
=================

ໃນຕອນເຊົ້າວັນທີ 24 ສິງຫາ 2026 ເວລາ 8:00 ທີ່ໂຮງຮຽນປະຖົມສົມບູນ ນາກຸດຈານ 2 ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບວຽກງານການພັດທະນາວິຊາຊີບແບບຕໍ່ເນື່ອງ (CPD) ໃຫ້ແກ່ຄູນິເທດພາຍໃນ ຄັ້ງທີ 7. IPS 7 ໂດຍກຳນົດຈັດຂຶ້ນໃນໄລຍະ 5 ວັນ ແຕ່ວັນທີ 24-28 ສິງຫາ 2026 ເພື່ອສືບຕໍ່ເສີມສ້າງຄວາມຮູ້, ທັກສະ ແລະ ຄຸນນະພາບໃນວຽກງານຄູນິເທດພາຍໃນ ໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນ ແລະ ສາມາດນຳໄປໝູນໃຊ້ໃນການຊີ້ນຳ, ແນະນຳ ແລະ ສົ່ງເສີມຄູຢູ່ໃນສະຖານສຶກສາໄດ້ຢ່າງມີປະສິດທິຜົນ.

.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບກຽດຈາກ ທ່ານ ສຸວັນທອນ ຈັນທະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ເປັນປະທານໃນພິທີ, ມີ ທ່ານ ຄຳປະສົງ ຄູນມີໄຊ ຫົວໜ້າພາກວິຊາພາສາລາວ ວິທະຍາໄລຄູ ສະຫວັນນະເຂດ, ພ້ອມດ້ວຍຄະນະຄູຝຶກຈາກວິທະຍາໄລຄູ ແລະ ຄະນະວິຊາການທີ່ກ່ຽວຂ້ອງ. ນອກນັ້ນ ຍັງມີ ທ່ານ ພົດສະລາດ ສຸລິວົງ ຫົວໜ້າໜ່ວຍງານພັດທະນາຄູ ແລະ ຄູນິເທດພາຍໃນຈຳນວນ 56 ທ່ານ, ຍິງ 28 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.

.

ພິທີເປີດກອງປະຊຸມ ໄດ້ດຳເນີນຕາມລະບຽບວາລະທີ່ກຳນົດໄວ້. ໃນໂອກາດນີ້ ທ່ານ ພົດສະລາດ ສຸລິວົງ ຫົວໜ້າໜ່ວຍງານພັດທະນາຄູ ໄດ້ຂຶ້ນຜ່ານຂໍ້ຕົກລົງກ່ຽວກັບການແຕ່ງຕັ້ງອະນຸກຳມະການ ແລະ ຄະນະຮັບຜິດຊອບດ້ານຕ່າງໆຂອງກອງປະຊຸມ ເພື່ອໃຫ້ການຈັດຕັ້ງ ແລະ ດຳເນີນກິດຈະກຳຕະຫຼອດໄລຍະການອົບຮົມເປັນໄປດ້ວຍຄວາມຮຽບຮ້ອຍ.

ຈາກນັ້ນ ທ່ານ ວອນມາລາ ໄຊຍະວົງສາ ຮອງຫົວໜ້າໜ່ວຍງານພັດທະນາຄູ ແລະ ຜູ້ປະສານງານແຜນງານບີຄວາ ຂັ້ນເມືອງ ໄດ້ຂຶ້ນຜ່ານວາລະ ແລະ ແຜນການດຳເນີນກອງປະຊຸມ ໃນໄລຍະ 5 ວັນ ແຕ່ວັນທີ 24-28 ສິງຫາ 2026 ໂດຍກຳນົດຂອບເຂດ, ເນື້ອໃນ ແລະ ກິດຈະກຳສຳຄັນຕ່າງໆ ຂອງການອົບຮົມ.

.
ໂອກາດດຽວກັນນີ້ ທ່ານ ສຸວັນທອນ ຈັນທະວົງ ປະທານກອງປະຊຸມ ໄດ້ມີຄຳເຫັນ ແລະ ໂອລົມຕໍ່ຜູ້ເຂົ້າຮ່ວມ ໂດຍເນັ້ນໃຫ້ຄູນິເທດພາຍໃນທຸກທ່ານ ໃຫ້ຄວາມສົນໃຈຕໍ່ການຝຶກອົບຮົມ, ຕັ້ງໃຈສຶກສາຮ່ຳຮຽນ, ປະກອບຄວາມຄິດເຫັນ, ແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນຢ່າງກົງໄປກົງມາ. ພ້ອມທັງໃຫ້ນຳເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຈາກການອົບຮົມໄປໝູນໃຊ້ໃນວຽກງານຕົວຈິງ ເພື່ອຍົກສູງຄຸນນະພາບການຊີ້ນຳ, ຕິດຕາມ, ສົ່ງເສີມ ແລະ ນິເທດການສຶກສາໃຫ້ມີປະສິດທິຜົນຍິ່ງຂຶ້ນ.
.
ການຈັດກອງປະຊຸມຝຶກອົບຮົມວຽກງານພັດທະນາວິຊາຊີບແບບຕໍ່ເນື່ອງໃນຄັ້ງນີ້ ແມ່ນອີກກິດຈະກຳສຳຄັນໃນການສ້າງໂອກາດໃຫ້ຄູນິເທດພາຍໃນໄດ້ຮຽນຮູ້, ແລກປ່ຽນວິຊາການ ແລະ ຮ່ວມກັນທົບທວນບົດຮຽນຈາກການປະຕິບັດງານ. ອັນເປັນການເສີມສ້າງທີມງານຄູນິເທດໃຫ້ມີຄວາມພ້ອມທັງດ້ານຄວາມຮູ້, ທັກສະ, ວິທີການ ແລະ ປະສົບການ ເພື່ອສາມາດປະຕິບັດໜ້າທີ່ໃນການສົ່ງເສີມຄູ ແລະ ພັດທະນາການຮຽນ-ການສອນໃນສະຖານສຶກສາໃຫ້ດີຂຶ້ນ.
.
ກອງປະຊຸມຈະດຳເນີນໄປຕາມວາລະທີ່ກຳນົດ ເປັນເວລາ 5 ວັນ ໂດຍຄາດໝາຍວ່າ ຜູ້ເຂົ້າຮ່ວມຈະໄດ້ຮັບຄວາມຮູ້, ແນວຄິດ ແລະ ບົດຮຽນໃໝ່ໆ ສາມາດນຳໄປໝູນໃຊ້ໃນການປະຕິບັດວຽກງານຄູນິເທດພາຍໃນໄດ້ຢ່າງເໝາະສົມ ແລະ ຕໍ່ເນື່ອງ ຊຶ່ງຈະປະກອບສ່ວນສຳຄັນຕໍ່ການຍົກສູງຄຸນນະພາບຄູ ແລະ ຄຸນນະພາບການສຶກສາໃນຂັ້ນຕໍ່ໄປ.
ພາບ-ຂ່າວ: ວອນມາ ໄຊຍະວົງສາ ກສມ ອາສະພອນ
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ