
ໃນພິທີໃຫ້ກຽດເປັນປະທານໂດຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ພິມມະສອນ ວໍລະຍຸດ ແລະ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າ ສກຂ, ທ່ານຫົວໜ້າສະມາຄົມຊາວຈີນ, ທ່ານຫົວໜ້າສະມາຄົມຊາວຫວຽດນາມ, ຄູ-ອາຈານ, ນ້ອງນັກຮຽນ ແລະ ຜູ້ປົກຄອງເຂົ້າຮ່ວມຢ່າງພ້ອມພຽງ.
ໂດຍມີ ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາ ພ້ອມດ້ວຍ ທ່ານ ທະວີສັກ ຄຳມຸງຄຸນ ຮອງຫົວໜ້າຂະແໜງສາມັນສຶກສາ ໃນນາມຄະນະຮັບຜິດຊອບຈັດຕັ້ງພິທີ ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ແລະ ຜົນສຳເລັດຂອງການສອບເສັງໃນຄັ້ງນີ້, ເຊິ່ງໄດ້ດຳເນີນໄປຕາມລະບຽບຫຼັກການຢ່າງເຂັ້ມງວດ ເພື່ອຄັດເລືອກເອົາຕົວແທນນັກຮຽນທີ່ມີຄວາມຮູ້ຄວາມສາມາດທີ່ແທ້ຈິງຂອງແຂວງ.

🏆 ຜົນການສອບເສັງ ແລະ ການຄັດເລືອກຕົວແທນແຂວງ ມີດັ່ງນີ້:
- ວິຊາ ພາສາລາວ-ວັນນະຄະດີ:
- ຕົວແທນລະດັບຊາດ: ອັນດັບທີ 1 ນາງ ຮຸ່ງນະພາ ສີລິດາວົງ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ) ແລະ ອັນດັບທີ 2 ນາງ ຍິ່ງລັກ ສີຫາຈັກ (ມສ ຈຸງເຕັກ ນະຄອນໄກສອນພົມວິຫານ).
- ລາງວັນ ອັນດັບ 3: ທ້າວ ໂນ່ງ ບຸດປາວົງ (ມຕ ສີທອງ ເມືອງຈຳພອນ). - ວິຊາ ຄະນິດສາດ:
- ຕົວແທນລະດັບຊາດ: ອັນດັບທີ 1 ທ້າວ ເລື່ອງມະໂນ ສຸມີໄຊ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ) ແລະ ນາງ ດັ່ງຫງຽນ ເຟືອງລີນ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ).
- ລາງວັນຊົມເຊີຍ: ນາງ ສຸກທິດາ ພິມມະວົງສາ (ມສ ສະຫວັນ ນະຄອນໄກສອນພົມວິຫານ). - ວິຊາ ຟີຊິກສາດ:
- ຕົວແທນລະດັບຊາດ: ອັນດັບທີ 1 ນາງ ສຸທິສາ ໄຊຊະນະ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ) ແລະ ອັນດັບທີ 2 ນາງ ສຸກສົມຊື່ນ ເພັດສະລາດ (ມຕ ແກ້ງກອກເໜືອ ເມືອງຈຳພອນ).
- ລາງວັນຊົມເຊີຍ: ນາງ ອະນຸສອນ ບາງພະຈັນ (ມສ ຈຸງເຕັກ ນະຄອນໄກສອນພົມວິຫານ). - ວິຊາ ເຄມີສາດ:
- ຕົວແທນລະດັບຊາດ : ນາງ ຈິນດາພອນ ພິມວົງສາ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ) ແລະ ນາງ ແກ້ວມະນີ ຈັນສົມພູ (ມສ ຈຸງເຕັກ ນະຄອນໄກສອນພົມວິຫານ).
- ລາງວັນຊົມເຊີຍ: ນາງ ພຸດສະຫວັນ ຂັນຕິວົງ (ມສ ອຸດົມວິໄລ ນະຄອນໄກສອນພົມວິຫານ).
- ວິຊາ ພາສາລາວ-ວັນນະຄະດີ:
- ຕົວແທນລະດັບຊາດ: ອັນດັບທີ 1 ນາງ ເພັດພະຈັນ ແກ້ວປະເສີດ (ມສ ໂພນສະຫວັນ ນະຄອນໄກສອນພົມວິຫານ) ແລະ ອັນດັບທີ 2 ນາງ ສຸກພະຊາດາ ແກ້ວວົງສັກ (ມສ ໂນນຈານ ເມືອງທ່າປາງທອງ).
- ລາງວັນຊົມເຊີຍ: ທ້າວ ຈັນທະສອນ ສີຄູນຄໍາ (ມປ ແກ້ງກອກ ເມືອງຈຳພອນ). - ວິຊາ ຄະນິດສາດ:
- ຕົວແທນລະດັບຊາດ: ອັນດັບທີ 1 ທ້າວ ຈັນທະພອນ ສີທອງ (ມສ ຈຸງເຕັກ ນະຄອນໄກສອນພົມວິຫານ) ແລະ ທ້າວ ຈະນະກອນ ໄຂຄຳພິທູນ (ມສ ສະຫວັນ ນະຄອນໄກສອນພົມວິຫານ).
- ລາງວັນຊົມເຊີຍ: ທ້າວ ເລທັນປິ່ນ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ). - ວິຊາ ຟີຊິກສາດ:
- ຕົວແທນລະດັບຊາດ: ທ້າວ ຊີວິນ ສຸລິໂຍ (ມສ ອຸທຸມພອນ ເມືອງອຸທຸມພອນ), ນາງ ພອນສະໄໝ ສຸຄຳທັດ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ).
- ລາງວັນຊົມເຊີຍ: ທ້າວ ໄຊຊະນະ ສົມບັດອິນ (ມສ ຈຸງເຕັກ ນະຄອນໄກສອນພົມວິຫານ). - ວິຊາ ເຄມີສາດ:
- ຕົວແທນລະດັບຊາດ: ນາງ ວິລັດດາ ວົງສາຄອນ (ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ) ແລະ ນາງ ບຸດສະລິນ ອ່ອນສີສົມບັດ (ມສ ສະຫວັນ ນະຄອນໄກສອນພົມວິຫານ).
- ລາງວັນຊົມເຊີຍ: ນາງ ບົວສະຫວັນ ແພງຂຸນໄຕ (ມສ ສະຫວັນ ນະຄອນໄກສອນພົມວິຫານ).

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ໃຫ້ກຽດໂອ້ລົມເພື່ອເປັນທິດຊີ້ນຳ ເເຊິ່ງກ່ອນອື່ນໝົດ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈຕໍ່ຜົນງານ, ຄວາມບາກບັ່ນ ແລະ ຄວາມໝັ່ນພຽນຂອງນ້ອງນັກຮຽນທຸກຄົນ ຈົນສາມາດຍາດໄດ້ອັນດັບແຖວໜ້າຂອງແຂວງ. ພ້ອມກັນນີ້ ທ່ານຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງຄູ-ອາຈານຜູ້ຝຶກສອນ, ຜູ້ປົກຄອງນັກຮຽນ ແລະ ທຸກພາກສ່ວນ ໂດຍສະເພາະສະມາຄົມຊາວຈີນ ແລະ ຊາວຫວຽດນາມ ທີ່ໄດ້ໃຫ້ການຊຸກຍູ້ສະໜັບສະໜູນວຽກງານການສຶກສາຂອງແຂວງຕະຫຼອດມາ.

ໃນຕອນທ້າຍ ທ່ານຍັງໄດ້ເນັ້ນໜັກໃຫ້ບັນດານ້ອງນັກຮຽນທີ່ໄດ້ຮັບການຄັດເລືອກເປັນຕົວແທນຂອງແຂວງ ຈົ່ງກຳແໜ້ນໂອກາດອັນຊົງກຽດນີ້ ສືບຕໍ່ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ແລະ ຝຶກຊ້ອມແກ້ບົດຝຶກຫັດຮ່ວມກັບຄູອາຈານຢ່າງເປັນປົກກະຕິ ເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງຕົນໃຫ້ແຫຼມຄົມຂຶ້ນກວ່າເກົ່າ. ພ້ອມນັ້ນ ຍັງໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ຄູອາຈານ ຈົ່ງສືບຕໍ່ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການບຳລຸງນັກຮຽນຢ່າງຕັ້ງໜ້າ ເພື່ອກຽມຄວາມພ້ອມຮອບດ້ານ ທັງທາງດ້ານວິຊາການ ແລະ ຈິດໃຈ ໃນການໄປຮ່ວມແຂ່ງຂັນລະດັບຊາດ ທີ່ນະຄອນຫຼວງວຽງຈັນ ໃນທ້າຍເດືອນເມສານີ້ ໂດຍມຸ່ງຫວັງໃຫ້ນັກຮຽນຕົວແທນຂອງພວກເຮົາ ສາມາດຍາດໄດ້ຫຼຽນລາງວັນ ແລະ ສ້າງຊື່ສຽງກຽດຕິຍົດອັນໃຫຍ່ຫຼວງ ມາສູ່ແຂວງສະຫວັນນະເຂດ.