ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງໃນຂະແໜງການສຶກສາ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງໃນຂະແໜງການສຶກສາ

🏛️ ການເຄື່ອນໄຫວ
📅 ວັນທີ: 29 ກໍລະກົດ 2026

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງໃນຂະແໜງການສຶກສາ

ຮູບປະກອບ

=================

ຮູບປະກອບ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ຮ່ວມກັບ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ (BEQUAL) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຢ່າງຟົດຟື້ນ ພ້ອມຈັດກິດຈະກຳຝຶກອົບຮົມເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນລະຫວ່າງວັນທີ 27-28 ກໍລະກົດ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບັນນິຕາ ຊຳເມີວິວ (Benita Sommerville) ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ລາວ. ໂດຍມີແຂກຖືກເຊີນຈາກພາກສ່ວນຕ່າງໆ, ຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ສະມາຊິກສະຫະພັນແມ່ຍິງລາວ, ຕົວແທນອົງການຈັດຕັ້ງມະຫາຊົນ, ຜູ້ອຳນວຍການສຳນັກຂ່າວ ແລະ ສື່ມວນຊົນຂັ້ນສູງກາງ ແລະ ທ້ອງຖິ່ນເຂົ້າຮ່ວມ 200 ກວ່າທ່ານ.

ຮູບປະກອບ

.

ຮູບປະກອບ

ໃນພິທີເປີດ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມື ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ ໂດຍທ່ານໄດ້ກ່າວວ່າ: "ງານໃນມື້ນີ້ ຍັງເປັນວາລະສຳຄັນເພື່ອຢ້ຳຄືນເຖິງຄວາມສຳຄັນຂອງວຽກງານຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ ວ່າແມ່ນຄວາມຮັບຜິດຊອບຂອງທຸກຄົນ. ສິ່ງດັ່ງກ່າວເປັນສ່ວນໜຶ່ງຂອງການປະຕິບັດປະຈຳວັນໃນໂຮງຮຽນ, ໃນສະຖາບັນ ແລະ ໃນວິທີທີ່ພວກເຮົາເຮັດວຽກຮ່ວມກັນ ເພື່ອອະນາຄົດຂອງເດັກທຸກຄົນ.

ຮູບປະກອບ

ການຮ່ວມມືນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງກະຊວງສຶກສາທິການ ແລະ ກິລາ ໃນການຫັນນະໂຍບາຍໄປສູ່ການຈັດຕັ້ງປະຕິບັດຈິງ ດ້ວຍເຄື່ອງມືທີ່ນຳໃຊ້ໄດ້, ການຮ່ວມມືທີ່ເຂັ້ມແຂງ ແລະ ຄວາມຮັບຮູ້ຂອງສັງຄົມທີ່ເພີ່ມຂຶ້ນ. ພວກເຮົາຂໍສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຢ່າງຕໍ່ເນື່ອງຂອງອົດສະຕຣາລີ ຕໍ່ວຽກງານບຸລິມະສິດທີ່ສຳຄັນເຫຼົ່ານີ້."

ຮູບປະກອບ

.

ຮູບປະກອບ

ດ້ານ ທ່ານ ນາງ ເບັນນິຕາ ຊຳເມີວິວ ກໍໄດ້ກ່າວເນັ້ນໜັກວ່າ: "ລັດຖະບານອົດສະຕຣາລີ ມີຄວາມພາກພູມໃຈທີ່ໄດ້ຢືນຢູ່ຄຽງຂ້າງກະຊວງສຶກສາທິການ ແລະ ກິລາ ໃນການສະໜັບສະໜູນວຽກງານການປົກປ້ອງເດັກ, ຄວາມສະເໝີພາບຍິງ-ຊາຍ ແລະ ຄວາມເປັນຜູ້ນຳຂອງແມ່ຍິງໃນຂະແໜງການສຶກສາ. ສິ່ງທີ່ເຮັດໃຫ້ການຮ່ວມມືນີ້ມີຄຸນຄ່າຫຼາຍ ບໍ່ແມ່ນພຽງແຕ່ໄລຍະເວລາການຮ່ວມມືທີ່ມາຍາວນານ, ແຕ່ຍ້ອນຄວາມສາມາດໃນການຫັນປ່ຽນໃຫ້ໂຮງຮຽນ ແລະ ຊຸມຊົນ ເຫັນໄດ້ເຖິງຄຸນຄ່າທີ່ສຳຄັນຂອງວຽກງານທີ່ໄດ້ຮ່ວມມືກັນພັດທະນາ."

ຮູບປະກອບ

.

ຮູບປະກອບ

ກິດຈະກຳໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງບົດບາດສຳຄັນຂອງແມ່ຍິງໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນຖານະຜູ້ນຳທາງຄວາມຄິດ, ຜູ້ຕັດສິນໃຈ ແລະ ເປັນຕົວແທນຂອງການປ່ຽນແປງ. ຄະນະນຳຂອງສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ ໄດ້ນຳສະເໜີຍຸດທະສາດ, ແຜນງານ 5 ປີ ແລະ ນຳພາຜູ້ເຂົ້າຮ່ວມຊົມງານວາງສະແດງກ່ຽວກັບປະຫວັດສາດຂອງສະຫະພັນແມ່ຍິງ.

ຮູບປະກອບ

ພ້ອມດຽວກັນນີ້, ຍັງໄດ້ເປີດໂອກາດໃຫ້ໂຄງການໃໝ່ “ແມ່ຍິງໃນການເປັນຜູ້ນຳ” (Women in Leadership: WIL) ຂອງກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການຈັດຕັ້ງປະຕິບັດ. ໂຄງການ WIL ໄດ້ເລີ່ມຕົ້ນໃນເດືອນພຶດສະພາ 2026 ດ້ວຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ເພື່ອສະໜັບສະໜູນກຸ່ມສະມາຊິກຫຼັກໃນທົ່ວກະຊວງ ເສີມສ້າງການເຊື່ອມໂຍງວຽກງານຄວາມສະເໝີພາບຍິງ-ຊາຍ, ຄວາມພິການ ແລະ ການສຶກສາຮຽນຮ່ວມ (GEDSI) ຜ່ານວິທີການຝຶກອົບຮົມຄູຝຶກ (TOT). ໃນງານ, ສະມາຊິກສະຫະພັນແມ່ຍິງ 19 ທ່ານ ຂອງໂຄງການ WIL ໄດ້ຈັດການຝຶກອົບຮົມກ່ຽວກັບຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ ໃຫ້ແກ່ສະມາຊິກ ຈຳນວນ 75 ທ່ານ ຈາກກະຊວງສຶກສາທິການ ແລະ ກິລາ.

ຮູບປະກອບ

.

ຮູບປະກອບ

ໃນໂອກາດດັ່ງກ່າວ, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຮ່ວມກັບ ພະແນກຄວາມກ້າວໜ້າຂອງແມ່ຍິງ ໄດ້ນຳສະເໜີ ວິດີໂອໃໝ່ “ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ” ເປັນຄັ້ງທຳອິດ. ວິດີໂອດັ່ງກ່າວສ້າງຂຶ້ນໂດຍອີງໃສ່ຄຳແນະນຳກ່ຽວກັບການປົກປ້ອງເດັກ ຂອງກະຊວງສຶກສາທິການ ແລະ ກິລາ (ເຜີຍແຜ່ໃນເດືອນກໍລະກົດ 2024), ໂດຍໃຊ້ພາບອະນິເມຊັນ (Animation) ເພື່ອສື່ສານຂໍ້ຄວາມ "ສິ່ງທີ່ຄວນເຮັດ ແລະ ຫ້າມເຮັດ" ຢ່າງປອດໄພ, ເຂົ້າໃຈງ່າຍ ແລະ ເໝາະສົມ.

.

ນອກຈາກນັ້ນ, ລັດຖະບານອົດສະຕຣາລີ ຍັງໄດ້ມອບອຸປະກອນຜະລິດວິດີໂອ ແລະ ອຸປະກອນໄອທີ (IT) ມູນຄ່າ 37,662 ໂດລາອົດສະຕຣາລີ (ປະມານ 585,793,000 ກີບ) ເພື່ອສະໜັບສະໜູນວຽກງານຂອງທີມງານສື່ສານ ກະຊວງສຶກສາທິການ ແລະ ກິລາ.

.

ຫຼັງຈາກພິທີທາງການ, ໄດ້ມີການຈັດຝຶກອົບຮົມໃຫ້ແກ່ທີມງານສື່ມວນຊົນຂັ້ນສູນກາງ, ທ້ອງຖິ່ນ ແລະ ນັກຂ່າວ ເພື່ອເສີມສ້າງຄວາມເຂົ້າໃຈກ່ຽວກັບການລາຍງານຂ່າວທີ່ມີຄວາມຮັບຜິດຊອບ, ການປົກປ້ອງເດັກ, ການຖ່າຍຮູບ-ວິດີໂອເດັກຢ່າງປອດໄພ ແລະ ການສື່ສານທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໂດຍຄູຝຶກຈາກພະແນກຄວາມກ້າວໜ້າຂອງແມ່ຍິງ ແລະ ມະຫາວິທະຍາໄລແຫ່ງຊາດ.

.

ທ່ານ ປອ. ນາງ ດາລາວອນ ກິດຕິພັນ ໄດ້ກ່າວສະຫຼຸບວ່າ: “ພວກເຮົາມາຮ່ວມແຮງຮ່ວມໃຈກັນໃນທົ່ວກະຊວງສຶກສາທິການ ແລະ ກິລາ, ສະຫະພັນແມ່ຍິງ, ສື່ມວນຊົນ ແລະ ຄູ່ຮ່ວມງານທັງໝົດ ເພື່ອຫັນຄຳແນະນຳໄປສູ່ການຈັດຕັ້ງປະຕິບັດ, ສ້າງຄວາມຮັບຮູ້ທີ່ເຂັ້ມແຂງ ກ່ຽວກັບຄວາມສະເໝີພາບຍິງ-ຊາຍ ແລະ ສ້າງໂຮງຮຽນໃຫ້ເປັນສະຖານທີ່ໆ ປອດໄພ ແລະ ສົ່ງເສີມການຮຽນຮ່ວມ ເພື່ອເດັກທຸກຄົນ.”

.

ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ກ່າວຕື່ມວ່າ: "ງານນີ້ ສະແດງໃຫ້ເຫັນວ່າ ການຮ່ວມມືທີ່ເຂັ້ມແຂງ ສາມາດບັນລຸໝາກຜົນໄດ້ຢ່າງແທ້ຈິງ. ລັດຖະບານອົດສະຕຣາລີ ມີຄວາມຍິນດີທີ່ຈະສະໜັບສະໜູນຄວາມພະຍາຍາມຂອງກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ຖືເອົາຄວາມເປັນຜູ້ນຳຂອງແມ່ຍິງ, ການປົກປ້ອງເດັກ ແລະ ຄວາມສະເໝີພາບຍິງ-ຊາຍ ມານຳສະເໜີຮ່ວມກັນ ເພື່ອຮ່ວມກັນຮັບຮູ້ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ພາບ/ຂ່າວ: ຂ່າວສຶກສາ, ວິທະຍາສາດ ແລະ ກິລາ / Education Science And Sport News

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ