
=================

ໃນວັນສຸກທີ 31 ກໍລະກົດ 2026 ຜ່ານມານີ້, ທີ່ຫ້ອງປະຊຸມຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ມີການຈັດພິທີມອບໃບຍ້ອງຍໍຂັ້ນພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ແກ່ ທ່ານ ສີວຽງແກ້ວ ທຳມະວົງ ປະທານວິສາຫະກິດຄຳເຫຼັກ ເພື່ອເປັນການຍ້ອງຍໍຊົມເຊີຍຕໍ່ການປະກອບສ່ວນສະໜັບສະໜູນວຽກງານການສຶກສາພາຍໃນແຂວງສະຫວັນນະເຂດ.

.
ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກ, ທ່ານນາງ ບຸນມີ ວໍລະວົງ ຄູຊຳນານການ ຈາກໂຮງຮຽນອະນຸບານມິດຕະພາບສະຫວັນນະເຂດ-ກວາງບິງ ແລະ ບັນດາຫົວໜ້າຂະແໜງການຕ່າງໆ ພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.
.
ອີງຕາມຂໍ້ຕົກລົງ ສະບັບເລກທີ 1840/ສກຂ, ລົງວັນທີ 31 ກໍລະກົດ 2026, ທາງພະແນກໄດ້ຕົກລົງມອບໃບຍ້ອງຍໍໃຫ້ແກ່ ທ່ານ ສີວຽງແກ້ວ ທຳມະວົງ ປະທານວິສາຫະກິດຄຳເຫຼັກ ທີ່ໄດ້ມີນໍ້າໃຈປະກອບສ່ວນມອບເງິນຊ່ວຍເຫຼືອ ເຂົ້າໃນການຈ່າຍຄ່າພິມປຶ້ມບົດວິໄຈຂອງຄູ ທີ່ໄດ້ຕຳແໜ່ງວິຊາການຄູ (ຄູຊຳນານການ) ຈຳນວນ 100 ຫົວ ເຊິ່ງລວມມູນຄ່າການຊ່ວຍເຫຼືອທັງໝົດ 8,000,000 ກີບ (ແປດລ້ານກີບ) ໃນສົກຮຽນ 2024 - 2025.
.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງ ວິສາຫະກິດຄຳເຫຼັກ ທີ່ໄດ້ເຫັນຄວາມສຳຄັນຂອງວຽກງານການສຶກສາ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມວຽກງານວິຊາການຄູ. ການປະກອບສ່ວນໃນຄັ້ງນີ້ ແມ່ນເປັນສ່ວນສຳຄັນໃນການພັດທະນາຄຸນນະພາບການສຶກສາ ກໍຄືການສ້າງຂວັນກຳລັງໃຈໃຫ້ແກ່ຄູ-ອາຈານພາຍໃນແຂວງ ໃຫ້ມີການພັດທະນາຕົນເອງຢ່າງຕໍ່ເນື່ອງ.
.
ຂະນະດຽວກັນ, ທ່ານ ສີວຽງແກ້ວ ທຳມະວົງ ປະທານວິສາຫະກິດຄຳເຫຼັກ ກໍໄດ້ກ່າວສະແດງຄວາມພາກພູມໃຈທີ່ໄດ້ມີສ່ວນຮ່ວມໃນການສະໜັບສະໜູນວຽກງານດັ່ງກ່າວ ໂດຍທ່ານໄດ້ເນັ້ນໜັກວ່າ ທາງວິສາຫະກິດຍິນດີໃຫ້ການຮ່ວມມື ແລະ ຊ່ວຍເຫຼືອສັງຄົມ ໂດຍສະເພາະຂະແໜງການສຶກສາ ເຊິ່ງເປັນຮາກຖານສຳຄັນໃນການພັດທະນາຊັບພະຍາກອນມະນຸດຂອງປະເທດຊາດໃຫ້ມີຄວາມເຂັ້ມແຂງ.
.
ພ້ອມກັນນີ້, ທ່ານນາງ ບຸນມີ ວໍລະວົງ ຄູຊຳນານການ ຈາກໂຮງຮຽນອະນຸບານມິດຕະພາບສະຫວັນນະເຂດ-ກວາງບິງ ຕາງໜ້າໃຫ້ແກ່ຄູ-ອາຈານ ທີ່ໄດ້ຮັບຕຳແໜ່ງວິຊາການຄູ ໄດ້ກ່າວສະແດງຄວາມຮູ້ສຶກດີໃຈ ແລະ ຂອບໃຈເປັນຢ່າງຍິ່ງຕໍ່ການອຸປະຖຳຄ່າພິມປຶ້ມບົດວິໄຈໃນຄັ້ງນີ້. ທ່ານ ນາງ ບຸນມີ ວໍລະວົງ ໄດ້ກ່າວຕື່ມວ່າ ປຶ້ມບົດວິໄຈດັ່ງກ່າວຈະເປັນບ່ອນອີງທີ່ສຳຄັນ, ເປັນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ການຄົ້ນຄວ້າ, ການແລກປ່ຽນບົດຮຽນທາງດ້ານວິຊາການ ແລະ ເປັນແຫຼ່ງຄວາມຮູ້ໃຫ້ແກ່ເພື່ອນຮ່ວມງານນຳໄປໜູນໃຊ້ເຂົ້າໃນການຮຽນ-ການສອນຕົວຈິງໃຫ້ມີປະສິດທິພາບສູງຂຶ້ນໃນຕໍ່ໜ້າ.
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ