ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ສົມທົບກັບ ຄະນະຜູ້ແທນຂັ້ນສູງ ແລະ ອົງການສາກົນ ລົງເຄື່ອນໄຫວຕິດຕ

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ສົມທົບກັບ ຄະນະຜູ້ແທນຂັ້ນສູງ ແລະ ອົງການສາກົນ ລົງເຄື່ອນໄຫວຕິດຕາມ LEAPS III

🏛️ ການເຄື່ອນໄຫວ
📅 ວັນທີ: 10 ກຸມພາ 2026

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ສົມທົບກັບ ຄະນະຜູ້ແທນຂັ້ນສູງ ແລະ ອົງການສາກົນ ລົງເຄື່ອນໄຫວຕິດຕາມວຽກງານໂຄງການ LEAPS III ຢູ່ເມືອງອາດສະພອນ ແລະ ເມືອງພີນ

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ລົງເຄື່ອນໄຫວຕິດຕາມວຽກງານໂຄງການ LEAPS III

ໃນວັນທີ 10 ກຸມພາ 2026 ທີ່ຜ່ານມາ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ນຳໂດຍ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການແລະກິລາແຂວງ ພ້ອມດ້ວຍຄະນະວິຊາການ ຮ່ວມກັບ ຄະນະຜູ້ແທນຂັ້ນສູງ ຈາກກະຊວງສຶກສາທິການແລະກິລາ, ສະພາແຫ່ງຊາດ ແລະ ອົງການຮ່ວມມືສາກົນ ໃນການລົງຢ້ຽມຢາມພື້ນທີ່ໂຄງການຕົວຈິງ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ ພາຍໃຕ້ໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າຮຽນຊັ້ນປະຖົມ ໄລຍະທີ III (LEAPS III).

ການລົງເຄື່ອນໄຫວວຽກງານຮ່ວມກັນໃນຄັ້ງນີ້ ປະກອບມີ ຜູ້ຕາງໜ້າຈາກກົມກວດກາ ແລະ ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການແລະກິລາ, ຜູ້ຕາງໜ້າຈາກສະພາແຫ່ງຊາດ ແລະ ຄະນະຜູ້ແທນຈາກພະແນກສຶກສາທິການແລະກິລາແຂວງຄຳມ່ວນ ພ້ອມດ້ວຍເຈົ້າຂອງໂຄງການ ແລະ ຄູ່ຮ່ວມພັດທະນາ ຄື: ທ່ານ ໂຈຊົວ ພູນ (Mr. Joshua Poon) ຜູ້ຕາງໜ້າອົງການບັນເທົາທຸກກາໂຕລິກ (CRS) ປະຈໍາ ສປປ ລາວ, ທ່ານ ນາງ ຄໍນິເລຍ ເສຈ (Ms. Cornelia Sage) ຮັກສາການຫົວໜ້າແຜນງານອົງການ CRS ປະຈໍາ ສປປ ລາວ, ທ່ານ ເຈັບຟີ ພິວແກຼມ (Mr. Jeffy Pilgram) ພະນັກງານ ໂຄງການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (BEQUAL) ແລະ ທ່ານ ນາງ ຄາເທຍ ຣີຊິໂອ (Ms. Katia Rizzo) ເລຂາ 2 ສະຖານທູດອົດສະຕາລີ ປະຈຳ ສປປ ລາວ.

ບັນຍາກາດການລົງພື້ນທີ່ຕິດຕາມ

ໃນຕອນເຊົ້າ ຄະນະທັງໝົດໄດ້ເດີນທາງໄປເຮັດວຽກຢູ່ທີ່ ໂຮງຮຽນປະຖົມສົມບູນ ບ້ານໜອງເດີ່ນ ເມືອງອາດສະພອນ ໂດຍມີ ທ່ານ ຊົມເຊີຍ ທຳມະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງອາດສະພອນ ພ້ອມດ້ວຍ ທ່ານ ການ ແສງສຸລິຍະ ຜູ້ອຳນວຍການໂຮງຮຽນ, ຄູອາຈານ ແລະ ອຳນາດການປົກຄອງບ້ານ ອຳນວຍຄວາມສະດວກ ແລະ ລາຍງານຂໍ້ມູນ.

ຜ່ານການຕິດຕາມຕົວຈິງ ທ່ານ ຜູ້ອຳນວຍການໂຮງຮຽນ ໄດ້ລາຍງານໃຫ້ຄະນະຮັບຊາບວ່າ: ປັດຈຸບັນໂຮງຮຽນມີນັກຮຽນທັງໝົດ 91 ນ້ອງ (ຍິງ 38 ນ້ອງ), ຄູສອນ 4 ທ່ານ. ດ້ານວຽກງານອາຫານທ່ຽງ ໄດ້ຮັບງົບປະມານ 5.000 ກີບຕໍ່ຄົນຕໍ່ຄາບ ແລະ ຊຸມຊົນປະກອບສ່ວນ 5.000 ກີບຕໍ່ເດືອນ. ໂດຍໃນແຕ່ລະມື້ ທາງໂຮງຮຽນໄດ້ມີການຖອນເງິນຈາກບັນຊີສະເລ່ຍ 725.000 ກີບ ເພື່ອນຳມາຈັດຊື້ອາຫານສົດ ປະກອບກັບຜົນຜະລິດຈາກສວນຄົວທີ່ໂຮງຮຽນສ້າງຂຶ້ນ (ລ້ຽງໄກ່, ປ່ອຍປາ, ປູກຜັກ) ມາປຸງແຕ່ງໃຫ້ນ້ອງນັກຮຽນ.

ການຕິດຕາມກິດຈະກຳ ແລະ ສວນຄົວໃນໂຮງຮຽນ

ໃນໂອກາດນີ້ ທາງໂຮງຮຽນຍັງໄດ້ລາຍງານຂໍ້ຫຍຸ້ງຍາກ ໂດຍສະເພາະດ້ານເຕັກນິກການປູກຝັງ ແລະ ບັນຫາການຮຽນ-ການສອນ ເພື່ອໃຫ້ທາງຄະນະຜູ້ແທນ ສກຂ, ກະຊວງ ແລະ ໂຄງການ BEQUAL ໄດ້ຮັບຊາບ ແລະ ປຶກສາຫາລືແນວທາງແກ້ໄຂຮ່ວມກັນ.

ພາຍຫຼັງຮັບຟັງການລາຍງານສະພາບລວມ ຄະນະຜູ້ແທນ ສກຂ ແລະ ຂັ້ນສູນກາງ ໄດ້ລົງຕິດຕາມການຮຽນການສອນ ແລະ ຫ້ອງອ່ານ ຈາກນັ້ນພາກັນຍ່າງເລາະຢ້ຽມຊົມພື້ນທີ່ຕົວຈິງ ໂດຍສະເພາະແມ່ນ ສວນຜັກສວນຄົວທີ່ຂຽວງາມ ແລະ ຕິດຕາມເບິ່ງສະຖານທີ່ກໍ່ສ້າງເຮືອນຮົ່ມ (Greenhouse) ທີ່ກຳລັງຢູ່ໃນຂັ້ນຕອນການກໍ່ສ້າງ ເພື່ອໄວ້ໃຊ້ສຳລັບປູກຜັກປອດສານພິດໃຫ້ໄດ້ຕະຫຼອດປີ. ຈາກນັ້ນ ບັນດາທ່ານໃນຄະນະ ຍັງໄດ້ໃຫ້ກຽດຮ່ວມກິດຈະກຳ ຕັກອາຫານເສີບໃຫ້ນ້ອງນັກຮຽນ ດ້ວຍບັນຍາກາດທີ່ເຕັມໄປດ້ວຍຮອຍຍິ້ມ ແລະ ຄວາມອົບອຸ່ນ ພ້ອມທັງຮ່ວມພິທີບາຍສີສູ່ຂວັນຕາມຮີດຄອງປະເພນີ.

ກິດຈະກຳຮ່ວມກັບນັກຮຽນ ແລະ ຊຸມຊົນ

ຈາກນັ້ນ ໃນຕອນບ່າຍຂອງວັນດຽວກັນ ຄະນະນຳ ສກຂ ສະຫວັນນະເຂດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແລະ ອົງການຮ່ວມມືສາກົນ ໄດ້ສືບຕໍ່ເດີນທາງໄປເຮັດວຽກຢູ່ທີ່ ເມືອງພີນ ເພື່ອຕິດຕາມສະພາບການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນພື້ນທີ່ຕົວຈິງ. ໃນການລົງເຮັດວຽກຄັ້ງນີ້ ຄະນະໄດ້ພົບປະກັບການນຳຫ້ອງການສຶກສາທິການ ແລະ ກິລາເມືອງພີນ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າຂອງໂຄງການ, ການມີສ່ວນຮ່ວມຂອງຊຸມຊົນໃນການປະກອບວັດຖຸດິບ ແລະ ແຮງງານເຂົ້າໃນການປຸງແຕ່ງອາຫານໃຫ້ນ້ອງນັກຮຽນ.

ພ້ອມດຽວກັນນີ້ ຄະນະຍັງໄດ້ລົງຢ້ຽມຢາມເບິ່ງສວນຄົວ ແລະ ກິດຈະກຳກະສິກຳໃນໂຮງຮຽນເປົ້າໝາຍຂອງເມືອງພີນ ເພື່ອປະເມີນຄວາມຍືນຍົງ ແລະ ຄວາມພ້ອມໃນການສືບຕໍ່ບໍລິຫານຈັດການໂຄງການດ້ວຍຕົນເອງ ພາຍຫຼັງທີ່ຈະມີການມອບ-ໂອນໃຫ້ລັດຖະບານຄຸ້ມຄອງ. ການລົງເຄື່ອນໄຫວຢູ່ເມືອງພີນ ຖືເປັນຈຸດສຳຄັນໃນການຖອດຖອນບົດຮຽນຮ່ວມກັນລະຫວ່າງເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ເພື່ອນຳໄປປັບປຸງວຽກງານໂພຊະນາການໃນໂຮງຮຽນໃຫ້ມີປະສິດທິພາບຍິ່ງຂຶ້ນ.

ການລົງເຄື່ອນໄຫວເຮັດວຽກຮ່ວມກັນຢູ່ທັງສອງເມືອງໃນມື້ນີ້ ແມ່ນເພື່ອເປັນການກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ ພິທີມອບ-ໂອນ ໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ ທີ່ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 12 ກຸມພາ 2026.

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ