
ການລົງເຄື່ອນໄຫວຊຸກຍູ້ຮາກຖານການສຶກສາໃນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ຄູນມີ ສຸວັນທາ ຮັກສາການຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ ພ້ອມດ້ວຍຄະນະຜູ້ບໍລິຫານ ຄູ-ອາຈານ ແລະ ນ້ອງນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຊົມສະພາບລວມຂອງອາຄານສະຖານທີ່ ແລະ ລົງເລິກຕິດຕາມເບິ່ງຫ້ອງຮຽນພາກປະຕິບັດຕົວຈິງຂອງນັກສຶກສາ ເເຊິ່ງເນັ້ນໜັກການຮຽນທິດສະດີຄວບຄູ່ກັບການລົງມືປະຕິບັດ ເປັນຕົ້ນແມ່ນ: ຫ້ອງຮຽນພາກວິຊາປຸງແຕ່ງອາຫານ ແລະ ບໍລິການ, ຫ້ອງຮຽນຕັດຫຍິບ ແລະ ຫ້ອງຮຽນຄອມພິວເຕີ ຕະຫຼອດຮອດການຈັດສັນສະພາບແວດລ້ອມ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນວິທະຍາເຂດ ເຊິ່ງເຫັນວ່າມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມພ້ອມໃນການສ້າງຊັບພະຍາກອນມະນຸດອອກຮັບໃຊ້ສັງຄົມ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ການນຳຂັ້ນສູງຍັງໄດ້ພົບປະໂອ້ລົມ ແລະ ໃຫ້ກຳລັງໃຈແກ່ຄູ-ອາຈານ ຕະຫຼອດຮອດນ້ອງນັກສຶກສາ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດການຮຽນ-ການສອນໃນໄລຍະຜ່ານມາ. ພ້ອມກັນນັ້ນ ທ່ານຍັງໄດ້ໃຫ້ທິດຊີ້ນຳແກ່ຄະນະບໍລິຫານວິທະຍາໄລ ໃຫ້ສືບຕໍ່ເອົາໃຈໃສ່ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄວາມທັນສະໄໝ ສອດຄ່ອງກັບຍຸກສະໄໝ ແລະ ເນັ້ນການສ້າງເຄືອຂ່າຍຮ່ວມມືກັບບັນດາຫົວໜ່ວຍທຸລະກິດ-ຜູ້ປະກອບການ ເພື່ອຮັບປະກັນວ່ານັກສຶກສາທີ່ຈົບອອກໄປຈະມີວຽກເຮັດງານທຳທີ່ແນ່ນອນ.

ສຳລັບນ້ອງນັກສຶກສາ ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ທຸກຄົນມີຄວາມພາກພູມໃຈທີ່ໄດ້ກ້າວເຂົ້າມາສຶກສາໃນສາຍອາຊີວະສຶກສາ ເຊິ່ງເປັນສາຍການຮຽນທີ່ພັກ-ລັດຖະບານພວມໃຫ້ຄວາມສຳຄັນທີ່ສຸດ. ຂໍໃຫ້ທຸກຄົນຕັ້ງໃຈສຶກສາຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມທັກສະວິຊາຊີບຂອງຕົນໃຫ້ມີຄວາມຊຳນານງານ, ມີລະບຽບວິໄນ ແລະ ຫ່າງໄກຈາກສິ່ງເສບຕິດ ເພື່ອຍົກລະດັບສີມືແຮງງານໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນ ກາຍເປັນຊັບພະຍາກອນບຸກຄົນທີ່ມີຄຸນນະພາບ ສາມາດສ້າງອາຊີບທີ່ໝັ້ນຄົງລ້ຽງກຸ້ມຕົນເອງ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຢ່າງແທ້ຈິງ. ການລົງຢ້ຽມຢາມໃນຄັ້ງນີ້ ໄດ້ສ້າງຄວາມປິຕິຊົມຊື່ນ ແລະ ເປັນກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ພະນັກງານ ຄູ-ອາຈານ ແລະ ນັກສຶກສາ ວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ ເປັນຢ່າງຍິ່ງ.