
ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເຊິ່ງຈັດຕັ້ງພິທີໂດຍ ທ່ານ ບຸນມີ ລັດຕະນະວົງ ຫົວໜ້າຂະແໜງບໍລິຫານ ແລະ ການເງິນ. ໂດຍມີບັນດາຫົວໜ້າ ແລະ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ, ຫົວໜ້າ/ຮອງ ແລະ ວິຊາການ ຂະແໜງບໍລິຫານ-ການເງິນ, ວິຊາການຈາກຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ນະຄອນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ທີ່ປະຊຸມ ໂດຍທ່ານໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ຍົກສູງຄຸນນະພາບການປະຕິບັດໜ້າທີ່ວິຊາສະເພາະ ເປັນຕົ້ນແມ່ນວຽກງານເລຂານຸການ, ການຄຸ້ມຄອງຄັງເງິນ, ການຄຸ້ມຄອງເງິນບໍລິຫານໂຮງຮຽນ ແລະ ອາຫານທ່ຽງ ໃຫ້ເກີດປະໂຫຍດສູງສຸດ, ລວມເຖິງການຄຸ້ມຄອງຊັບສິນ, ກໍ່ສ້າງພື້ນຖານວັດຖຸ ແລະ ພັດສະດຸຂອງລັດໃຫ້ມີຄວາມໂປ່ງໃສ, ຮັດກຸມ ແລະ ຖືກຕ້ອງຕາມລະບຽບຫຼັກການ ເພື່ອເປັນບ່ອນອີງທີ່ໜັກແໜ້ນໃນການສ້າງແຜນງົບປະມານໃນຊຸມປີຕໍ່ໜ້າ.

ຫຼັງຈາກນັ້ນ, ໃນກອງປະຊຸມໄດ້ມີການນຳສະເໜີ ແລະ ແລກປ່ຽນບົດຮຽນໃນຫຼາຍຫົວຂໍ້ສຳຄັນ ເຊິ່ງປະກອບມີ:
- ບົດສະຫຼຸບຂະແໜງບໍລິຫານ ແລະ ການເງິນ ປະຈຳປີ 2025.
- ວຽກເລຂານຸການ ແລະ ການປະກອບເອກະສານທາງການ.
- ວຽກປະກອບເອກະສານຂໍເບີກຈ່າຍງົບປະມານ ແລະ ຄູ່ມືແນະນຳ, ຜົນການກວດສອບ, ຂໍ້ຕົກລົງ ເລກທີ 200/ກງ ແລະ 012/ກງ.
- ວຽກຄັງເງິນສົດ.
- ວຽກບັນຊີຄູ່.
- ວຽກເງິນບໍລິຫານໂຮງຮຽນ ແລະ ເງິນອາຫານທ່ຽງ.
- ວຽກການຈັດສັນ, ສ້າງແຜນລາຍຈ່າຍ ແລະ ປະຕິບັດງົບປະມານປົກກະຕິ ແລະ ດຸ່ນຈາກກະຊວງ.
- ວຽກກໍ່ສ້າງພື້ນຖານວັດຖຸ.
- ວຽກຊັບສິນ ແລະ ພັດສະດຸ.
- ການສ້າງແຜນລາຍຈ່າຍປີ 2026 ແລະ ຄາດຄະເນງົບປະມານປີ 2027.
- ການຜ່ານຮ່າງບົດບັນທຶກກອງປະຊຸມ.

ກອງປະຊຸມດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ມີການສົນທະນາແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ໄດ້ສຳເລັດລົງຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ຢ່າງຈົບງາມ.