
=================

ເມື່ອວັນສຸກທີ 14 ສິງຫາ 2026 ຜ່ານມານີ້, ທີ່ໂຮງຮຽນມັດທະຍົມຕອນຕົ້ນ ຂອນແກ່ນ, ນະຄອນໄກສອນພົມວິຫານ ໄດ້ມີພິທີມອບ-ຮັບໂຕະ-ຕັ່ງນັກຮຽນ ຈຳນວນ 48 ໜ່ວຍ ເພື່ອປະກອບສ່ວນແກ້ໄຂຄວາມຂາດເຂີນທາງດ້ານອຸປະກອນການຮຽນ-ການສອນ ໃຫ້ແກ່ໂຮງຮຽນດັ່ງກ່າວ.

.

ໃຫ້ກຽດຕາງໜ້າເຂົ້າຮ່ວມມອບໂດຍ ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນໄກສອນພົມວິຫານ (ຕາງໜ້າໃຫ້ພະແນກ ແລະ ຊາວໜຸ່ມຮາກຖານພະແນກ) ແລະ ທ່ານ ທະວີສັກ ຄຳມຸງຄຸນ ຮອງຫົວໜ້າຂະແໜງສາມັນສຶກສາ ທັງເປັນຄະນະປະຈຳ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ເລຂາຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງ. ໂດຍການໃຫ້ກຽດຕາງໜ້າຮັບຂອງ ທ່ານນາຍບ້ານ, ຄະນະປົກຄອງບ້ານ ແລະ ຄະນະພັດທະນາການສຶກສາຂັ້ນບ້ານຂອນແກ່ນ.

.

ສຳລັບໂຕະ-ຕັ່ງ ຈຳນວນ 48 ໜ່ວຍ ທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ຜ່ານການສ້ອມແປງ ແລະ ປັບປຸງຄືນໃໝ່ ຈາກນ້ຳໃຈເຫື່ອແຮງຂອງບັນດາສະມາຊິກຊາວໜຸ່ມຮາກຖານພະແນກ ປະສານສົມທົບກັບ ຊາວໜຸ່ມຫ້ອງການສຶກສານະຄອນ ເພື່ອນຳໄປມອບຕໍ່ໃຫ້ໂຮງຮຽນທີ່ຍັງມີຄວາມຕ້ອງການຕົວຈິງ.

ນອກຈາກການມອບໂຕະ-ຕັ່ງແລ້ວ ໃນຕໍ່ໜ້າ ຍັງມີແຜນການກະກຽມສ້າງທາງເບຕົງເຂົ້າໂຮງຮຽນ ແລະ ມອບສັງກະສີ ຈຳນວນ 400 ກວ່າແຜ່ນ ເພື່ອປັບປຸງພື້ນຖານໂຄງລ່າງຂອງໂຮງຮຽນໃນເຂດດັ່ງກ່າວໃຫ້ມີຄວາມສະດວກສະບາຍຍິ່ງຂຶ້ນ.

.

ກິດຈະກຳ ແລະ ຜົນສຳເລັດໃນຄັ້ງນີ້ ແມ່ນໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ສະພາປະຊາຊົນນະຄອນ ພ້ອມດ້ວຍຄະນະນຳຂັ້ນຕ່າງໆ ທີ່ໄດ້ເລັງເຫັນຄວາມສຳຄັນ ແລະ ຊຸກຍູ້ວຽກງານການພັດທະນາການສຶກສາຢູ່ຂັ້ນຮາກຖານຢ່າງແທ້ຈິງ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ