ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ບຸກທະລຸວຽກງານປະຊາສຳພັນ ລົງເລິກຮອດຮາກຖານ ຊຸກຍູ້ຂະບວນການໄຂສົກຮ

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ບຸກທະລຸວຽກງານປະຊາສຳພັນ ລົງເລິກຮອດຮາກຖານ ຊຸກຍູ້ຂະບວນການໄຂສົກຮຽນໃໝ່

🏛️ ການເຄື່ອນໄຫວ
📅 ວັນທີ: 28 ສິງຫາ 2026

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ບຸກທະລຸວຽກງານປະຊາສຳພັນ ລົງເລິກຮອດຮາກຖານ ຊຸກຍູ້ຂະບວນການໄຂສົກຮຽນໃໝ່ຢ່າງຟົດຟື້ນ

ຮູບປະກອບ

=================

ຮູບປະກອບ

ໃນລະຫວ່າງວັນທີ 24-28 ສິງຫາ 2026 ເຊິ່ງເປັນໄລຍະກະກຽມການໄຂສົກຮຽນໃໝ່ນີ້, ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຍົກລະດັບວຽກງານປະຊາສຳພັນໃຫ້ກວ້າງຂວາງ ແລະ ກວມລວມໃນຫຼາຍຮູບແບບ. ນອກເໜືອຈາກການກະຈາຍຂ່າວສານຜ່ານສື່ສັງຄົມອອນລາຍ ແລະ ຊ່ອງທາງອື່ນໆແລ້ວ, ທາງພະແນກຍັງໄດ້ຈັດຕັ້ງໜ່ວຍງານປະຊາສຳພັນເຄື່ອນທີ່ ເຊິ່ງເປັນໜຶ່ງໃນຍຸດທະສາດສຳຄັນ ເພື່ອທະລຸທະລວງເຂົ້າໃຫ້ເຖິງທຸກພື້ນທີ່ ໂດຍສະເພາະເຂດທີ່ເຕັກໂນໂລຊີ ຫຼື ອິນເຕີເນັດຍັງເຂົ້າບໍ່ເຖິງ.

ຮູບປະກອບ

.

ການປະຕິບັດງານໃນຮູບແບບນີ້ ແມ່ນເພື່ອກະຈາຍຂໍ້ມູນຂ່າວສານໃຫ້ຮອດປະຊາຊົນຢ່າງເທົ່າທຽມ ແລະ ສ້າງຂະບວນການຕ້ອນຮັບສົກຮຽນໃໝ່ໃຫ້ມີຄວາມຟົດຟື້ນ ໂດຍມີການເຄື່ອນໄຫວໃນສອງຮູບແບບຫຼັກ ຄື:

- ການນຳໃຊ້ລົດປະຊາສຳພັນເຄື່ອນທີ່: ຕິດປ້າຍໂຄສະນາ ແລະ ເປີດສຽງກະຈາຍຂ່າວ ລົງເຄື່ອນໄຫວຕາມສະຖານທີ່ສຳຄັນຕ່າງໆ ໂດຍເນັ້ນໃສ່ເມືອງເປົ້າໝາຍຄື: ນະຄອນໄກສອນ ພົມວິຫານ, ເມືອງໄຊພູທອງ, ເມືອງອຸທຸມພອນ ແລະ ເມືອງອາດສະພັງທອງ.

- ການກະຈາຍຂ່າວຜ່ານລະບົບໂທລະໂຄ່ງ: ສົ່ງເນື້ອໃນປະຊາສຳພັນໃຫ້ອົງການປົກຄອງທ້ອງຖິ່ນ ເພື່ອເປີດຜ່ານລະບົບສຽງຕາມສາຍຂອງແຕ່ລະບ້ານໃນທົ່ວແຂວງ ຮັບປະກັນບໍ່ໃຫ້ມີຄອບຄົວໃດພາດຂໍ້ມູນສຳຄັນດ້ານການສຶກສາ.

.

ຕໍ່ກັບການຊຸກຍູ້ວຽກງານດັ່ງກ່າວ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ໃຫ້ທັດສະນະວ່າ: ໃນຍຸກທີ່ຂໍ້ມູນຂ່າວສານມີຄວາມສຳຄັນ, ທາງພະແນກໄດ້ນຳໃຊ້ການປະຊາສຳພັນຫຼາຍຊ່ອງທາງເພື່ອໃຫ້ເກີດປະໂຫຍດສູງສຸດ. ແຕ່ພວກເຮົາກໍຮັບຮູ້ດີວ່າ ຍັງມີຫຼາຍພື້ນທີ່ທີ່ປະຊາຊົນອາດຈະບໍ່ສະດວກໃນການເຂົ້າເຖິງສື່ອອນລາຍ. ດັ່ງນັ້ນ, ການລົງພື້ນທີ່ດ້ວຍລົດປະຊາສຳພັນ ແລະ ການນຳໃຊ້ສຽງຕາມສາຍ ຈຶ່ງເປັນການລົງເລິກບໍລິການປະຊາຊົນຮອດຮາກຖານ ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງຄະນະນຳ ທີ່ຕ້ອງການສ້າງຄວາມເຂົ້າໃຈ, ອຳນວຍຄວາມສະດວກ ແລະ ກະຕຸກຊຸກຍູ້ໃຫ້ພໍ່ແມ່ປະຊາຊົນນຳສົ່ງລູກຫຼານເຂົ້າໂຮງຮຽນຢ່າງພ້ອມພຽງ ເພື່ອສ້າງອະນາຄົດທີ່ດີໃຫ້ແກ່ຊາດຢ່າງແທ້ຈິງ.

✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ