ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ແຂວງກວາງຈິ ຈັດພິທີພົບປະຕ້ອນຮັບຄະນະທັດສະນະສຶກສາແຂວງສະຫວັນນະເຂດ ຢ່າງອົບອຸ່ນສົມກຽດ ພ້ອມແລກປ່ຽນວັດທະນະທຳ

ແຂວງກວາງຈິ ຈັດພິທີພົບປະຕ້ອນຮັບຄະນະທັດສະນະສຶກສາແຂວງສະຫວັນນະເຂດ ຢ່າງອົບອຸ່ນສົມກຽດ ພ້ອມແລກປ່ຽນວັດທະນະທຳ-ສິລະປະ ຮັດແໜ້ນໄມຕີຈິດ

🏛️ ການເຄື່ອນໄຫວ
📅 ວັນທີ: 3 ສິງຫາ 2026

ແຂວງກວາງຈິ ຈັດພິທີພົບປະຕ້ອນຮັບຄະນະທັດສະນະສຶກສາແຂວງສະຫວັນນະເຂດ ຢ່າງອົບອຸ່ນສົມກຽດ ພ້ອມແລກປ່ຽນວັດທະນະທຳ-ສິລະປະ ຮັດແໜ້ນໄມຕີຈິດ

ຮູບປະກອບ

=================

ຮູບປະກອບ

ໃນຕອນຄໍ່າຂອງວັນທີ 3 ສິງຫາ 2026 ພາຍຫຼັງທີ່ຄະນະທັດສະນະສຶກສາ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ເດີນທາງຮອດເມືອງດົງເຫີຍ, ແຂວງກວາງຈິ ສສ ຫວຽດນາມ ກໍໄດ້ເຂົ້າຮ່ວມພິທີພົບປະແລກປ່ຽນຮຽນຮູ້ທາງດ້ານວັດທະນະທຳ, ປະຫວັດສາດ, ການສຶກສາ ແລະ ຮີດຄອງປະເພນີ ຢ່າງເປັນທາງການ ລະຫວ່າງສອງແຂວງ.

ຮູບປະກອບ

.

ຮູບປະກອບ

ພິທີພົບປະຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມຈາກການນຳຂັ້ນສູງ ແລະ ແຂກກິດຕິມະສັກຂອງທັງສອງຝ່າຍຢ່າງພ້ອມພຽງ.

ຮູບປະກອບ

ຕາງໜ້າຝ່າຍແຂວງກວາງຈິ ສສ ຫວຽດນາມ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ເລ ທິ ເຮືອງ (Lê Thị Hương) ຫົວໜ້າພະແນກສຶກສາທິການ ແລະ ກໍ່ສ້າງແຂວງກວາງຈິ, ທ່ານ ຫງວຽນ ດິ່ງ ຫາຍ (Nguyễn Đình Hải) ຮອງຫົວໜ້າພະແນກສຶກສາທິການ ແລະ ກໍ່ສ້າງແຂວງກວາງຈິ, ທ່ານ ຫງວຽນ ເທ ຮີ (Nguyễn Thế Huy) ຮອງຫົວໜ້າພະແນກການຕ່າງປະເທດແຂວງກວາງຈິ. ພ້ອມດ້ວຍຕາງໜ້າຫ້ອງວ່າການປົກຄອງແຂວງກວາງຈິ, ແລະ ຄະນະຄູອາຈານ ມ.ສ ຟານດັ່ງຟຸ່ງ. ນອກຈາກນີ້, ຍັງໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ ຟ້າມ ຕວນ ຮຸ່ງ (Phạm Tuấn Hùng) ກົງສູນໃຫຍ່ ສສ ຫວຽດນາມ ປະຈຳສະຫວັນນະເຂດ.

ຮູບປະກອບ

ຕາງໜ້າຝ່າຍແຂວງສະຫວັນນະເຂດ ປະກອບມີ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ (ຫົວໜ້າຄະນະ), ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາ (ຮອງຄະນະ), ທ່ານ ບຸນມີ ລັດຕະນະວົງ ຫົວໜ້າຂະແໜງບໍລິຫານ-ການເງິນ, ທ່ານ ນາງ ພຸວິໄລ ພິມວົງສາ ຫົວໜ້າສູນພາສາຫວຽດນາມ, ພ້ອມດ້ວຍຄະນະນຳຂະແໜງການ, ຜູ້ອຳນວຍການໂຮງຮຽນ, ຄູອາຈານ ແລະ ນ້ອງນັກຮຽນ ລວມທັງໝົດ 41 ທ່ານ.

ຮູບປະກອບ

.

ຮູບປະກອບ

ໃນພິທີ, ຕາງໜ້າຝ່າຍຫວຽດນາມ ໄດ້ກ່າວສູນທອນພົດສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນສູ່ດິນແດນກວາງຈິວິລະຊົນ. ເພິ່ນໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານທີ່ໄດ້ຮັບການເພີ່ມພູນຄູນສ້າງມາຫຼາຍເຊັ່ນຄົນ, ໂດຍເນັ້ນໜັກວ່າ ໃນຂົງເຂດການສຶກສາ ທັງສອງຝ່າຍແມ່ນອ້າຍນ້ອງທີ່ຮ່ວມມືກັນສ້າງຊັບພະຍາກອນມະນຸດຢ່າງແທ້ຈິງ.

ຮູບປະກອບ

.

ຮູບປະກອບ

ພ້ອມດຽວກັນນັ້ນ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ໄດ້ກ່າວຕອບ ໂດຍສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການຕ້ອນຮັບອັນອົບອຸ່ນສົມກຽດຈາກການນຳແຂວງກວາງຈິ. ທ່ານກ່າວວ່າ "ການມາຢ້ຽມຢາມ ແລະ ທັດສະນະສຶກສາໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ໃນການຊຸກຍູ້ສົ່ງເສີມການແລກປ່ຽນຮຽນຮູ້ທາງດ້ານວັດທະນະທຳ, ປະຫວັດສາດ, ລະບົບການສຶກສາ ແລະ ຮີດຄອງປະເພນີອັນດີງາມ ລະຫວ່າງສອງແຂວງ ສະຫວັນນະເຂດ ແລະ ກວາງຈິ".

ຮູບປະກອບ

ທ່ານຍັງໄດ້ກ່າວຕື່ມອີກວ່າ "ການມາຄັ້ງນີ້ບໍ່ພຽງແຕ່ໄດ້ຮັບຄວາມອົບອຸ່ນແລ້ວ ຍັງໄດ້ຮັບຄວາມຮູ້, ບົດຮຽນອັນລ້ຳຄ່າ, ທີ່ຈະນຳເອົາໄປບອກເລົ່າຕໍໍ່ນັກຮຽນລາວ, ລູກຫຼານລາວເພື່ອໃຫ້ເຂົ້າເຈົ້າຮັບຮູ້ ແລະ ເປັນຄວາມຊົງຈຳອັນຍິ່ງໃຫຍ່".

ຮູບປະກອບ

.

ກ່ອນທີ່ ທ່ານ ຟ້າມ ຕວນ ຮຸ່ງ ຈະຂຶ້ນກ່າວຂອບໃຈທີ່ທາງແຂວງກວາງຈິ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຄະນະໄດ້ມາຮຽນຮູ້ ແລະ ຖອດຖອນປະສົບການຕົວຈິງ.

.

ສາຍພົວພັນລະຫວ່າງສອງປະເທດ ລາວ-ຫວຽດນາມ ແມ່ນໄດ້ຮັບການຫຼໍ່ຫຼອມດ້ວຍປະຫວັດສາດ, ການແບ່ງປັນຮ່ວມທຸກຮ່ວມສຸກ ແລະ ຄວາມໄວ້ເນື້ອເຊື່ອໃຈອັນໜັກແໜ້ນ. ຄວາມຜູກພັນນີ້ ປຽບດັ່ງຄວາມງົດງາມຂອງ ດອກບົວຫຼວງ ທີ່ເປັນສັນຍະລັກແຫ່ງຄວາມບໍລິສຸດຂອງຫວຽດນາມ ແລະ ດອກຈຳປາ ທີ່ເປັນສັນຍະລັກແຫ່ງຄວາມຈິງໃຈຂອງລາວ ເຊິ່ງໄດ້ເບັ່ງບານຄຽງຄູ່ກັນຢ່າງສະຫງ່າງາມ ແລະ ສົ່ງກິ່ນຫອມອົບອວນໄປທົ່ວດິນແດນຂອງທັງສອງຊາດອ້າຍນ້ອງສະເໝີມາ.

.

ຫຼັງຈາກສຳເລັດການໂອ້ລົມ, ພິທີພົບປະໄດ້ກ້າວເຂົ້າສູ່ການແລກປ່ຽນສິລະປະວັດທະນະທຳ. ນ້ອງໆນັກຮຽນຈາກທັງສອງໂຮງຮຽນ ຄື: ໂຮງຮຽນມິດຕະພາບລາວ-ຫວຽດນາມ ແລະ ໂຮງຮຽນ ມ.ສ ຟານດັ່ງຟຸ່ງ ໄດ້ນຳເອົາການສະແດງສິລະປະທີ່ເປັນເອກະລັກຂອງຊາດຕົນມາສະແດງແລກປ່ຽນກັນຢ່າງຈົບງາມ.

ນອກຈາກການສະແດງແລ້ວ, ຜູ້ເຂົ້າຮ່ວມຍັງໄດ້ປະສານສຽງຮ້ອງບົດເພງອະມະຕະທີ່ສະທ້ອນເຖິງສາຍພົວພັນຂອງສອງຊາດຮ່ວມກັນຢ່າງກົມກຽວ ເຊັ່ນ: ບົດເພງ Tình Việt - Lào , ບົດເພງ ສາຍໃຈລາວ-ຫວຽດນາມ ແລະ ຮາໂນ້ຍ-ວຽງຈັນ. ພ້ອມກັນນັ້ນ ຍັງໄດ້ມີການຈັບມືກັນເຕັ້ນບາສະໂລບຮ່ວມກັນຢ່າງເບີກບານມ່ວນຊື່ນ ແລະ ເປັນກັນເອງທີ່ສຸດ.

.

ໃນຕອນທ້າຍຂອງງານ ຄະນະນຳທັງສອງຝ່າຍໄດ້ມີການມອບ-ຮັບຂອງຂວັນທີ່ລະນຶກເຊິ່ງກັນ ແລະ ກັນ ໂດຍ ທ່ານ ນາງ ເລ ທິ ເຮືອງ ຫົວໜ້າພະແນກສຶກສາທິການ ແລະ ກໍ່ສ້າງແຂວງກວາງຈິ ໄດ້ໃຫ້ກຽດມອບຂອງຂວັນທີ່ລະນຶກໃຫ້ແກ່ຄະນະຜູ້ແທນແຂວງສະຫວັນນະເຂດ ແລະ ຕາງໜ້າຝ່າຍລາວໂດຍ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ກໍໄດ້ມອບຂອງຂວັນທີ່ລະນຶກຕອບແທນເພື່ອເປັນສັນຍະລັກແຫ່ງໄມຕີຈິດຂອງສອງຝ່າຍ.

.

ພິທີພົບປະແລກປ່ຽນໃນຄັ້ງນີ້ ໄດ້ປິດສາກລົງດ້ວຍຮອຍຍິ້ມແຫ່ງຄວາມຊົງຈຳ, ພາບແຫ່ງຄວາມປະທັບໃຈນີ້ ຈະກາຍເປັນຂົວຕໍ່ທາງດ້ານຈິດໃຈ ທີ່ຈະຊ່ວຍເພີ່ມພູນຄູນສ້າງສາຍພົວພັນມິດຕະພາບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ