ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ ນຳພາຄະນະໂຄງການ LEAPS III ແລະ ສະມາຊິກສະພາແຫ່ງຊາດ ລົງຢ້ຽມຢາມກຸ່ມ

ພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ ນຳພາຄະນະໂຄງການ LEAPS III ແລະ ສະມາຊິກສະພາແຫ່ງຊາດ ລົງຢ້ຽມຢາມກຸ່ມຜະລິດກະສິກຳ ແລະ ໂຮງຮຽນເປົ້າໝາຍ ຢູ່ເມືອງເຊໂປນ

🏛️ ການເຄື່ອນໄຫວ
📅 ວັນທີ: 13 ກຸມພາ 2026

ພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ ນຳພາຄະນະໂຄງການ LEAPS III ແລະ ສະມາຊິກສະພາແຫ່ງຊາດ ລົງຢ້ຽມຢາມກຸ່ມຜະລິດກະສິກຳ ແລະ ໂຮງຮຽນເປົ້າໝາຍ ຢູ່ເມືອງເຊໂປນ.

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ຄະນະຜູ້ແທນລົງຢ້ຽມຢາມ

ຄະນະຜູ້ແທນຈາກ ໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ (LEAPS III) ນຳໂດຍ ທ່ານ ໂຈຊົວ ພູນ (Mr. Joshua Poon) ຜູ້ຕາງໜ້າອົງການບັນເທົາທຸກກາໂຕລິກ (CRS) ປະຈໍາ ສປປ ລາວ, ທ່ານ ນາງ ຄາເທຍ ຣີຊິໂອ (Ms. Katia Rizzo) ເລຂາ 2 ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ແລະ ທ່ານ ເຈັບຟີ ພິວແກຼມ (Mr. Jeffy Pilgram) ຕາງໜ້າໂຄງການ BEQUAL ພ້ອມດ້ວຍ ທ່ານ ສະມາຊິກສະພາແຫ່ງຊາດ, ຄະນະກົມຈາກກະຊວງສຶກສາ, ພະແນກການຕ່າງປະເທດ ແລະ ພະແນກ ສກຂ ໄດ້ລົງເຄື່ອນໄຫວຢ້ຽມຢາມພື້ນທີ່ໂຄງການຕົວຈິງ ຢູ່ທີ່ ເມືອງເຊໂປນ.

ການລົງຢ້ຽມຢາມກຸ່ມຜະລິດກະສິກຳ

ເພື່ອໃຫ້ການຕິດຕາມວຽກງານມີຄວາມທົ່ວເຖິງ ທາງຄະນະຜູ້ແທນໄດ້ແບ່ງອອກເປັນ 2 ກຸ່ມ ເພື່ອລົງຢ້ຽມຢາມກຸ່ມຜະລິດກະສິກຳທີ່ເປັນຕົ້ນແບບໃນການສະໜອງວັດຖຸດິບໃຫ້ແກ່ໂຮງຮຽນ ຄື:
ກຸ່ມທີ 1: ລົງຢ້ຽມຢາມ ກຸ່ມຜະລິດກະສິກຳ ບ້ານທ່າໂຂ່ງ.
ກຸ່ມທີ 2: ລົງຢ້ຽມຢາມ ກຸ່ມຜະລິດກະສິກຳ ບ້ານເມືອງຈັນ.

ເຮືອນຮົ່ມປູກຜັກ

ຢູ່ທີ່ ບ້ານເມືອງຈັນ ຄະນະໄດ້ຮັບຟັງການລາຍງານຈາກ ທ່ານ ມະນີວົງ ພອນບຸບຜາ ຫົວໜ້າກຸ່ມສວນຜັກ ໂດຍໃຫ້ຮູ້ວ່າ: ປັດຈຸບັນກຸ່ມມີເຮືອນຮົ່ມທັງໝົດ 9 ຫຼັງ (ໂຄງໄມ້ 5 ຫຼັງ ແລະ ໄດ້ຮັບການສະໜັບສະໜູນໂຄງເຫຼັກຕື່ມ 4 ຫຼັງ) ໂດຍແບ່ງໃຫ້ສະມາຊິກຮັບຜິດຊອບຄອບຄົວລະ 1 ຫຼັງ. ພືດຜັກທີ່ປູກມີ ຜັກກາດນາ, ຫອມບົ່ວ, ສະຫຼັດ ແລະ ອື່ນໆ ອີງຕາມຄວາມຕ້ອງການຂອງຕະຫຼາດ ເເຊິ່ງເນັ້ນສະໜອງໃຫ້ໂຮງຮຽນເປັນຫຼັກ. ຈຸດທີ່ພົ້ນເດັ່ນຄື ທາງກຸ່ມໄດ້ໃຫ້ຄຳໝັ້ນສັນຍາວ່າ ພາຍຫຼັງໂຄງການສິ້ນສຸດລົງ ຈະສືບຕໍ່ຂາຍຜັກໃຫ້ໂຮງຮຽນໃນ ລາຄາຫຼຸດ 50% ເພື່ອຄວາມຍືນຍົງ. ພ້ອມກັນນັ້ນ ຫ້ອງການກະສິກຳເມືອງ ກໍພ້ອມທີ່ຈະຊ່ວຍຊອກຫາແຫຼ່ງທຶນ, ສ້າງກອງທຶນບ້ານ ແລະ ກວດກາຄຸນນະພາບຜັກໃຫ້ໄດ້ມາດຕະຖານຢ່າງຕໍ່ເນື່ອງ.

ກິດຈະກຳແຈກຢາຍອາຫານທ່ຽງ

ພາຍຫຼັງສຳເລັດການຢ້ຽມຢາມກຸ່ມຜະລິດແລ້ວ ທັງສອງກຸ່ມໄດ້ກັບມາເຕົ້າໂຮມກັນຢູ່ທີ່ ໂຮງຮຽນປະຖົມ ບ້ານເມືອງຈັນ ເພື່ອຢ້ຽມຊົມການຈັດຕັ້ງປະຕິບັດວຽກງານອາຫານທ່ຽງໃນໂຮງຮຽນ. ໃນໂອກາດນີ້ ຄະນະຜູ້ແທນ ໄດ້ໃຫ້ກຽດເຂົ້າຮ່ວມກິດຈະກຳ ແຈກຢາຍອາຫານທ່ຽງ ໃຫ້ນ້ອງນັກຮຽນ ແລະ ຮ່ວມຮັບປະທານອາຫານທ່ຽງກັບຊຸມຊົນ ດ້ວຍບັນຍາກາດທີ່ອົບອຸ່ນ ແລະ ເປັນກັນເອງ.

ການລົງເຄື່ອນໄຫວໃນຕອນເຊົ້ານີ້ ແມ່ນເພື່ອເປັນການຕິດຕາມເບິ່ງການເຊື່ອມໂຍງ ລະຫວ່າງ ການຜະລິດກະສິກຳໃນຊຸມຊົນ ແລະ ວຽກງານໂພຊະນາການໃນໂຮງຮຽນ.

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ