
=================
ບັນດາທ່ານການນຳພັກ-ລັດ ທີ່ເຄົາລົບຢ່າງສູງ, ບັນດາທ່ານນັກຂ່າວ-ສື່ມວນຊົນທີ່ນັບຖື ແລະ ຮັກແພງ, ບັນດາທ່ານຜູ້ບໍລິຫານການສຶກສາ, ພະນັກງານ, ຄູ-ອາຈານ ທຸກຂັ້ນ, ພໍ່ແມ່-ຜູ້ປົກຄອງ ແລະ ລູກຫຼານນັກຮຽນທີ່ຮັກແພງທຸກຄົນ.
.
ມື້ນີ້, ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ຄະນະນຳພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ມາພົບປະ ແລະ ຖະແຫຼງຕໍ່ບັນດາທ່ານ ກ່ຽວກັບການກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບການໄຂສົກຮຽນໃໝ່ 2026-2027. ໂດຍປະຕິບັດຕາມເນື້ອໃນມະຕິກອງປະຊຸມຜູ້ບໍລິຫານການສຶກສາປະຈຳປີທົ່ວປະເທດ ທີ່ແຂວງຫຼວງພະບາງ ແລະ ແຈ້ງການ ສະບັບເລກທີ 5350/ສສກ, ລົງວັນທີ 18 ສິງຫາ 2026, ທາງພະແນກໄດ້ມີການຊຸກຍູ້, ນຳພາ ແລະ ປະຊຸມກຽມຄວາມພ້ອມຮອບດ້ານໃນທົ່ວແຂວງ.
1. ກຳນົດການໄຂສົກຮຽນໃໝ່ ແລະ ການກະກຽມຄວາມພ້ອມຂອງໂຮງຮຽນ
ກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດເອົາວັນທີ 1 ກັນຍາ 2026 ເປັນມື້ໄຂສົກຮຽນໃໝ່ຢ່າງເປັນທາງການໃນທົ່ວປະເທດ. ສຳລັບແຂວງສະຫວັນນະເຂດ, ພິທີໄຂສົກຮຽນໃໝ່ຂັ້ນແຂວງ ແມ່ນຈະໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ກັນຍາ 2026 ທີ່ ມ.ສ ໂພນສະຫວັນ ເຊິ່ງຈະມີການຖ່າຍທອດພິທີດັ່ງກ່າວລົງໄປສູ່ຫ້ອງການສຶກສາທິການ ແລະ ກິລາ ທັງ 14 ເມືອງ ແລະ 1 ນະຄອນ ໃນເວລາຄຽງຄູ່ກັນ. ທາງພະແນກໄດ້ມອບໝາຍໃຫ້ທຸກໂຮງຮຽນກວດກາສະພາບອາຄານຮຽນ, ໂຕະ-ຕັ່ງ ແລະ ໃຫ້ອາທິດທີ 4 ຂອງເດືອນສິງຫາ ເປັນໄລຍະອະນາໄມ ເພື່ອສ້າງສະພາບແວດລ້ອມທີ່ດີດຶງດູດນັກຮຽນ. ສະເພາະໂຮງຮຽນທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ແມ່ນໃຫ້ເລັ່ງສ້ອມແປງໃຫ້ສາມາດນຳໃຊ້ໄດ້ທັນເວລາ. ສ່ວນດ້ານວິຊາການ ແມ່ນໃຫ້ປະຕິບັດຫຼັກສູດ 100% ທີ່ເຄີຍປະຕິບັດມາກ່ອນໄລຍະໂຄວິດ-19 ແລະ ໃຫ້ມີການແຕ່ງບົດສອນຮ່ວມກັນ.
2. ການຄາດຄະເນຈຳນວນນັກຮຽນໃນສົກຮຽນໃໝ່ນີ້ ຄາດວ່າຈຳນວນນັກຮຽນໃນແຕ່ລະຊັ້ນຈະມີຕົວເລກເພີ່ມຂຶ້ນດັ່ງນີ້:
ຊັ້ນການສຶກສາກ່ອນໄວຮຽນ: ຄາດວ່າຈະມີນັກຮຽນເພີ່ມຂຶ້ນຈາກ 25.394 ຄົນ ມາເປັນ 28.000 ຄົນ ເທົ່າກັບ 9,41%.
ຊັ້ນປະຖົມສຶກສາ: ຄາດວ່າຈະມີນັກຮຽນເພີ່ມຂຶ້ນຈາກ 99.788 ຄົນ ມາເປັນ 102.000 ຄົນ ເທົ່າກັບ 2,16%.
ຊັ້ນມັດທະຍົມສຶກສາ: ຄາດວ່າຈະເພີ່ມຂຶ້ນຈາກ 61.826 ຄົນ ມາເປັນ 65.100 ຄົນ ເທົ່າກັບ 5%.
3. ສະພາບກຳລັງຄູ ແລະ ມາດຕະການແກ້ໄຂການຂາດແຄນຄູ
ປັດຈຸບັນ ທົ່ວແຂວງມີຄູລ້ຽງເດັກ-ອະນຸບານ 668 ທ່ານ, ຄູຊັ້ນປະຖົມ 3.297 ທ່ານ, ຄູຊັ້ນມັດທະຍົມຕອນຕົ້ນ 1.146 ທ່ານ, ຕອນປາຍ 252 ທ່ານ ແລະ ມັດທະຍົມສົມບູນ 1.370 ທ່ານ. ໃນປີ 2026 ນີ້ ແຂວງພວກເຮົາໄດ້ຮັບໂຄຕ້າລັດຖະກອນຄູໃໝ່ ຈຳນວນ 255 ທ່ານ (ຍິງ 189 ທ່ານ) ແລະ ມີຄູອັດຕາຈ້າງຂອງແຂວງ 219 ທ່ານ. ເຖິງຢ່າງໃດກໍຕາມ, ແຂວງຍັງຂາດແຄນຄູເຖິງ 665 ຄົນ ໂດຍສະເພາະຊັ້ນປະຖົມທີ່ມີການສອນຫ້ອງຄວບເຖິງ 39,58%.
ເພື່ອແກ້ໄຂບັນຫານີ້ ພວກເຮົາໄດ້ດຳເນີນການດັ່ງນີ້: ສັບຊ້ອນຄູສອນຈາກໂຮງຮຽນທີ່ມີຊົ່ວໂມງສອນໜ້ອຍໄປຊ່ວຍໂຮງຮຽນທີ່ຂາດຄູ. ສົມທົບກັບກອງບັນຊາການທະຫານແຂວງ ນຳເອົາພະນັກງານທະຫານທີ່ຜ່ານການຝຶກອົບຮົມວິຊາຄູຊັ້ນປະຖົມ ຈຳນວນ 45 ສະຫາຍ ໄປຊ່ວຍສອນຢູ່ໂຮງຮຽນເຂດຊາຍແດນ (ເມືອງເຊໂປນ, ນອງ, ທ່າປາງທອງ, ຊົນນະບູລີ, ວິລະບູລີ). ປະຕິບັດມະຕິ 09/ລບ ໂດຍຊຸກຍູ້ໃຫ້ຄູທີ່ຮອດກະສຽນບຳນານ ແຕ່ຍັງມີສຸຂະພາບແຂງແຮງ ສືບຕໍ່ສອນ ໂດຍເພີ່ມເງິນອຸດໜູນ 70% ຂອງເງິນເດືອນພື້ນຖານ. ສະເໜີອຳນາດການປົກຄອງແຂວງ ພິຈາລະນາຮັບເອົາຄູອັດຕາຈ້າງເພີ່ມເຕີມ.
4. ການສະໜອງອຸປະກອນການຮຽນ-ການສອນ ແລະ ປຶ້ມແບບຮຽນ
ເຖິງແມ່ນວ່າການສະໜອງອຸປະກອນ ແລະ ປຶ້ມແບບຮຽນຈະສາມາດຕອບສະໜອງໄດ້ພຽງແຕ່ປະມານ 65% ຂອງຄວາມຕ້ອງການກໍຕາມ, ທາງພະແນກໄດ້ຊີ້ນຳໃຫ້ໂຮງຮຽນນຳໃຊ້ປຶ້ມແບບຮຽນເກົ່າໃຫ້ເກີດປະໂຫຍດສູງສຸດ. ພວກເຮົາໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ສັງຄົມຊ່ວຍກັນປະກອບສ່ວນ ໃນນັ້ນລວມມີການສະໜອງຈາກໂຄງການຄູ່ຮ່ວມພັດທະນາ ເຊັ່ນ: ອົງການຊ່ວຍເຫຼືອ ກາໂຕລິກ (CRS), ໂວວິຊັນ (World Vision) ແລະ ແຜນງານບີຄວາ (BEQUAL) ເພື່ອຊ່ວຍເຫຼືອເດັກໃນເຂດຫ່າງໄກສອກຫຼີກ.
5. ຂໍ້ຮຽກຮ້ອງມາຍັງທຸກພາກສ່ວນເພື່ອໃຫ້ສົກຮຽນໃໝ່ນີ້ປະສົບຜົນສຳເລັດ ຂ້າພະເຈົ້າຂໍຮຽກຮ້ອງດັ່ງນີ້:ສຳລັບນັກຮຽນ:
- ຕ້ອງຕັ້ງໃຈສຶກສາຮ່ຳຮຽນເອົາ 05 ຫຼັກມູນການສຶກສາ, ຮູ້ຈັກເຄົາລົບພໍ່ແມ່ ແລະ ຄູອາຈານ, ແລະ ຫ່າງໄກຈາກຢາເສບຕິດ.
- ສຳລັບຜູ້ປົກຄອງ: ຕ້ອງເອົາໃຈໃສ່ສົ່ງເສີມ, ໃຫ້ກຳລັງໃຈລູກຫຼານໄປໂຮງຮຽນເປັນປົກກະຕິ ແລະ ປະສານງານຕິດຕາມພຶດຕິກຳລູກນຳຄູປະຈຳຫ້ອງ.
- ສຳລັບໂຮງຮຽນ ແລະ ຄູ-ອາຈານ: ຕ້ອງເອົາໃຈໃສ່ສຶກສາອົບຮົມແນວຄິດ, ນຳພານັກຮຽນຄົ້ນຄວ້າ, ສ້າງຂະບວນການແຂ່ງຂັນ "ສອນດີ-ຮຽນເກັ່ງ" ແລະ ປະເມີນຄວາມຮູ້ນັກຮຽນຕະຫຼອດເວລາ.
- ສຳລັບພາກສ່ວນສັງຄົມ: ຂໍໃຫ້ທຸກພາກສ່ວນ ຊ່ວຍກັນປົກປັກຮັກສາ, ກໍ່ສ້າງພື້ນຖານໂຄງລ່າງໂຮງຮຽນ ແລະ ຮ່ວມມືກັນສະກັດກັ້ນປາກົດການຫຍໍ້ທໍ້, ຢາເສບຕິດ ແລະ ສິ່ງມຶນເມົາ ບໍ່ໃຫ້ສົ່ງຜົນກະທົບຕໍ່ລູກຫຼານຂອງພວກເຮົາ.
.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍຂອບໃຈຢ່າງເລິກເຊິ່ງ ມາຍັງ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຊຸກຍູ້ວຽກງານການສຶກສາຕະຫຼອດມາ ເປັນຕົ້ນແມ່ນການມອບທຶນການສຶກສາຮຽນຄູ (ເຊິ່ງໄດ້ປະຕິບັດມາແຕ່ສົກຮຽນກ່ອນ) ໂດຍສະເພາະໃນປີນີ້ ມີນັກຮຽນໄດ້ຮັບທຶນດັ່ງກ່າວເຖິງ 482 ນ້ອງ, ຕະຫຼອດຮອດການມອບທຶນສາຍວິຊາຊີບອື່ນໆ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການກະກຽມໄຂສົກຮຽນໃໝ່ນີ້.ຂໍອວຍພອນໄຊອັນປະເສີດໃຫ້ບັນດາທ່ານການນຳທຸກຂັ້ນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກສ່ວນຕົວ ແລະ ຄອບຄົວ, ແລະ ປະສົບຜົນສຳເລັດໃນໜ້າທີ່ການເມືອງຂອງທ່ານ ຂໍຂອບໃຈ.
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ