ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ເຊີນຮັບຊົມວິດີໂອ ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກໃນສະຖານສຶກສາ

ເຊີນຮັບຊົມວິດີໂອ ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກໃນສະຖານສຶກສາ

🏛️ ການເຄື່ອນໄຫວ
📅 ວັນທີ: 29 ກໍລະກົດ 2026

ເຊີນຮັບຊົມວິດີໂອ ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກໃນສະຖານສຶກສາ

ຮູບປະກອບ

==========

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຂໍນຳສະເໜີວິດີໂອ "ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ" ເຊິ່ງຜະລິດໂດຍສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄົວ (BEQUAL) ເພື່ອຊ່ວຍໃຫ້ຄູ ແລະ ຜູ້ເຮັດວຽກໃນຂະແໜງການສຶກສາ ປ່ຽນຄຳແນະນຳກ່ຽວກັບການປົກປ້ອງເດັກ ແລະ ຮັກສາຄວາມປອດໄພສຳລັບເດັກ ໃຫ້ກາຍເປັນການປະຕິບັດຕົວຈິງ ແລະ ສ້າງສະພາບແວດລ້ອມການຮຽນຮູ້ ທີ່ປອດໄພກວ່າສຳລັບເດັກທຸກຄົນ.

.

ດ້ວຍຄວາມເອົາໃຈໃສ່ ແລະ ຄວາມເປັນຫ່ວງເປັນໃຍຢ່າງເລິກເຊິ່ງຕໍ່ສະຫວັດດີພາບຂອງລູກຫຼານນັກຮຽນ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ເນັ້ນໜັກ ແລະ ຊຸກຍູ້ໃຫ້ວຽກງານການປົກປ້ອງເດັກ ເປັນບຸລິມະສິດສຳຄັນອັນດັບຕົ້ນໆໃນທຸກສະຖານສຶກສາ. ດັ່ງນັ້ນ, ທາງພະແນກຈຶ່ງຂໍຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາ, ຄູ-ອາຈານ, ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງທຸກຂັ້ນ ຮັບຊົມ, ສົ່ງຕໍ່ ແລະ ນຳເອົາຫຼັກການໃນວິດີໂອນີ້ໄປເປັນບ່ອນອີງໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເພື່ອສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພໃຫ້ແກ່ນັກຮຽນທຸກຄົນ.

📌 ເນື້ອໃນທີ່ສຳຄັນທີ່ຢາກໃຫ້ທຸກທ່ານເອົາໃຈໃສ່:

- ການປົກປ້ອງສິດທິຂອງເດັກ: ຫ້າມເດັດຂາດການລົງໂທດທາງຮ່າງກາຍ, ການໃຊ້ຖ້ອຍຄຳຮຸນແຮງ ຫຼື ການບັງຄັບເດັກໃນທາງທີ່ຜິດກົດໝາຍ. ຄວນສົ່ງເສີມການຄຸ້ມຄອງພຶດຕິກຳເດັກດ້ວຍການສຶກສາອົບຮົມໃນທາງບວກ.

- ການຮັກສາຄວາມລັບ ແລະ ຂໍ້ມູນສ່ວນຕົວ: ການນຳໃຊ້ຮູບພາບ ຫຼື ວິດີໂອຂອງນັກຮຽນລົງສື່ສັງຄົມອອນລາຍ ຕ້ອງໄດ້ຮັບການອະນຸຍາດຈາກຜູ້ປົກຄອງ ແລະ ເດັກກ່ອນສະເໝີ ພ້ອມທັງຫຼີກລ່ຽງການເປີດເຜີຍຂໍ້ມູນສ່ວນຕົວ ຫຼື ທີ່ຕັ້ງຂອງໂຮງຮຽນທີ່ຊັດເຈນ ເພື່ອປ້ອງກັນການຖືກຄຸກຄາມ.

- ມາດຕະການເມື່ອພົບເຫັນເຫດການ: ຫາກພົບເຫັນຄວາມຜິດປົກກະຕິ ຫຼື ສົງໄສວ່າເດັກຖືກຄຸກຄາມ, ບຸກຄະລາກອນຄູຕ້ອງຮັບຟັງເດັກ, ເຮັດໃຫ້ເດັກຮູ້ສຶກປອດໄພ ແລະ ລາຍງານຕໍ່ພາກສ່ວນທີ່ກ່ຽວຂ້ອງ ຫຼື ສາຍດ່ວນທັນທີ ໂດຍບໍ່ໃຫ້ດຳເນີນການສືບສວນດ້ວຍຕົນເອງ.

.

☎️ ຊ່ອງທາງຕິດຕໍ່ສາຍດ່ວນ ກໍລະນີພົບເຫັນການລ່ວງລະເມີດ ຫຼື ຕ້ອງການຄວາມຊ່ວຍເຫຼືອ:

- ສາຍດ່ວນ ກະຊວງສຶກສາທິການ ແລະ ກິລາ: 1520

- ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກ: 1362

- ສາຍດ່ວນຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ: 1300

.

ການປົກປ້ອງເດັກແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພວກເຮົາທຸກຄົນ! ມາຮ່ວມກັນສ້າງໂຮງຮຽນໃຫ້ເປັນສະຖານທີ່ທີ່ນັກຮຽນທຸກຄົນສາມາດເຕີບໃຫຍ່, ຮຽນຮູ້ໄດ້ຢ່າງມີຄວາມສຸກ ແລະ ປອດໄພທີ່ສຸດ.

📽 ກະລຸນາກົດຮັບຊົມວິດີໂອລຸ່ມນີ້ ແລະ ຮ່ວມກັນແບ່ງປັນ ເພື່ອເປັນປະໂຫຍດແກ່ການສຶກສາຂອງພວກເຮົາ.

#ພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ #PESSSavannakhet #ການປົກປ້ອງເດັກ #ການສຶກສາລາວ #ກະຊວງສຶກສາທິການແລະກິລາ #BEQUAL

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ