ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຈັດກອງປະຊຸມເກັບກຳຂໍ້ມູນການລົງທຶນພາກເອກະຊົນ ໃນຂະແໜງການສຶກສາ ແ

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຈັດກອງປະຊຸມເກັບກຳຂໍ້ມູນການລົງທຶນພາກເອກະຊົນ ໃນຂະແໜງການສຶກສາ ແລະ ກິລາ

🏛️ ການເຄື່ອນໄຫວ
📅 ວັນທີ: 24 ມີນາ 2026

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຈັດກອງປະຊຸມເກັບກຳຂໍ້ມູນການລົງທຶນພາກເອກະຊົນ ໃນຂະແໜງການສຶກສາ ແລະ ກິລາ.

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ກອງປະຊຸມເກັບກຳຂໍ້ມູນການລົງທຶນພາກເອກະຊົນ

ໃນວັນທີ 24 ມີນາ 2026 ນີ້ ຢູ່ທີ່ຫ້ອງປະຊຸມຫຼັງເກົ່າ ຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ມີການຈັດກອງປະຊຸມການເກັບກຳຂໍ້ມູນການລົງທຶນພາກເອກະຊົນໃນຂະແໜງການສຶກສາ ແລະ ກິລາ ແລະ ຂະແໜງການທີ່ກ່ຽວຂ້ອງພາຍໃນແຂວງຂຶ້ນຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ພິມມະສອນ ສີສະອາດ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ.

ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 36 ທ່ານ ເຊິ່ງປະກອບມີ: ຕົວແທນຈາກຫ້ອງການ ແລະ ພະແນກສົ່ງເສີມການລົງທຶນພາກເອກະຊົນ ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າ/ຮອງຂະແໜງການຕ່າງໆ ຈາກພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າ/ຮອງຫົວໜ້າ ແລະ ໜ່ວຍງານທີ່ກ່ຽວຂ້ອງ ຈາກຫ້ອງການສຶກສາທິການ ແລະ ກິລາເມືອງ (ນະຄອນໄກສອນພົມວິຫານ ແລະ ເມືອງອຸທຸມພອນ), ພ້ອມດ້ວຍຜູ້ຕາງໜ້າຈາກພະແນກແຜນການ ແລະ ການລົງທຶນແຂວງ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຫ້ອງວ່າການປົກຄອງແຂວງ, ພະແນກການເງິນແຂວງ ແລະ ສະມາຄົມການສຶກສາພາກເອກະຊົນ ປະຈຳແຂວງເຂົ້າຮ່ວມ.

ບັນຍາກາດໃນກອງປະຊຸມ

ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອຮັບຟັງການລາຍງານສະພາບການລົງທຶນພາກເອກະຊົນຂົງເຂດສຶກສາ, ວິທະຍາສາດ ແລະ ກິລາ ໃນໄລຍະ 5 ປີ (2021-2025) ແລະ ແຜນວຽກຈຸດສຸມໃນ 5 ປີ ຕໍ່ໜ້າ (2026-2030) ພາຍໃຕ້ການຄຸ້ມຄອງຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ. ພ້ອມດຽວກັນນັ້ນ ຍັງມີການລາຍງານກ່ຽວກັບລະບຽບການ, ຂັ້ນຕອນການເສຍພັນທະອາກອນ-ພາສີ, ນະໂຍບາຍຍົກເວັ້ນຕ່າງໆ ຕະຫຼອດຈົນເຖິງວຽກງານການຄຸ້ມຄອງ ແລະ ລະບຽບການແຈ້ງຂຶ້ນທະບຽນວິສາຫະກິດພາຍໃນແຂວງ.

ຜູ້ເຂົ້າຮ່ວມກອງປະຊຸມ

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ພິມມະສອນ ສີສະອາດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການລົງທຶນຈາກພາກເອກະຊົນເຂົ້າໃນວຽກງານການສຶກສາ ວ່າເປັນກຳລັງແຮງສຳຄັນໃນການຮ່ວມກັນພັດທະນາຊັບພະຍາກອນມະນຸດຂອງຊາດ. ທ່ານກ່າວວ່າ: "ການເກັບກຳຂໍ້ມູນໃນຄັ້ງນີ້ ຈະເປັນຖານຂໍ້ມູນອັນສຳຄັນໃຫ້ແກ່ຂັ້ນເທິງ ໃນການກຳນົດທິດທາງແຜນການ, ສ້າງນະໂຍບາຍສົ່ງເສີມ ແລະ ແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການພາກເອກະຊົນໃນຊຸມປີຕໍ່ໜ້າ."

ການປະກອບຄຳຄິດຄຳເຫັນໃນກອງປະຊຸມ

ພ້ອມດຽວກັນນັ້ນ ທ່ານ ອຳພອນ ຂາວເພຍສຸພົມ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດຜູ້ປະກອບການພາກເອກະຊົນພາຍໃນແຂວງ ຈົ່ງພ້ອມກັນເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືໃນການສະໜອງຂໍ້ມູນທີ່ຖືກຕ້ອງ ແລະ ຊັດເຈນ. ພ້ອມທັງຊຸກຍູ້ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ສຸມສະຕິປັນຍາເຂົ້າໃນການປະກອບຄຳຄິດຄຳເຫັນໃສ່ຮ່າງແບບຟອມເກັບກຳຂໍ້ມູນ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ສາມາດນຳໄປຈັດຕັ້ງປະຕິບັດຕົວຈິງໄດ້ຢ່າງມີປະສິດທິຜົນສູງສຸດ.

ນອກຈາກການລາຍງານສະພາບລວມແລ້ວ ໃນກອງປະຊຸມຍັງໄດ້ມີການນຳສະເໜີແບບຟອມເກັບກຳຂໍ້ມູນການລົງທຶນພາກເອກະຊົນ ແລະ ວິທີການສ້າງບັນຊີຮຽນການລົງທຶນ ພ້ອມທັງເປີດໂອກາດໃຫ້ຜູ້ແທນກອງປະຊຸມໄດ້ປະກອບຄໍາເຫັນໃສ່ຮ່າງແບບຟອມ ເພື່ອກຽມພ້ອມນຳໄປຈັດຕັ້ງປະຕິບັດເກັບກຳຂໍ້ມູນຕົວຈິງໃຫ້ມີຄວາມຊັດເຈນ.

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ