ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ຄະນະພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ພົບປະແລກປ່ຽນວິຊາການ ທີ່ໂຮງຮຽນ ມ.ປາຍ ຟານດິ່ງຟຸ່ງ

ຄະນະພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ພົບປະແລກປ່ຽນວິຊາການ ທີ່ໂຮງຮຽນ ມ.ປາຍ ຟານດິ່ງຟຸ່ງ

🏛️ ການເຄື່ອນໄຫວ
📅 ວັນທີ: 5 ສິງຫາ 2026

ຄະນະພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ພົບປະແລກປ່ຽນວິຊາການ ທີ່ໂຮງຮຽນ ມ.ປາຍ ຟານດິ່ງຟຸ່ງ ກ່ອນສືບຕໍ່ທັດສະນະສຶກສາ ແລະ ເດີນທາງກັບຄືນປະເທດ

ຮູບປະກອບ

=================

ຮູບປະກອບ

ໃນວັນທີ 4 ແລະ 5 ສິງຫາ 2026 ການເຄື່ອນໄຫວທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຂອງຄະນະພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ທີ່ແຂວງກວາງຈິ ສສ ຫວຽດນາມ ໄດ້ສືບຕໍ່ດຳເນີນໄປຢ່າງມີໝາກຜົນ ໂດຍມີກິດຈະກຳທັງທາງດ້ານວິຊາການ, ການຢ້ຽມຊົມແຫຼ່ງທຳມະຊາດ ແລະ ການສະແດງຄວາມເຄົາລົບຕໍ່ສະຖານທີ່ປະຫວັດສາດ.

ຮູບປະກອບ

.

ຮູບປະກອບ

ໃນຕອນເຊົ້າຂອງວັນທີ 4 ສິງຫາ ຄະນະໄດ້ເຂົ້າຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ຢູ່ໂຮງຮຽນມັດທະຍົມຕອນປາຍ ຟານດິ່ງຟຸ່ງ (Trường THPT Phan Đình Phùng). ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຫງວ໋ຽນມິງຕວນ (Nguyễn Minh Tuấn), ຜູ້ອຳນວຍການໂຮງຮຽນມັດທະຍົມຕອນປາຍ ຟານດິ່ງຟຸ່ງ, ທ່ານ ຟ້າມຕວນຮຸ່ງ (Phạm Tuấn Hùng) ຕາງໜ້າສະຖານກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈໍາເເຂວງສະຫວັນນະເຂດ, ທ່ານ ເລວັນຕິນ (Lê Văn Tín), ຫົວໜ້າຂະແໜງສາມັນສຶກສາ ຕາງໜ້າພະເເນກສຶກສາທິການ ເເລະ ກໍ່ສ້າງແຂວງກວາງຈິ. ຄະນະທັດສະນະສຶກສານຳພາໂດຍ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳ, ຄູອາຈານ ແລະ ນ້ອງນັກຮຽນຈາກແຂວງສະຫວັນນະເຂດ.

ຮູບປະກອບ

.

ຮູບປະກອບ

ໃນພິທີ, ຕາງໜ້າໂຮງຮຽນ ມ.ປາຍ ຟານດິ່ງຟຸ່ງ ທ່ານ ຫງວ໋ຽນມິງຕວນ ຜູ້ອຳນວຍການໂຮງຮຽນ ໄດ້ຂຶ້ນກ່າວຕ້ອນຮັບ ໂດຍໄດ້ແບ່ງປັນບົດຮຽນປະສົບການຕົວຈິງ ໃນການສອດຫ້ອຍ ເຊື່ອມສານ ເນື້ອໃນປະຫວັດສາດສາຍພົວພັນພິເສດ ຫວຽດນາມ-ລາວ ເຂົ້າໃນການຮຽນ-ການສອນ ເພື່ອໃຫ້ນັກຮຽນເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມສາມັກຄີທີ່ບໍລິສຸດຜຸດຜ່ອງ ຕະຫຼອດໄລຍະປະຫວັດສາດຂອງສອງຊາດ.

ຮູບປະກອບ

ຂະນະດຽວກັນ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ໄດ້ຂຶ້ນກ່າວຕອບ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານ ຫງວ໋ຽນມິງຕວນ ຕະຫຼອດຮອດຄະນະອຳນວຍການ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ທ່ານໄດ້ກ່າວຕີລາຄາສູງວ່າ: "ການສຶກສາ ບໍ່ພຽງແຕ່ຖ່າຍທອດຄວາມຮູ້, ແຕ່ຍັງແມ່ນການຫຼໍ່ຫຼອມອຸດົມການ ແລະ ຄຸນສົມບັດ. ການສອດແຊກເນື້ອໃນປະຫວັດສາດການພົວພັນພິເສດ ລາວ-ຫວຽດນາມ ເຂົ້າໃນຫຼັກສູດ ແມ່ນມີຄວາມຈໍາເປັນຢ່າງຍິ່ງ ເພື່ອໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນ ຊຶ່ງເປັນອະນາຄົດຂອງຊາດໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ຈົດຈໍາບຸນຄຸນ ກ່ຽວກັບມູນເຊື້ອຄວາມສາມັກຄີອັນດີງາມນີ້".

ຮູບປະກອບ

.

ຮູບປະກອບ

ສີສັນຂອງງານພົບປະຍິ່ງມີຄວາມເບີກບານມ່ວນຊື່ນ ເມື່ອໄດ້ມີການສະແດງສິລະປະ ແລະ ຮ້ອງເພງຈາກນ້ອງໆນັກຮຽນຫວຽດນາມ ທີ່ມອບເປັນຂອງຂວັນທາງດ້ານຈິດໃຈໃຫ້ແກ່ແຂກຜູ້ມາຢ້ຽມຢາມ. ພາຍຫຼັງສຳເລັດພິທີທາງການ, ຄະນະຜູ້ແທນຈາກສະຫວັນນະເຂດ ໄດ້ຮ່ວມກັນຍ່າງເລາະຢ້ຽມຊົມພາກສ່ວນຕ່າງໆ ແລະ ອາຄານຮຽນຂອງໂຮງຮຽນ ເພື່ອແລກປ່ຽນປະສົບການການຄຸ້ມຄອງ ແລະ ສະພາບແວດລ້ອມການຮຽນການສອນຕົວຈິງຕື່ມອີກ.

ຮູບປະກອບ

.

ຮູບປະກອບ

ພາຍຫຼັງສຳເລັດການພົບປະແລກປ່ຽນທີ່ໂຮງຮຽນແລ້ວ ຄະນະໄດ້ເດີນທາງມຸ່ງໜ້າໄປທີ່ ຖ້ຳຟອງຍາ ເພື່ອລົງທັດສະນະສຶກສາ. ຖ້ຳຟອງຍາ ເປັນໜຶ່ງໃນມໍລະດົກທາງທຳມະຊາດທີ່ມີຊື່ສຽງລະດັບໂລກ ໂດດເດັ່ນດ້ວຍລະບົບແມ່ນ້ຳໃຕ້ດິນທີ່ຍາວຢຽດ, ຫີນງອກຫີນຍ້ອຍທີ່ງົດງາມອະລັງການ ແລະ ທຳມະຊາດທີ່ຍັງຄົງຄວາມອຸດົມສົມບູນ.

ຮູບປະກອບ

.

ໃນວັນທີ 5 ສິງຫາ 2026 ເຊິ່ງເປັນມື້ສຸດທ້າຍຂອງການເຄື່ອນໄຫວ ຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ໄຕ້ທູບສະແດງຄວາມເຄົາລົບ ຢູ່ ເຮືອນ ແລະ ສຸສານ ຂອງທ່ານ ພົນເອກ ຫວໍ ຫງວຽນ ຢາບ (Võ Nguyên Giáp). ທ່ານ ພົນເອກ ຫວໍ ຫງວຽນ ຢາບ ແມ່ນອະດີດຜູ້ບັນຊາການສູງສຸດແຫ່ງກອງທັບປະຊາຊົນຫວຽດນາມ, ເປັນວິລະບູລຸດຜູ້ຍິ່ງໃຫຍ່ລະດັບຕຳນານ ທີ່ຢູ່ເບື້ອງຫຼັງໄຊຊະນະປະຫວັດສາດຂອງບັ້ນຮົບດຽນບຽນຟູ ໃນປີ 1954 ເຊິ່ງບໍ່ພຽງແຕ່ເປັນໄຊຊະນະຂອງປະຊາຊົນຫວຽດນາມ ແຕ່ຍັງເປັນການປະກອບສ່ວນອັນໃຫຍ່ຫຼວງໃນການປົດປ່ອຍສາມຊາດອິນດູຈີນ. ພ້ອມກັນນັ້ນ, ທ່ານຍັງເປັນເພື່ອນມິດທີ່ແສນປະເສີດ ແລະ ເປັນໜຶ່ງໃນຜູ້ມີຄຸນສົມທົບການສ້າງສາຍພົວພັນມິດຕະພາບ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ.

.

ພາຍຫຼັງສຳເລັດການຢ້ຽມຄຳນັບ ແລະ ຮັບປະທານອາຫານທ່ຽງຮ່ວມກັນແລ້ວ, ຄະນະທັດສະນະສຶກສາໄດ້ເດີນທາງມຸ່ງໜ້າສູ່ດ່ານສາກົນລາວບາວ ເພື່ອຂ້າມດ່ານກັບຄືນສູ່ ສປປ ລາວ. ຖືເປັນການປິດສາກໂຄງການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ທີ່ແຂວງກວາງຈິ ຢ່າງເປັນທາງການ ດ້ວຍຜົນສຳເລັດອັນຈົບງາມ, ບັນລຸຕາມຈຸດປະສົງຄາດໝາຍ ແລະ ເຕັມປ່ຽມໄປດ້ວຍຄວາມຊົງຈຳແຫ່ງມິດຕະພາບ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ