ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາແຂວງ ຮ່ວມກັບ ພຣະອາຈານ ສັກດາ ເຄນວົງສັກ ມອບເຄື່ອງນອນ ແລະ ອຸປະກອນຮັບໃຊ້ຫໍພັກ ໃຫ

ພະແນກສຶກສາທິການ ແລະ ກິລາແຂວງ ຮ່ວມກັບ ພຣະອາຈານ ສັກດາ ເຄນວົງສັກ ມອບເຄື່ອງນອນ ແລະ ອຸປະກອນຮັບໃຊ້ຫໍພັກ ໃຫ້ແກ່ ມສ ໂນນຈານ ເມືອງທ່າປາງທອງ.

🏛️ ການເຄື່ອນໄຫວ
📅 ວັນທີ: 8 ກຸມພາ 2026

ໃນວັນທີ 6 ກຸມພາ ຜ່ານມານີ້ ທີ່ ໂຮງຮຽນມັດທະຍົມສົມບູນ ໂນນຈານ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ອຸປະກອນເຄື່ອງນອນ ແລະ ເຄື່ອງໃຊ້ທີ່ຈຳເປັນສຳລັບນັກຮຽນຫໍພັກ ເຊິ່ງເປັນການປະສານສົມທົບ ແລະ ຮ່ວມມືກັນ ລະຫວ່າງ ພະແນກສຶກສາທິການ ແລະ ກິລາແຂວງ ແລະ ພຣະມະຫາ ສັກດາ ເຄນວົງສັກ.

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ພິທີມອບ-ຮັບ ອຸປະກອນເຄື່ອງນອນ ແລະ ເຄື່ອງໃຊ້

ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ພຣະອາຈານ ສັກດາ ເຄນວົງສັກ ຄະນະກຳມະການ ອພສ ສູນກາງ ຮອງປະທານ ອພສ ແຂວງສະຫວັນນະເຂດ ເເຈົ້າອະທິການວັດໂນນຫີນແຮ່ ພ້ອມຄະນະ ເຊິ່ງ ຜູ້ລະດົມຂົນຂວາຍ ແລະ ມອບເຄື່ອງຊ່ວຍເຫຼືອ, ພ້ອມດ້ວຍ ທ່ານ ສຳລານ ໄຊຍະເພັດ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ອຳນາດການປົກຄອງບ້ານ, ຄູ-ອາຈານ ແລະ ນ້ອງນັກຮຽນໄດ້ເຂົ້າຮ່ວມ.

ບັນຍາກາດພິທີມອບ-ຮັບ

ທ່ານ ອາຈານ ທອງມາ ຜັ້ນດາລາເພັດ ຜູ້ອຳນວຍການ ມສ ໂນນຈານ ໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບຄວາມຈຳເປັນຂອງຫໍພັກນັກຮຽນ ມສ ໂນນຈານມີນັກຮຽນທັງໝົດ 376 ຄົນ ຍິງ 205 ຄົນ. ເນື່ອງຈາກການຈັດຕັ້ງປະຕິບັດນະໂຍບາຍການສຶກສາ ໃນການສັບຊ້ອນໂຮງຮຽນຂະໜາດນ້ອຍ ໃຫ້ມາຮຽນໂຮມກັນຢູ່ຈຸດດຽວ (ຈາກ 4 ແຫ່ງ ຍຸບລົງເຫຼືອ 2 ແຫ່ງ) ເຮັດໃຫ້ນັກຮຽນຈຳໜຶ່ງມີເຮືອນຢູ່ຫ່າງໄກຈາກໂຮງຮຽນ ຈຳເປັນຕ້ອງໄດ້ມາພັກເຊົາຢູ່ຫໍພັກ.

ອຸປະກອນ ແລະ ເຄື່ອງໃຊ້ທີ່ນຳມາມອບ

ສຳລັບເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ ແມ່ນເກີດຂຶ້ນຈາກການ ລະດົມຂົນຂວາຍ ແລະ ຈັດຫາ ໂດຍ ພຣະມະຫາ ສັກດາ ເຄນວົງສັກ ພ້ອມດ້ວຍຜູ້ມີຈິດສັດທາ ເພື່ອເປັນການອຸປະຖຳຊ່ວຍເຫຼືອການສຶກສາ, ປະກອບມີ: ເຊື່ອນອນ, ຜ້າຫົ່ມ, ໝອນ, ພັດລົມ, ມຸ້ງນອນ, ກະໂຕກ, ໝໍ້ໜຶ້ງເຂົ້າ, ຮວດໜຶ້ງເຂົ້າ ແລະ ເຄື່ອງໃຊ້ໃນເຮືອນຄົວອື່ນໆອີກຈຳນວນຫຼາຍລາຍການ.

ພຣະອາຈານ ສັກດາ ເຄນວົງສັກ ໃຫ້ໂອວາດ

ໃນວາລະອັນເປັນສິລິມຸງຄຸນນີ້ ພຣະອາຈານ ສັກດາ ເຄນວົງສັກ ໄດ້ເມດຕາສະແດງທຳມະເທສະໜາ ແລະ ໃຫ້ໂອວາດແກ່ຄູ-ອາຈານ ແລະ ນ້ອງນັກຮຽນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງ: "ຄວາມສຳຄັນຂອງການສຶກສາ ທີ່ຕ້ອງຄວບຄູ່ກັບຄຸນສົມບັດສິນທຳ. ຂໍໃຫ້ນັກຮຽນທຸກຄົນ ຈົ່ງມີຄວາມກະຕັນຍູຮູ້ບຸນຄຸນຕໍ່ພໍ່ແມ່ ຄູອາຈານ ແລະ ຜູ້ມີພະຄຸນ, ໃຫ້ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະການຢູ່ຮ່ວມກັນໃນຫໍພັກ ປຽບສະເໝືອນອ້າຍເອື້ອຍນ້ອງຄອບຄົວດຽວກັນ. ໃຫ້ຕັ້ງໃຈສຶກສາຮ່ຳຮຽນ ຫຼີກເວັ້ນຈາກອະບາຍະມຸກ ແລະ ສິ່ງເສບຕິດທັງປວງ ເພື່ອເຕີບໃຫຍ່ເປັນຊັບພະຍາກອນມະນຸດທີ່ມີຄຸນຄ່າຂອງປະເທດຊາດ."

ຕອນທ້າຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າ ສກຂ ສະຫວັນນະເຂດ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ການປະກອບສ່ວນອັນສຳຄັນຂອງ ພຣະມະຫາ ສັກດາ ເຄນວົງສັກ ແລະ ຜູ້ມີຈິດສັດທາທຸກທ່ານ ທີ່ໄດ້ເຫັນຄວາມສຳຄັນຂອງວຽກງານການສຶກສາ ແລະ ໄດ້ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້.

✍️ ພາບ-ຂ່າວ: ນັກຂ່າວ ສກຂ

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ