ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ວຽກງານການສຶກສາ ແລະ ກິລາ
ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ວຽກງານການສຶກສາ ແລະ ມອບເຄື່ອງຊ່ວຍເຫຼືອ ທີ່ໂຮງຮຽນສາມັນ

ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ວຽກງານການສຶກສາ ແລະ ມອບເຄື່ອງຊ່ວຍເຫຼືອ ທີ່ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

🏛️ ການເຄື່ອນໄຫວ
📅 ວັນທີ: 11 ກັນຍາ 2026

ໃນຕອນເຊົ້າວັນທີ 10 ກັນຍາ 2026 ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຮັບກຽດຕ້ອນຮັບການລົງເຄື່ອນໄຫວຢ້ຽມຢາມຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ ໂດຍການຮ່ວມຕິດຕາ...

🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice
ຮູບປະກອບ

ການລົງເຄື່ອນໄຫວຊຸກຍູ້ໃນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມຕ້ອນຮັບໂດຍ ທ່ານ ສົມຫວັງ ສອນວິຊຽນ ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະພະແນກ. ຄະນະອຳນວຍການ ຄູ-ອາຈານ ແລະ ນ້ອງນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມເບິ່ງການຈັດຕັ້ງການຮຽນ-ການສອນຕົວຈິງໃນຊັ້ນຕ່າງໆ ພ້ອມທັງເລາະຢ້ຽມຢາມສະພາບຄວາມເປັນຢູ່ຂອງນັກຮຽນນອນໃນ ເປັນຕົ້ນແມ່ນ: ຫໍພັກ, ຫ້ອງອາຫານ, ເຮືອນຄົວລວມ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.

ຮູບປະກອບ

ນອກຈາກນີ້ ຍັງໄດ້ພົບປະໂອ້ລົມ ແລະ ສອບຖາມເຖິງສະພາບການດຳລົງຊີວິດຂອງນັກຮຽນ ເພື່ອຮັບຟັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕົວຈິງ. ພ້ອມກັນນັ້ນ ການນຳຂັ້ນສູງຍັງໄດ້ໃຫ້ທິດຊີ້ນຳແກ່ພະແນກສຶກສາທິການ ແລະ ກິລາແຂວງ ຕະຫຼອດຮອດຄະນະອຳນວຍການໂຮງຮຽນ ໃນການເອົາໃຈໃສ່ປັບປຸງແກ້ໄຂບັນຫາຂໍ້ຫຍຸ້ງຍາກຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ດີ ອັນຈະເປັນການດຶງດູດນັກຮຽນເຂົ້າມາຮຽນຫຼາຍຂຶ້ນ ແລະ ຍົກລະດັບຄຸນນະພາບການສຶກສາໃຫ້ດີຂຶ້ນກວ່າເກົ່າ.

ໃນການລົງຢ້ຽມຢາມຄັ້ງນີ້ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ແກ່ໂຮງຮຽນ ປະກອບມີ: ອຸປະກອນການຮຽນ, ອຸປະກອນກິລາ, ປຶ້ມຕຳລາຮຽນ ແລະ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ລວມມູນຄ່າທັງໝົດເກືອບ 90 ລ້ານກີບ.

ຮູບປະກອບ

ສຳລັບ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ແມ່ນເປີດການຮຽນ-ການສອນຄັ້ງທຳອິດໃນປີ 1996 ພາຍໃຕ້ທຶນຊ່ວຍເຫຼືອລ້າຈາກລັດຖະບານ ສສ ຫວຽດນາມ. ໃນສົກຮຽນ 2026-2027 ນີ້ ໂຮງຮຽນມີພະນັກງານທັງໝົດ 54 ຄົນ/ຍິງ 37 ຄົນ ໃນນີ້ມີຄູສອນ 45 ຄົນ/ຍິງ 31 ຄົນ; ມີນັກຮຽນຊັ້ນ ມ1-ມ7 ທັງໝົດ 715 ຄົນ/ຍິງ 341 ຄົນ ໃນນັ້ນເປັນນັກຮຽນນອນໃນຫໍພັກ 420 ຄົນ/ຍິງ 193 ຄົນ ແລະ ນັກຮຽນນອນນອກ 295 ຄົນ/ຍິງ 148 ຄົນ. ນັກຮຽນຊົນເຜົ່າສ່ວນໃຫຍ່ແມ່ນມາຈາກ 7 ເມືອງຄື: ເມືອງນອງ, ເຊໂປນ, ວິລະບູລີ, ພີນ, ພະລານໄຊ, ອາດສະພອນ, ຊົນນະບູລີ ແລະ ທ່າປາງທອງ, ນອກນັ້ນຍັງໄດ້ຮັບນັກຮຽນທົ່ວໄປເຊິ່ງເປັນລູກຫຼານປະຊາຊົນບ້ານໃກ້ຄຽງ.

ຮູບປະກອບ

ດ້ານການປະຕິບັດຫຼັກສູດ ທາງໂຮງຮຽນບໍ່ພຽງແຕ່ຈັດການຮຽນສາຍສາມັນເທົ່ານັ້ນ ແຕ່ຍັງໄດ້ຈັດຕັ້ງການຮຽນວິຊາຊີບຄູ່ຂະໜານຮ່ວມກັບວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ ເຊິ່ງປັດຈຸບັນມີນັກຮຽນຮຽນຈົບໄປແລ້ວ 2 ຮຸ່ນ ຈຳນວນ 60 ຄົນ, ມີນັກຮຽນໄດ້ໄປຮຽນຕໍ່ຕ່າງປະເທດ 15 ຄົນ (ຍິງ 9 ຄົນ) ແລະ ສືບຕໍ່ຮຽນຫຼັກສູດຄູ 23 ຄົນ (ຍິງ 18 ຄົນ). ປັດຈຸບັນ ໂຮງຮຽນມີອາຄານຮຽນ 2 ຊັ້ນ ຈຳນວນ 2 ຫຼັງ, ອາຄານຮຽນຊັ້ນດຽວ ແລະ ຫ້ອງປະຕິບັດງານ 5 ຫຼັງ, ສະໂມສອນ 1 ຫຼັງ, ຫ້ອງການຄູ 1 ຫຼັງ, ຫໍພັກ 3 ຊັ້ນ 1 ຫຼັງ ພ້ອມດ້ວຍຫ້ອງອາຫານ ແລະ ເຮືອນຄົວ 1 ຫຼັງ (ເຊິ່ງຢູ່ໃນສະພາບທີ່ເກົ່າແກ່ຫຼາຍແລ້ວ). ໃນແຕ່ລະເດືອນ ນັກຮຽນນອນໃນຈະໄດ້ຮັບເບ້ຍລ້ຽງ 300,000 ກີບ/ຄົນ ໂດຍມີພະນັກງານແຕ່ງກິນໃຫ້ 3 ຄາບ ພ້ອມທັງມີຈຸງານຄຸ້ມຄອງນັກຮຽນ ເພື່ອຕິດຕາມເບິ່ງແຍງສຸຂະພາບ ແລະ ການເປັນຢູ່ຂອງລູກຫຼານນັກຮຽນຢ່າງໃກ້ຊິດ. ທາງພະແນກສຶກສາທິການ ແລະ ກິລາແຂວງ ຈະສືບຕໍ່ຊຸກຍູ້ ແລະ ປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ເພື່ອພັດທະນາໂຮງຮຽນແຫ່ງນີ້ໃຫ້ມີຄວາມກ້າວໜ້າຕໍ່ໄປ.

📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)

👉 ເລື່ອນເບິ່ງຊ້າຍ-ຂວາ

🎓 ທຶນການສຶກສາ & ທຶນຝຶກອົບຮົມ