
=================
ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ຂໍສະແດງຄວາມເສຍໃຈ ແລະ ອາໄລຫາຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນກັບຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ເຊິ່ງເພິ່ນໄດ້ຈາກໄປໃນວັນທີ 08 ສິງຫາ 2026 ລວມອາຍຸ 70 ປີ.
.
ຊ່ວງຊີວິດ ແລະ ຜົນງານທີ່ສຳຄັນໂດຍຫຍໍ້:
ສະຫາຍ ປອ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ທີ່ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ ເປັນບຸດຊາຍກົກ ຂອງ ປະທານ ໄກສອນ ພົມວິຫານ ແລະ ແມ່ ທອງວິນ ພົມວິຫານ. ດ້ວຍການເຕີບໃຫຍ່ໃນຖານທີ່ໝັ້ນປະຕິວັດ ສະຫາຍໄດ້ເສຍສະຫຼະຄວາມອົບອຸ່ນຈາກຄອບຄົວ ເພື່ອໄປສຶກສາຮ່ຳຮຽນຢູ່ຕ່າງປະເທດຕັ້ງແຕ່ອາຍຸພຽງ 6 ປີ ຈົນສາມາດຄົ້ນຄວ້າ ແລະ ປ້ອງກັນບົດວິທະຍານິພົນລະດັບປະລິນຍາເອກ ດ້ານເສດຖະກິດການເມືອງ ທີ່ ມົດສະກູ ສະຫະພາບໂຊວຽດ ໄດ້ສຳເລັດໃນປີ 1987 ເຊິ່ງໄດ້ຫຼໍ່ຫຼອມໃຫ້ເພິ່ນກາຍເປັນຜູ້ນຳທີ່ມີທັດສະນະວິທະຍາສາດທີ່ກ້າວໜ້າ.
.
ຕະຫຼອດຊີວິດການເຄື່ອນໄຫວປະຕິວັດ ສະຫາຍໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ຮັບໃຊ້ຊາດ ແລະ ປະຊາຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍ ໂດຍໄດ້ຮັບການມອບໝາຍໃຫ້ດຳລົງຕຳແໜ່ງສຳຄັນສູງສຸດຫຼາຍຕຳແໜ່ງ ເປັນຕົ້ນແມ່ນ: ລັດຖະມົນຕີວ່າການກະຊວງການເງິນ, ລັດຖະມົນຕີ-ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ປະທານສູນກາງແນວລາວສ້າງຊາດ, ແລະ ສືບຕໍ່ດຳລົງຕຳແໜ່ງເປັນ ກຳມະການກົມການເມືອງສູນກາງພັກ ພ້ອມທັງເປັນ ປະທານສະພາແຫ່ງຊາດ ຊຸດທີ IX ແລະ ຊຸດທີ X.
.
ສຳລັບຊາວແຂວງສະຫວັນນະເຂດ, ຜົນງານຂອງເພິ່ນໄດ້ຝັງເລິກຢູ່ໃນຄວາມຊົງຈຳ ແລະ ໜ້າປະຫວັດສາດຂອງແຂວງ. ໃນຊຸມປີ 1987 ຫາ 1995 ເພິ່ນໄດ້ລົງມາປະຈຳການຢູ່ທ້ອງຖິ່ນ ໂດຍເລີ່ມຈາກການເປັນພະນັກງານຫ້ອງວ່າການ, ຂຶ້ນເປັນຮອງເຈົ້າແຂວງ ຈົນໄດ້ຮັບຄວາມໄວ້ວາງໃຈໃຫ້ເປັນ ເລຂາພັກແຂວງ ແລະ ເຈົ້າແຂວງສະຫວັນນະເຂດ. ພາຍໃຕ້ການຊີ້ນຳຂອງເພິ່ນ ສະຫວັນນະເຂດໄດ້ຂະຫຍາຍການຄ້າຊາຍແດນ, ສົ່ງເສີມການຜະລິດ ແລະ ວາງຍຸດທະສາດການດຶງດູດການລົງທຶນ ເພື່ອຫັນແຂວງໃຫ້ກາຍເປັນສູນກາງທາງຜ່ານ ທີ່ສຳຄັນຂອງພາກພື້ນ.
ຄຽງຄູ່ກັບການພັດທະນາເສດຖະກິດ ສະຫາຍ ປອ ໄຊສົມພອນ ພົມວິຫານ ຍັງໄດ້ໃຫ້ຄວາມສຳຄັນສູງສຸດຕໍ່ ການສ້າງຊັບພະຍາກອນມະນຸດ. ເພິ່ນໄດ້ຖິ້ມມໍລະດົກທາງປັນຍາ ແລະ ສົ່ງເສີມວຽກງານການສຶກສາທີ່ສຳຄັນຫຼາຍດ້ານ ເຊັ່ນ:
- ເພິ່ນໄດ້ລິເລີ່ມແນວຄິດການລວມສູນເພື່ອແຈກຢາຍຄຸນນະພາບ ໂດຍສະເໜີໃຫ້ໂຮມໂຮງຮຽນຂະໜາດນ້ອຍເຂົ້າກັນ ເພື່ອສຸມງົບປະມານ, ວັດຖຸອຸປະກອນ ແລະ ແກ້ໄຂບັນຫາການຂາດແຄນຄູໃນເຂດຊົນນະບົດໃຫ້ມີປະສິດທິພາບ.
- ເພິ່ນໄດ້ການສົ່ງເສີມປັນຍາຊົນ ແລະ ການສຶກສາຊັ້ນສູງ ໂດຍການຊຸກຍູ້ການສ້າງປັນຍາຊົນທ້ອງຖິ່ນ ເຊັ່ນການສະໜັບສະໜູນວາລະສານສະຫວັນພັດທະນາ, ຕິດຕາມໃຫ້ກຳລັງໃຈມະຫາວິທະຍາໄລສະຫວັນນະເຂດ, ວິທະຍາໄລຄູ ແລະ ຊຸກຍູ້ວຽກງານອາຊີວະສຶກສາ ເພື່ອສ້າງແຮງງານຝີມືຕອບສະໜອງໃຫ້ແກ່ໂຄງການລະດັບຊາດ.
- ເພິ່ນໄດ້ການເນັ້ນໜັກດ້ານຄຸນສົມບັດສຶກສາ ໂດຍຍາມໃດກໍຮຽກຮ້ອງໃຫ້ຜູ້ບໍລິຫານ, ຄູ-ອາຈານ ຕ້ອງເປັນແບບຢ່າງທີ່ດີ, ມີຄຸນສົມບັດສິນທຳປະຕິວັດ ເພື່ອສຶກສາອົບຮົມນັກຮຽນໃຫ້ເປັນຄົນດີຂອງຊາດ.
.
ການຈາກໄປຂອງເພິ່ນ ແມ່ນການສູນເສຍຜູ້ນຳທີ່ອຸທິດເຫື່ອແຮງ ແລະ ສະຕິປັນຍາເພື່ອຊາດຕະຫຼອດມາ. ໃນນາມ ຄະນະນຳ, ພະນັກງານການສຶກສາ, ຄູ-ອາຈານ ແລະ ລູກຫຼານນັກຮຽນນັກສຶກສາທຸກທົ່ວໜ້າ ຂໍຮ່ວມແບ່ງເບົາຄວາມທຸກໂສກມາຍັງຄອບຄົວ ພ້ອມທັງຂໍໃຫ້ດວງວິນຍານຂອງເພິ່ນ ຈົ່ງໄປສູ່ສຸຄະຕິໃນສຳປະຮາຍະພົບດ້ວຍເຖີດ.
.
ດ້ວຍຄວາມເຄົາລົບຮັກ ແລະ ອາໄລຫາຢ່າງຍິ່ງ,
ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ