🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice

ຄະນະພັກ, ຄະນະນຳ, ພະນັກງານລັດຖະກອນ, ຄູ-ອາຈານ ແລະ ນ້ອງນັກຮຽນ-ນັກສຶກສາ ທົ່ວແຂວງສະຫວັນນະເຂດ ຂໍສະແດງຄວາມຂ່ຳນັບຮັບຕ້ອນ ແລະ ຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢ່າງສຸດໃຈ.
ພວກເຮົາ ຂໍຢຶດໝັ້ນໃນການປະຕິບັດໜ້າທີ່ການເມືອງຂອງຕົນ ໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ສືບຕໍ່ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າໃນວຽກງານການສຶກສາ ແລະ ກິລາ ໃຫ້ປະກົດຜົນເປັນຈິງ.
ຂໍອວຍພອນໄຊໃຫ້ກອງປະຊຸມໃຫຍ່ ຄັ້ງທີ XII ຈົ່ງປະສົບຜົນສຳເລັດຢ່າງຈົບງາມ ແລະ ສະຫງ່າງາມ!
ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ!
#ກອງປະຊຸມໃຫຍ່ຄັ້ງທີXII #ພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ #ຂ່ຳນັບຮັບຕ້ອນ #LaoPRP #ສກຂສະຫວັນນະເຂດ