
ໂດຍການເຂົ້າຮ່ວມຂອງທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະພະແນກ, ຫົວໜ້າຫ້ອງການສຶກສານະຄອນ/ເມືອງ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງ, ຫົວໜ້າ-ຮອງຂະແໜງການ ພ້ອມດ້ວຍຄູ-ອາຈານ ເຂົ້າຮ່ວມຮັບຟັງທັງແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ.
ໃນພິທີ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຂຶ້ນລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງພະແນກໃນໄລຍະຜ່ານມາ. ຈາກນັ້ນ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມແຂວງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຫຼາຍດ້ານທີ່ພະແນກຍາດມາໄດ້ ເປັນຕົ້ນແມ່ນຜົນສຳເລັດໃນການແຂ່ງຂັນກິລາແຫ່ງຊາດທີ່ສາມາດບັນລຸຕາມຄາດໝາຍ.

ໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ທອງໃສ ໄຊຍະວົງຄໍາດີ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະພັກ-ຄະນະນຳ ພ້ອມດ້ວຍພະນັກງານ-ລັດຖະກອນທຸກພາກສ່ວນ ໂດຍທ່ານໄດ້ຮຽກຮ້ອງໃຫ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດແຜນດຳເນີນງານໃຫ້ສຳເລັດ ເຊິ່ງຜັນຂະຫຍາຍຈາກມະຕິກອງປະຊຸມໃຫຍ່ ລົງສູ່ການຈັດຕັ້ງປະຕິບັດຕົວຈິງໃຫ້ເກີດດອກອອກຜົນ ພ້ອມດຽວກັນນັ້ນເນັ້ນໜັກໃຫ້ຄະນະພັກ-ຄະນະນຳ ພ້ອມດ້ວຍພະນັກງານ-ລັດຖະກອນທຸກພາກສ່ວນ ເອົາໃຈໃສ່ຕື່ມໃນ 6 ວຽກງານຈຸດສຸມ ຄື:

- ສຸມໃສ່ແຜນດຳເນີນງານ: ຈັດຕັ້ງປະຕິບັດແຜນດຳເນີນງານໃຫ້ສຳເລັດ ໂດຍຜັນຂະຫຍາຍຈາກມະຕິກອງປະຊຸມໃຫຍ່ ລົງສູ່ການຈັດຕັ້ງປະຕິບັດຕົວຈິງ.
- ສົ່ງເສີມການເຂົ້າໂຮງຮຽນ: ຊຸກຍູ້ ແລະ ສົ່ງເສີມເດັກໃນເກນອາຍຸໃຫ້ໄດ້ເຂົ້າຮຽນຢ່າງທົ່ວເຖິງ.
- ແກ້ໄຂຂໍ້ຫຍຸ້ງຍາກ: ຄົ້ນຄວ້າຊອກຫາມາດຕະການແກ້ໄຂຈຸດອ່ອນ ແລະ ຂໍ້ຫຍຸ້ງຍາກຕ່າງໆ ທີ່ເຮັດໃຫ້ວຽກງານບໍ່ບັນລຸຕົວຊີ້ວັດ.
- ເພີ່ມທະວີການໂຄສະນາປຸກລະດົມ: ເຜີຍແຜ່ຂໍ້ມູນຂ່າວສານຜ່ານຊ່ອງທາງສື່ຕ່າງໆ ລວມເຖິງພໍ່ແມ່, ຄູ-ອາຈານ, ອຳນາດການປົກຄອງບ້ານ ແລະ ເຈົ້າກົກເຈົ້າເຫຼົ່າ ດ້ວຍເນື້ອໃນທີ່ກະທັດຮັດ ແລະ ເຂົ້າໃຈງ່າຍ.
- ປັບປຸງແບບແຜນວິທີເຮັດວຽກ: ປັບປຸງການປະສານງານ ແລະ ການລາຍງານນຳສົ່ງລະຫວ່າງຂັ້ນເທິງ-ຂັ້ນລຸ່ມ ໃຫ້ມີຄວາມຄ່ອງຕົວ ແລະ ຫຼຸດຜ່ອນຂັ້ນຕອນທີ່ຊັກຊ້າ.
- ເອົາໃຈໃສ່ວຽກງານກໍ່ສ້າງພະນັກງານ: ກໍ່ສ້າງພະນັກງານຜ່ານຂະບວນການ ແລະ ອົງການຈັດຕັ້ງຕ່າງໆ ພ້ອມທັງພັດທະນາຍົກລະດັບດ້ານຄຸນນະພາບ, ນາມມະຍົດວິຊາການ, ພາສາຕ່າງປະເທດ, ລະດັບການສຶກສາ ແລະ ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ກ້າວທັນກັບຍຸກສະໄໝ ແລະ ກ້າວທັນໂລກ.

✍️ ຂ່າວ/ພາບ: ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ