
ໂອກາດນີ້ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຮັບຟັງການລາຍງານສະພາບລວມຂອງບ້ານເດັກ SOS ຈາກຜູ້ຊ່ວຍຜູ້ອຳນວຍການ. ປັດຈຸບັນ ມີເດັກໃນຄວາມດູແລທັງໝົດ 114 ຄົນ ຍິງ 58 ຄົນ (ໃນນີ້ເປັນເດັກນອກ 33 ຄົນ ແລະ ເດັກໃນ 81 ຄົນ) ເເຊິ່ງໄດ້ສົ່ງເດັກກັບຄອບຄົວເດີມ 1 ຄົນ ໂດຍມີແມ່ລ້ຽງ ແລະ ນ້າສາວທັງໝົດ 13 ຄົນ. ໃນໄລຍະ 1 ເດືອນຜ່ານມາ ທາງບ້ານເດັກໄດ້ຈັດກິດຈະກຳພັດທະນາແມ່-ນ້າສາວ ລວມເຖິງການລົງຢ້ຽມຢາມຄອບຄົວ ແລະ ຕິດຕາມສຸຂະພາບແມ່ ແລະ ເດັກ. ຢ່າງໃດກໍຕາມ ທາງບ້ານເດັກຍັງມີຄວາມຕ້ອງການສະໜັບສະໜູນປະເພດເຂົ້າສານ, ອາຫານແຫ້ງ, ສະບູ, ຝຸ່ນຊັກຟອກ, ງົບປະມານສົມທົບຈາກທາງແຂວງ ແລະ ຍັງຂາດແຄນນ້າສາວຜູ້ດູແລເດັກ. ຈາກນັ້ນ ທ່ານເລຂາພັກແຂວງ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະບໍລິຫານບ້ານເດັກເອົາໃຈໃສ່ຝຶກຫັດ ແລະ ສຶກສາອົບຮົມເດັກໃຫ້ກາຍເປັນບຸກຄະລາກອນທີ່ດີຂອງສັງຄົມ ພ້ອມທັງມອບເງິນສົດຈຳນວນ 20.000.000 ກີບ ແລະ ເຄື່ອງຊ່ວຍເຫຼືອລວມມີ: ເຂົ້າສານ, ອາຫານແຫ້ງ, ໄຂ່ໄກ່, ນົມ, ຖົງປຶ້ມ, ເຄື່ອງກິລາ, ນ້ຳດື່ມ, ຂະໜົມ, ອຸປະກອນການຮຽນ ແລະ ເຄື່ອງນອນ ລວມມູນຄ່າເຄື່ອງຊ່ວຍເຫຼືອ 120 ກວ່າລ້ານກີບ.

ເວລາຕໍ່ມາ ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມສະມາຄົມແສງສະຫວ່າງ ເພື່ອຕິດຕາມສະພາບການຝຶກອົບຮົມວິຊາຊີບໃຫ້ແກ່ເດັກດ້ອຍໂອກາດ. ທາງສະມາຄົມໄດ້ລາຍງານການດຳເນີນງານ ເຊິ່ງເນັ້ນການຝຶກອົບຮົມທັກສະການດຳລົງຊີວິດ ແລະ ວິຊາຊີບ ເຊັ່ນ: ການອະນາໄມເຮືອນຊານ, ວຽກຫ້ອງການ, ການແຕ່ງກິນ, ການປູກຝັງ-ລ້ຽງສັດ, ຕັດຫຍິບ, ຕ່ຳຫູກ, ເສີມສວຍ ແລະ ທັກສະຄອມພິວເຕີ ໂດຍເນັ້ນໃສ່ຊາວໜຸ່ມຍິງຜູ້ດ້ອຍໂອກາດຈາກບັນດາເມືອງຕ່າງໆທົ່ວແຂວງ. ປັດຈຸບັນມີຜູ້ເຂົ້າຮັບການຝຶກອົບຮົມ 33 ຄົນ ເຊິ່ງຜ່ານມາໄດ້ມີຜູ້ຈົບໄປແລ້ວຫຼາຍຮຸ່ນ ແລະ ສາມາດນຳເອົາວິຊາຊີບໄປປະກອບອາຊີບສ້າງລາຍໄດ້ຢ່າງເປັນຮູບປະທຳ.

ໃນຕອນທ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ທິດຊີ້ນຳແກ່ຜູ້ບໍລິຫານສະມາຄົມ ແລະ ຊາວໜຸ່ມຍິງທີ່ເປັນສະມາຊິກ ໃຫ້ນຳເອົາຄວາມຮູ້ໄປສ້າງອາຊີບໃຫ້ໄດ້ມາດຕະຖານ ເນື່ອງຈາກການຮຽນວິຊາຊີບແມ່ນການສ້າງລາຍໄດ້ໂດຍກົງໃຫ້ແກ່ຕົນເອງ ແລະ ຄອບຄົວ ເຊິ່ງມີຫຼາຍຕົວຢ່າງໃນສັງຄົມທີ່ປະສົບຜົນສຳເລັດຈາກການປະກອບອາຊີບວິຊາຊີບໂດຍບໍ່ຈຳເປັນຕ້ອງຈົບຊັ້ນສູງ. ທ່ານຍັງໄດ້ເນັ້ນໜັກວ່າ ການນຳແຂວງຍາມໃດກໍເປັນຫ່ວງເປັນໄຍຕໍ່ອະນາຄົດຂອງໄວໜຸ່ມ ເຊິ່ງຈະກາຍເປັນຜູ້ສືບທອດທີ່ມີຄວາມຮູ້ຄວາມສາມາດ. ພ້ອມນີ້ ການນຳແຂວງກໍໄດ້ມອບເຂົ້າສານ 500 ກິໂລ ພ້ອມດ້ວຍເງິນສົດ ແລະ ເຄື່ອງຊ່ວຍເຫຼືອຈຳນວນໜຶ່ງໃຫ້ແກ່ສະມາຄົມ ເພື່ອນຳໃຊ້ເຂົ້າໃນການບໍລິຫານງານຕໍ່ໄປ.

✍️ ຂ່າວ/ພາບ: ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ