
.

ໃນຕອນບ່າຍຂອງວັນທີ 02 ສິງຫາ 2026, ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ມີການຈັດກອງປະຊຸມເຕົ້າລວມ ເພື່ອກະກຽມຄວາມພ້ອມໃຫ້ແກ່ຄະນະທັດສະນະສຶກສາ ກ່ອນການເດີນທາງໄປແລກປ່ຽນວິຊາການ ແລະ ສິລະປະວັດທະນະທຳ ທີ່ແຂວງກວາງຈິ ສສ ຫວຽດນາມ.

.

ພາຍໃນກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເຊິ່ງເພິ່ນຍັງໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຄະນະໃນການເດີນທາງຄັ້ງນີ້ ພ້ອມດ້ວຍ ຄູອາຈານຈາກຂະແໜງການທີ່ກ່ຽວຂ້ອງ, ຄູອາຈານຈາກ 14 ເມືອງ ແລະ 1 ນະຄອນ ແລະ ນ້ອງນັກຮຽນຈາກໂຮງຮຽນມິດຕະພາບລາວ-ຫວຽດນາມ.

.

ໃນໂອກາດດັ່ງກ່າວ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ໄດ້ມີຄຳໂອ້ລົມ ແລະ ຊີ້ນຳຕໍ່ຄະນະເດີນທາງທັງໝົດ 41 ທ່ານ ໂດຍໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ຈົ່ງມີຄວາມຕັ້ງໃຈ ແລະ ເອົາໃຈໃສ່ຮຽນຮູ້ສິ່ງໃໝ່ໆທີ່ໄດ້ພົບເຫັນຈາກການໄປທັດສະນະສຶກສາໃນຄັ້ງນີ້ ເພື່ອນຳມາໝູນໃຊ້ໃຫ້ເກີດປະໂຫຍດໃນການສຶກສາ ແລະ ການປະຕິບັດວຽກງານ.

ພ້ອມດຽວກັນນັ້ນ, ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາ ເຊິ່ງເປັນຮອງຫົວໜ້າຄະນະເດີນທາງ ໄດ້ຂຶ້ນມີຄຳເຫັນແນະນຳເພີ່ມຕື່ມ ໂດຍຮຽກຮ້ອງໃຫ້ຄະນະເດີນທາງທຸກທ່ານ ຈົ່ງມີສະຕິລະວັງຕົວໃນທຸກບາດກ້າວການເຄື່ອນໄຫວ ແລະ ເອົາໃຈໃສ່ຮັກສາກົດລະບຽບລວມຂອງຄະນະຢ່າງເຂັ້ມງວດ.

ນອກຈາກນີ້, ທ່ານ ນາງ ພູວິໄລ ພິມວົງສາ ຫົວໜ້າສູນພາສາຫວຽດນາມ ກໍໄດ້ມີຄຳແນະນຳສະເພາະກ່ຽວກັບການຄຸ້ມຄອງເວລາ ໂດຍໄດ້ເນັ້ນໃຫ້ທຸກຄົນເອົາໃຈໃສ່ຮັກສາໂມງເວລາໃຫ້ຖືກຕ້ອງຕາມກຳນົດການທີ່ວາງໄວ້ໃນແຕ່ລະກິດຈະກຳ ແລະ ໃຫ້ມີສະຕິລະວັງຕົວຕະຫຼອດການເດີນທາງ ເພື່ອຮັບປະກັນໃຫ້ການເຄື່ອນໄຫວທັດສະນະສຶກສາໃນຄັ້ງນີ້ ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ປອດໄພ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ