
ໃນການລົງເຄື່ອນໄຫວຄັ້ງນີ້ ຄະນະທີມງານໄດ້ລົງເຮັດວຽກຕົວຈິງຢູ່ທີ່ ໂຮງຮຽນປະຖົມສົມບູນ ບ້ານນາແກ ເມືອງວິລະບູລີ ໂດຍມີ ທ່ານ ແກ້ວອຸດອນ ວົງສັກດາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ວິລະບູລີ ແລະ ທ່ານ ຄອນສະຫວັນ ແກ້ວວົງເພັດ ຜູ້ອຳນວຍການໂຮງຮຽນ ພ້ອມດ້ວຍຄະນະຄູອາຈານ ໃຫ້ການຕ້ອນຮັບ ແລະ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ .

ຈາກການຕິດຕາມຕົວຈິງພົບວ່າ ໂຮງຮຽນ ປ.ສ ບ້ານນາແກ ມີນັກຮຽນທັງໝົດ 202 ຄົນ (ຍິງ 50 ຄົນ) ແລະ ມີຄູສອນຈຳນວນ 4 ທ່ານ ບັນຫາທີ່ພົ້ນເດັ່ນແມ່ນນັກຮຽນສ່ວນຫຼາຍເປັນຊົນເຜົ່າຜູ້ໄທ ເຮັດໃຫ້ຍັງມີຂໍ້ຈຳກັດດ້ານການຟັງ, ເວົ້າ, ອ່ານ ແລະ ຂຽນພາສາລາວ ນອກຈາກນີ້ ຄູອາຈານບາງທ່ານຍັງພົບຄວາມທ້າທາຍໃນການສອນ ໂດຍສະເພາະຂັ້ນ ປ.3 ແລະ ປ.4 ທີ່ຍັງຂາດການຝຶກອົບຮົມສະເພາະທາງ ເຮັດໃຫ້ການຄຸ້ມຄອງຫ້ອງຮຽນຍັງບໍ່ທັນໄດ້ດີເທົ່າທີ່ຄວນ .

ໂອກາດນີ້ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍເນັ້ນໜັກໃຫ້ຜູ້ບໍລິຫານໂຮງຮຽນ ແລະ ຄູອາຈານ ເລັ່ງຊອກຫາວິທີການບຳລຸງນັກຮຽນທີ່ຮຽນອ່ອນ ໃຫ້ສາມາດອ່ານ ແລະ ຂຽນພາສາລາວໄດ້ຢ່າງຄ່ອງແຄ້ວ ເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ຍົກລະດັບຄຸນນະພາບການສຶກສາ ສຳລັບບັນຫາການຂາດເຕັກນິກການສອນຫ້ອງຄວບໃນຂັ້ນຮຽນສູງ ທາງ ສກຂ ຈະນຳໄປພິຈາລະນາເພື່ອຊອກຫາແນວທາງຈັດຝຶກອົບຮົມ ຫຼື ຂໍການສະໜັບສະໜູນຈາກໂຄງການທີ່ກ່ຽວຂ້ອງຕໍ່ໄປ.

ການລົງເຄື່ອນໄຫວໃນຄັ້ງນີ້ ຖືເປັນວຽກງານສຳຄັນຂອງ ສກຂ ສະຫວັນນະເຂດ ໃນການຕິດຕາມກວດກາ ແລະ ປະເມີນຜົນວຽກງານການສຶກສາຂັ້ນທ້ອງຖິ່ນຢ່າງໃກ້ຊິດ ເພື່ອຮັບປະກັນວ່າການພັດທະນາວິຊາຊີບຄູໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
✍️ ຂ່າວ/ພາບ: ພະແນກສຶກສາທິການ ແລະ ກິລາແຂວງ ສະຫວັນນະເຂດ