🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice

ສຳລັບພາກສ່ວນທີ່ນຳເອົາເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກມາມອບໃນຄັ້ງນີ້ ປະກອບມີ:
- ທ່ານ ວັນລະຄອນ ທໍລະທາ ຮັກສາການຫົວໜ້າດ່ານສາກົນແດນສະຫວັນ ພ້ອມດ້ວຍຄະນະ ມອບເງິນຈຳນວນ 10 ລ້ານກີບ ເພື່ອປະກອບສ່ວນທຶນຮອນເຂົ້າໃນການຟື້ນຟູ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງສະຫວັນນະເຂດ.
- ທ່ານ ນາງ ມີນາ ແສງສຸລີຈັນ ປະທານບໍລິສັດ ພູນທະວີຊັບ ກໍ່ສ້າງ, ສ້ອມແປງຊົນລະປະທານ ແລະ ຕິດຕັ້ງໄຟຟ້າ ຈຳກັດ ມອບອຸປະກອນການຮຽນ ແລະ ເຄື່ອງນອນ ລວມມີ: ປຶ້ມຂຽນ, ບານສົ່ງ, ບານເຕະ, ກະຕໍ້, ມຸ້ງ ແລະ ຜ້າຫົ່ມ ລວມມູນຄ່າ 32.8 ລ້ານກວ່າກີບ ໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງ ເພື່ອນຳໄປຊ່ວຍເຫຼືອໂຮງຮຽນກິນນອນ-ປະຖົມ ແລະ ມັດທະຍົມສົມບູນ ໄຊພູວຽງ ທີ່ເມືອງພີນ.
- ທ່ານ ຫອມ ລືບຸນຮຽນ ຜູ້ຈັດການບໍລິສັດ ມັງກອນເງິນ-ມັງກອນຄຳ ພ້ອມດ້ວຍຄະນະ ມອບເງິນຈຳນວນ 100 ລ້ານກີບ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຂວງສະຫວັນນະເຂດ ເພື່ອປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມພາຍໃນແຂວງ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ຄຳຜຸຍ ສີບຸນເຮືອງ ໄດ້ຕາງໜ້າການນຳຂັ້ນແຂວງ ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງ ພ້ອມທັງມອບໃບຍ້ອງຍໍໃຫ້ແກ່ບັນດາບໍລິສັດ ແລະ ພາກສ່ວນຕ່າງໆ ເພື່ອເປັນການສັນລະເສີນຄຸນງາມຄວາມດີ ທີ່ໄດ້ນ້ຳໃຈເສຍສະຫຼະ ປະກອບສ່ວນທຶນຮອນເຂົ້າໃນການຊ່ວຍເຫຼືອສັງຄົມໃນຄັ້ງນີ້ຢ່າງສົມກຽດ.
