ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຈັດຊຸດເຝິກອົບຮົມການຂຽນບົດວິໄຈທາງການສຶກສາ ເພື່ອຍົກລະດັບວຽກງານ

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຈັດຊຸດເຝິກອົບຮົມການຂຽນບົດວິໄຈທາງການສຶກສາ ເພື່ອຍົກລະດັບວຽກງານວິຊາການ

🏛️ ການເຄື່ອນໄຫວ
📅 ວັນທີ: 30 ມັງກອນ 2026

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຈັດຊຸດເຝິກອົບຮົມການຂຽນບົດວິໄຈທາງການສຶກສາ ເພື່ອຍົກລະດັບວຽກງານວິຊາການ.

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ກອງປະຊຸມເຝິກອົບຮົມການຂຽນບົດວິໄຈທາງການສຶກສາ

ໃນຕອນເຊົ້າຂອງວັນທີ 30 ມັງກອນ 2026 ທີ່ ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ມີການຈັດກອງປະຊຸມເຝິກອົບຮົມໃນຫົວຂໍ້ "ການຂຽນບົດວິໄຈທາງການສຶກສາ" ໃຫ້ແກ່ພະນັກງານ ແລະ ວິຊາການພາຍໃນຂະແໜງການ. ໂດຍການເປັນປະທານຂອງ ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ວິທະຍາກອນ, ພະນັກງານວິຊາການຈາກຂະແໜງການຕ່າງໆຂອງພະແນໄດ້ເຂົ້າຮ່ວມ.

ບັນຍາກາດໃນກອງປະຊຸມ

ຈຸດປະສົງຂອງການເຝິກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຂະບວນການເຮັດວິໄຈ, ການຂຽນບົດຄວາມວິຊາການ ແລະ ການນຳໃຊ້ເຕັກໂນໂລຊີເຂົ້າຊ່ວຍໃນການຄົ້ນຄວ້າ ເພື່ອຍົກລະດັບຄຸນນະພາບການສຶກສາພາຍໃນແຂວງໃຫ້ສູງຂຶ້ນ. ໃນວາລະກອງປະຊຸມ ໄດ້ຮັບກຽດບັນຍາຍ ແລະ ຖ່າຍທອດບົດຮຽນຈາກ ຄະນະວິທະຍາກອນຜູ້ຊົງຄຸນວຸດທິ ຈຳນວນ 5 ທ່ານ ຄື:

  • ທ່ານ ອຈ.ປອ ນາງ ເພັດວິໄລ ຂັດຕິຍະວົງ
  • ທ່ານ ອຈ.ປອ ອິນສົ່ງ ລາສະສານ
  • ທ່ານ ອຈ.ປທ ສຸກສັນ ນວນທະວົງ
  • ທ່ານ ອຈ.ປທ ນາງ ພວງເພັດ ສູນທະລາວົງ
  • ທ່ານ ອຈ.ປທ ຄໍາຫຼ້າ ແສງລັດສະໝີ

ເນື້ອໃນການເຝິກອົບຮົມໄດ້ກວມເອົາບັນດາຫົວຂໍ້ທີ່ສຳຄັນ ປະກອບມີ: ພາບລວມຂອງການວິໄຈທາງການສຶກສາ, ໂຄງສ້າງ ແລະ ເຕັກນິກການຂຽນບົດວິໄຈ 5 ບົດ (ບົດນຳ, ທົບທວນເອກະສານ, ວິທີດຳເນີນການ, ຜົນການວິເຄາະ ແລະ ສະຫຼຸບຜົນ), ຫຼັກການຂຽນບົດຄວາມວິຊາການເພື່ອຕີພິມເຜີຍແຜ່ ແລະ ການນຳໃຊ້ເຕັກໂນໂລຊີ AI ເຂົ້າຊ່ວຍໃນຂະບວນການວິໄຈ ໃຫ້ມີຄວາມສະດວກ ແລະ ທັນສະໄໝ.

ວິທະຍາກອນ ແລະ ຜູ້ເຂົ້າຮ່ວມເຝິກອົບຮົມ

ໃນໂອກາດນີ້ ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ກໍໄດ້ໃຫ້ກຽດຂຶ້ນມີຄຳເຫັນໂອ້ລົມ ແລະ ເຈາະຈີ້ມຕໍ່ກອງປະຊຸມ. ທ່ານໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມທຸກທ່ານ ຈົ່ງພ້ອມກັນເອົາໃຈໃສ່ສຶກສາຮຽນຮູ້ຂະບວນການວິໄຈຢ່າງເລິກເຊິ່ງ ເພາະການວິໄຈແມ່ນເຄື່ອງມືສຳຄັນໃນການແກ້ໄຂບັນຫາການຮຽນ-ການສອນ ຢ່າງເປັນວິທະຍາສາດ. ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານວິຊາການ ນຳເອົາຄວາມຮູ້ກ່ຽວກັບການຂຽນບົດວິໄຈ ແລະ ການນຳໃຊ້ເຕັກໂນໂລຊີ AI ທີ່ໄດ້ຮຽນຮູ້ໃນຄັ້ງນີ້ ໄປຜັນຂະຫຍາຍເຂົ້າໃນໜ້າວຽກຕົວຈິງ ເພື່ອພັດທະນາຕົນເອງ ແລະ ອົງກອນໃຫ້ມີປະສິດທິພາບສູງຂຶ້ນ.

ພາບລວມການເຝິກອົບຮົມ

ການຈັດເຝິກອົບຮົມຄັ້ງນີ້ ຖືເປັນນິມິດໝາຍອັນດີໃນການພັດທະນາບຸກຄະລາກອນທາງການສຶກສາຂອງແຂວງສະຫວັນນະເຂດ ໃຫ້ມີທັກສະໃນການຄົ້ນຄວ້າວິໄຈ, ສາມາດແກ້ໄຂບັນຫາການຮຽນ-ການສອນ ຢ່າງເປັນລະບົບ ແລະ ມີວິທະຍາສາດ.

✍️ ຂ່າວ/ພາບ: ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ