຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊພູທອງ ລົງຊຸກຍູ້ ແລະ ຕິດຕາມການຝຶກອົບຮົມລັດຖະກອນປ້ອງກັນຊາດ (ຄູທະ

ຄະນະຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊພູທອງ ລົງຊຸກຍູ້ ແລະ ຕິດຕາມການຝຶກອົບຮົມລັດຖະກອນປ້ອງກັນຊາດ (ຄູທະຫານ) ວິຊາປ້ອງກັນຊາດ

🏛️ ການເຄື່ອນໄຫວ
📅 ວັນທີ: 27 ກໍລະກົດ 2026

ຄະນະຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊພູທອງ ລົງຊຸກຍູ້ ແລະ ຕິດຕາມການຝຶກອົບຮົມລັດຖະກອນປ້ອງກັນຊາດ (ຄູທະຫານ) ວິຊາປ້ອງກັນຊາດ

ຮູບປະກອບ

=================

ຮູບປະກອບ

ໃນວັນທີ 27 ກໍລະກົດ 2026 ນີ້, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ທິດຊີ້ນໍາໃນພິທີຝຶກອົບຮົມຄູລັດຖະກອນ ວິຊາປ້ອງກັນຊາດ ເພື່ອເປັນການຍົກລະດັບຄວາມຮູ້-ຄວາມສາມາດ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ກັບກໍາລັງລັດຖະກອນປ້ອງກັນຊາດ (ຄູທະຫານ) ຢູ່ທີ່ໂຮງຮຽນ ມ.ສ ພູມມະເຈດີ.

ຮູບປະກອບ

.

ຮູບປະກອບ

ການລົງຊຸກຍູ້ໃນຄັ້ງນີ້ ເປັນກຽດນໍາໂດຍ ທ່ານ ສຸກັນ ບຸດຕາລາສີ ກໍາມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຄະນະ; ໂດຍມີທີມງານຄະນະຮັບຜິດຊອບ, ຄູຝຶກວິຊາປ້ອງກັນຊາດ ແລະ ລັດຖະກອນປ້ອງກັນຊາດ (ຄູທະຫານ) ເຂົ້າຮ່ວມຢ່າງພ້ອມພຽງ.

ຮູບປະກອບ

.

ຮູບປະກອບ

ໃນໂອກາດດັ່ງກ່າວ, ທ່ານ ສຸກັນ ບຸດຕາລາສີ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໃສ່ເນື້ອໃນສໍາຄັນຫຼາຍປະການ ເປັນຕົ້ນແມ່ນ:

ຮູບປະກອບ

- ການສຶກສາອົບຮົມການເມືອງ-ແນວຄິດ ເພີ່ມພູນຄູນສ້າງຄວາມຮັກຊາດ, ເອົາໃຈໃສ່ພັນທະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແລະ ມີທັດສະນະຫຼັກແຫຼ່ງທີ່ອຸ່ນອຽງທຸ່ນທ່ຽງ.

ຮູບປະກອບ

- ການຍົກລະດັບລະບຽບວິໄນ ເນັ້ນໃສ່ແບບແຜນເຄື່ອນໄຫວ, ລະບຽບແຖວ, ແລະ ການນໍາໃຊ້ບົດຮຽນທິດສະດີ ເຂົ້າໃນການປະຕິບັດຕົວຈິງ.

- ການປັບປຸງເຕັກນິກການສອນ ສົ່ງເສີມໃຫ້ຄູ-ອາຈານ ນໍາໃຊ້ວິທີການຖ່າຍທອດຄວາມຮູ້ທີ່ທັນສະໄໝ, ເຂົ້າໃຈງ່າຍ ແລະ ສາມາດດຶງດູດຄວາມສົນໃຈຂອງນັກຮຽນໄດ້ຢ່າງມີປະສິດທິພາບ.

ພາບ/ຂ່າວ: ຄຳແພງເພັດ ຂັນຕິວົງ

ກວດແກ້: ພານຸມາດ ວົງພະຈັນ

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (4 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ