
=================

ໃນວັນທີ 25 ມິຖຸນາ 2026 ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ມີການຈັດກອງປະຊຸມປິດທ້າຍໂຄງການການສຶກສາເພື່ອພັດທະນາຊີວິດເດັກນ້ອຍຜູ້ດ້ອຍໂອກາດ ໄລຍະທີ III ແລະ ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ (MOU) ສຳລັບໂຄງການໄລຍະທີ IV ຂອງອົງການຊ່ວຍເຫຼືອດ້ານການສຶກສາລາວ (School Support Laos - SSL).

.

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ແລະ ທ່ານ ນາງ ມາຣິດ ງາມສະຫຼາດ ຜູ້ຕາງໜ້າອົງການຊ່ວຍເຫຼືອດ້ານການສຶກສາລາວ ປະຈຳ ສປປ ລາວ, ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ, ພະແນກການເງິນແຂວງ, ພະແນກການຕ່າງປະເທດແຂວງ, ຫົວໜ້າ/ຮອງ ຫ້ອງການສຶກສາກິລາເມືອງ/ນະຄອນ, ຂະແໜງ ແລະ ວິຊາການກ່ຽວຂ້ອງ ໂດຍໃນວາລະເປີດກອງປະຊຸມ ຄະນະປະທານທັງສອງທ່ານໄດ້ກ່າວສະແດງຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການໃນ 03 ສົກຮຽນທີ່ຜ່ານມາ. ພ້ອມທັງໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ເສຍສະຫຼະເວລາອັນມີຄ່າເຂົ້າຮ່ວມ, ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກເຮັດໃຫ້ໂຄງການບັນລຸຕາມເປົ້າໝາຍທີ່ວາງໄວ້.

.

ຈາກນັ້ນ ທ່ານ ສອນວິໄລ ວິຊາການຮັບຜິດຊອບ ໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການໄລຍະທີ III (2023-2026) ເຊິ່ງກວມເອົາພື້ນທີ່ 06 ຕົວເມືອງ ແລະ 01 ນະຄອນ ລວມມູນຄ່າການຊ່ວຍເຫຼືອທັງໝົດ 228,300 ໂດລາສະຫະລັດ. ທ່ານໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນໃນໄລຍະຜ່ານມາ ເຊິ່ງປະກອບມີກິດຈະກຳລົງຢ້ຽມຢາມຄອບຄົວນັກຮຽນເກົ່າ ແລະ ໃໝ່ ຈຳນວນ 122 ຄອບຄົວ, ການມອບອຸປະກອນການຮຽນໃຫ້ນັກຮຽນເປົ້າໝາຍໂຄງການ ຈຳນວນ 1,890 ຊຸດ, ການມອບອຸປະກອນການຮຽນໃຫ້ນັກຮຽນປະຖົມໃນເຂດຫ່າງໄກສອກຫຼີກຕາມເປົ້າໝາຍ ຈຳນວນ 6,892 ຄົນ ແລະ ໄດ້ມອບອຸປະກອນກິລາ ລວມເຖິງອຸປະກອນການສຶກສາໃຫ້ແກ່ 55 ໂຮງຮຽນເປົ້າໝາຍ. ນອກຈາກນີ້, ຍັງໄດ້ມອບທຶນການສຶກສາໃຫ້ນັກຮຽນທີ່ຈົບຊັ້ນມັດທະຍົມ ເພື່ອໄປສຶກສາຕໍ່ໃນສາຍວິຊາຊີບ ຈຳນວນທັງໝົດ 68 ຄົນ ເຊິ່ງເປັນການສ້າງໂອກາດໃນການພັດທະນາທັກສະອາຊີບ ແລະ ກະກຽມກຳລັງຄົນເຂົ້າສູ່ຕະຫຼາດແຮງງານໃນອະນາຄົດ. ພ້ອມດຽວກັນນັ້ນ, ຍັງໄດ້ນຳສະເໜີຮ່າງ MOU ສຳລັບໂຄງການໄລຍະທີ IV ທີ່ຈະຂະຫຍາຍການຊ່ວຍເຫຼືອດ້ວຍງົບປະມານ 271,300 ໂດລາສະຫະລັດ.

.

ໃນວາລະຕໍ່ມາ ຕາງໜ້າຄະນະຫ້ອງການສຶກສາທິການ ແລະ ກິລາ ຈາກບັນດາເມືອງເປົ້າໝາຍ ໄດ້ຮ່ວມກັນປະກອບຄຳຄິດຄຳເຫັນ ໂດຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໂຄງການ SSL ທີ່ໄດ້ໃຫ້ການຊ່ວຍເຫຼືອຊຸກຍູ້ຢ່າງຕໍ່ເນື່ອງ. ບັນດາເມືອງໄດ້ຍົກໃຫ້ເຫັນຜົນໄດ້ຮັບຕົວຈິງໃນທ້ອງຖິ່ນຂອງຕົນລວມກັນວ່າ ໂຄງການດັ່ງກ່າວໄດ້ຊ່ວຍໃຫ້ນັກຮຽນທີ່ດ້ອຍໂອກາດ ໂດຍສະເພາະໃນເຂດຫ່າງໄກສອກຫຼີກໄດ້ຮັບໂອກາດໃນການເຂົ້າເຖິງການສຶກສາ. ການໄດ້ຮັບອຸປະກອນການຮຽນຄົບຖ້ວນ ຊ່ວຍຫຼຸດຜ່ອນອັດຕາການປະລະການຮຽນ ແລະ ສ້າງແຮງຈູງໃຈໃຫ້ນັກຮຽນມີຄວາມຕັ້ງໃຈໃນການສຶກສາຕໍ່ໃນສາຍວິຊາຊີບຫຼາຍຂຶ້ນ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດຢູ່ຂັ້ນທ້ອງຖິ່ນຢ່າງແທ້ຈິງ.

.

ໃນວາລະແລກປ່ຽນ ທາງພະແນກການຕ່າງໆທີ່ກ່ຽວຂ້ອງຂັ້ນແຂວງ ແລະ ກະຊວງ ໄດ້ຕັ້ງຄຳຖາມເຈາະຈີ້ມກ່ຽວກັບກົນໄກການຄັດເລືອກນັກຮຽນໃຫ້ມີຄວາມໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມຫຼັກເກນ, ຕະຫຼອດຮອດມາດຕະການຮັບປະກັນໃຫ້ນັກຮຽນສຳເລັດການສຶກສາ. ຕໍ່ກັບບັນຫາດັ່ງກ່າວ, ທາງຄະນະຮັບຜິດຊອບໂຄງການ ໄດ້ຊີ້ແຈງຢ່າງຈະແຈ້ງ ໂດຍເນັ້ນໜັກເຖິງການຮ່ວມມືຢ່າງໃກ້ຊິດກັບຜູ້ອຳນວຍການໂຮງຮຽນ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ໃນການຄັດເລືອກ. ພ້ອມທັງຢືນຢັນວ່າຈະສືບຕໍ່ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ຄຳປຶກສາແກ່ນັກຮຽນທີ່ໄດ້ຮັບທຶນຢ່າງຕໍ່ເນື່ອງ ເພື່ອໃຫ້ນັກຮຽນສາມາດຮຽນຈົບຕາມຫຼັກສູດ ແລະ ນຳໄປປະກອບອາຊີບສ້າງລາຍຮັບ ເພື່ອພັດທະນາຄອບຄົວ ແລະ ສັງຄົມຕໍ່ໄປ.

.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ໃນນາມຕາງໜ້າຄະນະກຳມະການຊີ້ນຳໂຄງການຂັ້ນແຂວງ ໄດ້ກ່າວສະແດງຄວາມຂອບໃຈເປັນພິເສດມາຍັງອົງການຊ່ວຍເຫຼືອດ້ານການສຶກສາລາວ ທີ່ໃຫ້ການສະໜັບສະໜູນທາງດ້ານທຶນຮອນ, ເອົາໃຈໃສ່ໃນການປະສານງານ, ການຈັດຕັ້ງປະຕິບັດກິດຈະກຳຢ່າງຕໍ່ເນື່ອງ ແລະ ເອົາໃຈໃສ່ກັບຊຸມຊົນ ຕະຫຼອດຮອດນ້ອງນັກຮຽນ. ພ້ອມທັງສະແດງຄວາມຂອບໃຈມາຍັງຄະນະຮັບຜິດຊອບທຸກຂັ້ນທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ໄດ້ກ່າວອວຍພອນໄຊໃຫ້ກິດຈະກຳຕ່າງໆຂອງໂຄງການຈົ່ງບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ທຸກປະການ.
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ