ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ຈັດການສອບເສັງແຂ່ງຂັນນັກຮຽນເກັ່ງ ລະດັບແຂວງ ສົກ 2025-2026

ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ຈັດການສອບເສັງແຂ່ງຂັນນັກຮຽນເກັ່ງ ລະດັບແຂວງ ສົກ 2025-2026

🏛️ ການເຄື່ອນໄຫວ
📅 ວັນທີ: 13 ກຸມພາ 2026

ໃນວັນທີ 13 ກຸມພາ 2026 ທີ່ຜ່ານມາ ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດຫຼັງຕ່ຳ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ຈັດພິທີສອບເສັງ ແລະ ສະຫຼຸບຜົນການແຂ່ງຂັນນັກຮຽນເກັ່ງລະດັບແຂວງ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ.

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ພິທີສອບເສັງແຂ່ງຂັນນັກຮຽນເກັ່ງ ລະດັບແຂວງ

ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ (ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ), ທ່ານ ພິມມະສອນ ວໍລະຍຸດ ແລະ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ, ບັນດາຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຂະແໜງສາມັນສຶກສາ, ຄູອາຈານຜູ້ຝຶກສອນ, ແຂກຖືກເຊີນ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະພິທີ ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາ ພ້ອມດ້ວຍ ທ່ານ ທະວີສັກ ຄຳມຸງຄຸນ ຮອງຫົວໜ້າຂະແໜງສາມັນສຶກສາ ໃນນາມຄະນະຮັບຜິດຊອບຈັດຕັ້ງພິທີ ໄດ້ລາຍງານກ່ຽວກັບຈຸດປະສົງ ແລະ ຜົນສຳເລັດຂອງການສອບເສັງຄັ້ງນີ້. ການແຂ່ງຂັນແມ່ນເພື່ອປະຕິບັດຕາມຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ແນໃສ່ຄັດເລືອກເຟັ້ນຫານັກຮຽນທີ່ມີພອນສະຫວັນ, ມີຄວາມຮູ້ຄວາມສາມາດທີ່ແທ້ຈິງ ເພື່ອສ້າງຂະບວນການ "ສອນດີ-ຮຽນເກັ່ງ" ໃຫ້ມີບັນຍາກາດຟົດຟື້ນທົ່ວແຂວງ.

ບັນຍາກາດໃນພິທີສອບເສັງນັກຮຽນເກັ່ງ

ການສອບເສັງໃນປີນີ້ ມີນັກຮຽນເຂົ້າຮ່ວມທັງໝົດ 276 ຄົນ (ຍິງ 205 ຄົນ) ຈາກ 14 ເມືອງ ແລະ 1 ນະຄອນ. ສຳລັບຂັ້ນ ປ5 ແມ່ນເປັນການສອບເສັງສູງສຸດຂັ້ນແຂວງ ສ່ວນ ມ4 ແລະ ມ7 ແມ່ນເປັນການສອບເສັງຮອບທຳອິດ ເພື່ອຄັດເລືອກເອົາຜູ້ທີ່ໄດ້ຄະແນນສູງສຸດ 5 ອັນດັບ ລົງສູ່ສະໜາມແຂ່ງຂັນໃນຮອບທີ 2 ອີກຄັ້ງ. ຜ່ານການສອບເສັງຢ່າງເຂັ້ມຂຸ້ນ, ຜົນການແຂ່ງຂັນໃນແຕ່ລະຂັ້ນ ມີດັ່ງນີ້:

1. ຊັ້ນປະຖົມສຶກສາ (ປ5):

ວິຊາພາສາລາວ:

  • ອັນດັບທີ 1: ນາງ ສຸນິສາ ຄໍາສີດາ (ປຖ ສຸນັນທາ ນະຄອນໄກສອນພົມວິຫານ).
  • ລາງວັນຊົມເຊີຍ: ນາງ ສຸກຈັນດາ ດວງບຸຜາ (ປຖ ນໍ້າເຜີ້ງ ເມືອງອຸທຸມພອນ) ແລະ ນາງ ອາລະດາ ແກ້ວມີໄຊ (ປຖ ສະຫວ່າງຫຼັກ 3 ນະຄອນໄກສອນພົມວິຫານ).

ວິຊາຄະນິດສາດ:

  • ອັນດັບທີ 1: ທ້າວ ລັດຖະກອນ ສີພັນທອງ (ປຖ ນໍ້າເຜິ້ງ ເມືອງອຸທຸມພອນ).
  • ອັນດັບທີ 2: ນາງ ແກ້ວມີໄຊ ໄຊຍະສີຫາ (ປຖ ສະຫວ່າງຫຼັກ 3 ນະຄອນໄກສອນພົມວິຫານ).
  • ອັນດັບທີ 3: ທ້າວ ພອນປະເສີດ ພູວັນ (ປຖ ຈູງເຕັກ ນະຄອນໄກສອນພົມວິຫານ).

ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ:

  • ອັນດັບທີ 1: ທ້າວ ທະວີໄຊ ທານາດາບຸດ (ປຖ ສຸນັນທາ ນະຄອນໄກສອນພົມວິຫານ).
  • ອັນດັບທີ 2: ທ້າວ ນັດທະພອນ ວົງສາ (ປຖ ນໍ້າເຜີ້ງ ເມືອງອຸທຸມພອນ).
  • ລາງວັນຊົມເຊີຍ: ທ້າວ ທະວີໂຊກ ພູວຽງແສງ (ປຖ ສຸນັນທາ ນະຄອນໄກສອນພົມວິຫານ).
ການມອບລາງວັນໃຫ້ນັກຮຽນເກັ່ງ

2. ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) - ຜູ້ທີ່ຜ່ານເຂົ້າຮອບ 5 ຄົນ:

ວິຊາພາສາລາວ-ວັນນະຄະດີ:

  • ນາງ ຮຸ່ງນະພາ ສີລິດາວົງ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ).
  • ນາງ ຍິ່ງລັກ ສີຫາຈັກ (ມສ ຈູງເຕັກ ນະຄອນໄກສອນພົມວິຫານ).
  • ນາງ ແພງຕາ ອິນທະວົງ (ມສ ໄຊຍະເພັດ ເມືອງອຸທຸມພອນ).
  • ນາງ ສຸພາລິມິດ ຕອມພັນທຸລາດ (ມສ ສະຫວັນ ນະຄອນໄກສອນພົມວິຫານ).
  • ທ້າວ ໂນ່ງ ບຸດປາວົງ (ມຕ ສີທອງ ເມືອງຈຳພອນ).

ວິຊາຄະນິດສາດ:

  • ທ້າວ ເລື່ອງມະໂນ ສຸມີໄຊ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ).
  • ນາງ ດັ່ງຫງຽນ ເຟືອງລີນ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ).
  • ນາງ ສຸກທິດາ ພິມມະວົງສາ (ມສ ສະຫວັນ ນະຄອນໄກສອນພົມວິຫານ).
  • ທ້າວ ອະນຸວົງ ພົມມະແສງ (ມຕ ແກ້ງກອກເໜືອ ເມືອງຈຳພອນ).
  • ນາງ ຄຸນມີ ວົງສຸທິ (ມສ ສະຫວັນ ນະຄອນໄກສອນພົມວິຫານ).

ວິຊາຟີຊິກສາດ:

  • ນາງ ສຸທິສາ ໄຊຊະນະ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ).
  • ນາງ ອະນຸສອນ ບາງພະຈັນ (ມສ ຈູງເຕັກ ນະຄອນໄກສອນພົມວິຫານ).
  • ນາງ ວິໄລພອນ ສົມບັດບຸນເຮືອງ (ມສ ໂພນສະຫວັນ ນະຄອນໄກສອນພົມວິຫານ).
  • ທ້າວ ເພັດອະນຸສອນ ສີສົມແພງ (ມສ ພີນ ເມືອງພີນ).
  • ນາງ ສຸກສົມຊື່ນ ເພັດສະລາດ (ມຕ ແກ້ງກອກເໜືອ ເມືອງຈຳພອນ).

ວິຊາເຄມີສາດ:

  • ນາງ ຈິນດາພອນ ພິມວົງສາ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ).
  • ນາງ ແກ້ວມະນີ ຈັນສົມພູ (ມສ ຈູງເຕັກ ນະຄອນໄກສອນພົມວິຫານ).
  • ນາງ ພຸດສະຫວັນ ຂັນຕິວົງ (ມສ ອຸດົມວິໄລ ນະຄອນໄກສອນພົມວິຫານ).
  • ທ້າວ ໄຊສະຫວັນ ສີຈໍາປາ (ມສ ຊົນເຜົ່າ ນະຄອນໄກສອນພົມວິຫານ).
  • ນາງ ຄໍາອິນ ບຸດຕະເທບ (ມຕ ດົງເຫັນ ເມືອງອາດສະພັງທອງ).
ຄະນະປະທານ ແລະ ນັກຮຽນເກັ່ງ

3. ຊັ້ນມັດທະຍົມສຶກສາຕອນປາຍ (ມ7) - ຜູ້ທີ່ຜ່ານເຂົ້າຮອບ 5 ຄົນ:

ວິຊາພາສາລາວ-ວັນນະຄະດີ:

  • ນາງ ເພັດພະຈັນ ແກ້ວປະເສີດ (ມສ ໂພນສະຫວັນ ນະຄອນໄກສອນພົມວິຫານ).
  • ນາງ ນໍ້າເພັດ ເຂົ້າກຽມກອງ (ມສ ໂພນສະຫວັນ ນະຄອນໄກສອນພົມວິຫານ).
  • ນາງ ສຸພາວິດາ ພາມີສິດ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ).
  • ນາງ ສຸກພະຊາດາ ແກ້ວວົງສັກ (ມສ ໂນນຈານ ເມືອງທ່າປາງທອງ).
  • ທ້າວ ຈັນທະສອນ ສີຄູນຄໍາ (ມປ ແກ້ງກອກ ເມືອງຈຳພອນ).

ວິຊາຄະນິດສາດ:

  • ທ້າວ ຈັນທະພອນ ສີທອງ (ມສ ຈູງເຕັກ ນະຄອນໄກສອນພົມວິຫານ).
  • ນາງ ສຸນິສາ ລັດຕະນະວົງ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ).
  • ນາງ ສຸກພະຈັນ ແຊວສະວົງ (ມສ ເຊໂປນ ເມືອງເຊໂປນ).
  • ທ້າວ ຈະນະກອນ ໄຂຄຳພິທູນ (ມສ ສະຫວັນ ນະຄອນໄກສອນພົມວິຫານ).
  • ທ້າວ ເລທັນປິ່ນ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ).

ວິຊາຟີຊິກສາດ:

  • ທ້າວ ສົມບູນ ລໍາພູວົງ (ມສ ສະຫວັນ ນະຄອນໄກສອນພົມວິຫານ).
  • ນາງ ລິນທອງ ສີດາຈັນ (ມສ ຊົນເຜົ່າ ນະຄອນໄກສອນພົມວິຫານ).
  • ນາງ ພອນສະໄໝ ສຸຄຳທັດ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ).
  • ທ້າວ ໄຊຊະນະ ສົມບັດອິນ (ມສ ຈຸງເຕັກ ນະຄອນໄກສອນພົມວິຫານ).
  • ທ້າວ ຊີວິນ ສຸລິໂຍ (ມສ ອຸທຸມພອນ ເມືອງອຸທຸມພອນ).

ວິຊາເຄມີສາດ:

  • ນາງ ບຸດສະລິນ ອ່ອນສີສົມບັດ (ມສ ສະຫວັນ ນະຄອນໄກສອນພົມວິຫານ).
  • ນາງ ບົວສະຫວັນ ແພງຂຸນໄຕ (ມສ ສະຫວັນ ນະຄອນໄກສອນພົມວິຫານ).
  • ນາງ ປອຍແກ້ວ ພົນອາສາ (ມສ ໂພນສະຫວັນ ນະຄອນໄກສອນພົມວິຫານ).
  • ທ້າວ ພູພູນຊັບ ແກ້ວອິນຈັນ (ມສ ຈຸງເຕັກ ນະຄອນໄກສອນພົມວິຫານ).
  • ນາງ ວິລັດດາ ວົງສາຄອນ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ).

ສຳລັບນັກຮຽນຊັ້ນ ມ4 ແລະ ມ7 ທີ່ຕິດອັນດັບ 1-5 ຂອງແຕ່ລະວິຊາ ຈະມີການສອບເສັງໃນຮອບທີ 2 (ຮອບຄັດເລືອກຕົວແທນ) ຈະຖືກຈັດຂຶ້ນໃນໄວໆນີ້ ເພື່ອໃຫ້ໄດ້ນັກຮຽນເກັ່ງທີ່ດີເລີດທີ່ສຸດ ເຊິ່ງຈະໄດ້ຮັບການຝຶກຝົນເພີ່ມເຕີມ ແລະ ເປັນຕົວແທນຂອງແຂວງສະຫວັນນະເຂດ ເຂົ້າຮ່ວມການແຂ່ງຂັນນັກຮຽນເກັ່ງລະດັບຊາດ ທີ່ຈະຈັດຂຶ້ນໃນທ້າຍເດືອນມີນາ 2026 ນີ້.

✍️ ຂ່າວ/ພາບ: ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ