
=================

ໃນວັນທີ 27 ກຸມພາ 2026, ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ. ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ປອ ສຸກສົມພອນ ອະໂນໄທ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄະນະພັກຮາກຖານ, ຄະນະໜ່ວຍພັກ 9 ໜ່ວຍພັກທີ່ຂຶ້ນກັບ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ.

.

ກອງປະຊຸມໃນຄັ້ງນີ້ ມີຈຸດປະສົງເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ແລະ ຄູ-ອາຈານ ໄດ້ກຳແໜ້ນເນື້ອໃນຈິດໃຈສຳຄັນຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ໄດ້ດຳເນີນໄປຢ່າງເປັນທາງການແຕ່ວັນທີ 06-08 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ທົບທວນຄືນຜົນຂອງການຜັນຂະຫຍາຍມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ XI ແລະ ກຳນົດແນວທາງ, ນະໂຍບາຍ ແລະ ແຜນປະຕິບັດງານຂອງພັກ ແລະ ປະເທດຊາດ ໃນ 5 ປີຕໍ່ໜ້າ, ຍຸດທະສາດພັດທະນາ 10 ປີ ກໍຄືກຳນົດວິໄສທັດ ຮອດປີ 2055.

.
ສຳລັບເນື້ອໃນທີ່ນຳມາເຜີຍແຜ່ ແມ່ນໄດ້ຍົກໃຫ້ເຫັນເຖິງຄຳຂວັນຂອງກອງປະຊຸມໃຫຍ່ ຄື: "ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ". ພ້ອມກັນນັ້ນ ຍັງໄດ້ລົງເລິກອະທິບາຍ 4 ເນື້ອໃນຕົ້ນຕໍຄື:
1. ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ: ເຊິ່ງລວມມີ 5 ດ້ານການກໍ່ສ້າງພັກ ເຊັ່ນ: ບົດບາດໃນການກຳອຳນາດຂອງພັກ, ບົດບາດເປັນແກນນຳໃນລະບົບການເມືອງ, ການນຳພາທົ່ວສັງຄົມປະຕິບັດ 2 ໜ້າທີ່ຍຸດທະສາດ, ບົດບາດດ້ານລະບຽບວິໄນ-ຄວາມເປັນແບບຢ່າງ ແລະ ການນຳພາພາລະກິດປະຕິວັດ ແນໃສ່ບັນລຸອຸດົມການກ້າວສູ່ສັງຄົມນິຍົມ.
2. ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ: ແມ່ນເສັ້ນທາງການພັດທະນາຊາດລາວຍຸກໃໝ່ ໂດຍສູ້ຊົນເອົາເສດຖະກິດຂອງລາວ ອອກຈາກລະບົບການເພິ່ງພາ ແລະ ເອື່ອຍອີງ, ປັບປຸງກົນໄກເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ທີ່ສາມາດເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນ.
3. ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ: ຍົກລະດັບບັນດາປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ທີ່ພວມມີໃນປັດຈຸບັນໃຫ້ໜັກແໜ້ນ, ສ້າງລັດທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ.
4. ກ້າວຂຶ້ນສູ່ສັງຄົມນິຍົມ.
.
ນອກຈາກນີ້ ຍັງໄດ້ມີການເຜີຍແຜ່ເນື້ອໃນຈິດໃຈສຳຄັນຂອງໂຄງການການເມືອງຂອງພັກສະບັບໃໝ່ ທີ່ສະເໜີໂດຍ ສະຫາຍ ພົລ ວິໄລ ຫຼ້າຄຳຟອງ ກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ. ໂຄງການການເມືອງສະບັບໃໝ່ ແມ່ນເພື່ອຕອບສະໜອງສະພາບການເລັ່ງທວງໃໝ່, ໜ້າທີ່ໃໝ່ຂອງການປະຕິວັດລາວ ໃນການຍູ້ແຮງພາລະກິດປ່ຽນແປງໃໝ່ເຂົ້າສູ່ລວງເລິກ ດ້ວຍການຢຶດໝັ້ນລັດທິມາກ-ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ ຢ່າງໝັ້ນຄົງ.
.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ ສຸກສົມພອນ ອະໂນໄທ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳ ໂດຍທ່ານໄດ້ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດຄູ-ອາຈານທຸກພາກສ່ວນ ຈົ່ງນຳເອົາເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະຂອງຕົນໃຫ້ເກີດດອກອອກຜົນຕົວຈິງ; ພ້ອມທັງເອົາໃຈໃສ່ຍົກສູງຄຸນນະພາບການສຶກສາ ແລະ ກິລາຂອງແຂວງສະຫວັນນະເຂດ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ຕາມທິດກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ