
=================
ອີງຕາມແຈ້ງການສະບັບເລກທີ 833/ສກຂ ລົງວັນທີ 8 ພຶດສະພາ 2026 ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ອອກແຈ້ງການຢ່າງເປັນທາງການ ມາຍັງຫ້ອງການສຶກສາທິການ ແລະ ກິລາ 14 ເມືອງ, 1 ນະຄອນ ລວມເຖິງຜູ້ອຳນວຍການໂຮງຮຽນມັດທະຍົມທົ່ວແຂວງ ເພື່ອແຈ້ງໃຫ້ຊາບກ່ຽວກັບການເປີດຮັບສະໝັກນັກຮຽນ ເພື່ອຮັບທຶນການສຶກສາໄປຮຽນຕໍ່ທີ່ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳປີ 2026.
.
ທຶນດັ່ງກ່າວ ແມ່ນເປັນທຶນການຮ່ວມມືລະຫວ່າງບັນດາແຂວງຂອງ ສສ ຫວຽດນາມ ໃຫ້ການສະໜັບສະໜູນທຶນ 100% ເຊິ່ງຈະຮັບຜິດຊອບຄ່າຮຽນ ແລະ ອັດຕາເບ້ຍລ້ຽງຕະຫຼອດໄລຍະການສຶກສາ.
ສຳລັບເງື່ອນໄຂຜູ້ສະໝັກ ແມ່ນກຳນົດດັ່ງນີ້:
- ເປັນນັກຮຽນທີ່ກຳລັງສຶກສາຢູ່ຊັ້ນ ມ.7 ຫຼື ຮຽນຈົບຊັ້ນ ມ.7 ແລ້ວ.
- ດ້ານຜົນການຮຽນ: ນັກຮຽນທີ່ກຳລັງຮຽນຊັ້ນ ມ.7 ໃຫ້ນຳໃຊ້ໃບຢັ້ງຢືນຄະແນນພາກຮຽນທີ 1; ສ່ວນນັກຮຽນທີ່ຮຽນຈົບແລ້ວ ແມ່ນໃຫ້ນຳໃຊ້ໃບປະກາດ ແລະ ໃບຄະແນນຈົບຊັ້ນ ມ.7 (ຄະແນນສະເລ່ຍ 7 ຂຶ້ນໄປ).
- ດ້ານຄຸນສົມບັດ: ເປັນຜູ້ທີ່ມີຄຸນສົມບັດດີ, ສຸຂະພາບກາຍ-ໃຈແຂງແຮງ, ມີຄວາມຕັ້ງໃຈຢາກໄປຮຽນແທ້, ບໍ່ເຄີຍຖືກຕ້ອງໂທດທາງກົດໝາຍ ແລະ ບໍ່ພົວພັນກັບຢາເສບຕິດທຸກປະເພດ.
.
ເພື່ອອຳນວຍຄວາມສະດວກໃຫ້ນ້ອງໆນັກຮຽນ ສາມາດເຂົ້າໄປດາວໂຫຼດເອກະສານໄດ້ຜ່ານລິ້ງລຸ່ມນີ້:
ພາຍໃນລິ້ງດັ່ງກ່າວຈະປະກອບມີ ໜັງສືສະເໜີແບບຟອມສະໝັກ ພ້ອມດ້ວຍເອກະສານລາຍຊື່ສາຍຮຽນໃຫ້ນ້ອງໆໄດ້ເລືອກສຶກສາຕໍ່ ເຊິ່ງມີໃຫ້ເລືອກທັງໃນ ລະດັບປະລິນຍາຕີ ແລະ ລະດັບອະນຸປະລິນຍາ (ຊັ້ນສູງ) ຫຼາກຫຼາຍສາຂາວິຊາ.
ເມື່ອປະກອບເອກະສານຄົບຖ້ວນແລ້ວ ໃຫ້ນຳມາຍື່ນດ້ວຍຕົນເອງທີ່: ຂະແໜງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໂດຍຈະປິດຮັບສະໝັກໃນວັນທີ 12 ມິຖຸນາ 2026.
.
ທາງພະແນກສຶກສາທິການ ແລະ ກິລາແຂວງ ຂໍເຊີນຊວນນ້ອງໆນັກຮຽນຊັ້ນ ມ.7 ທີ່ກຳລັງຊອກຫາໂອກາດໃນການພັດທະນາຕົນເອງ ແລະ ເປີດປະສົບການໃໝ່ໆຢູ່ຕ່າງປະເທດ ຮີບຮ້ອນກຽມເອກະສານມາສະໝັກກັນໃຫ້ຫຼາຍໆ ເພື່ອຍາດແຍ່ງເອົາໂອກາດອັນດີນີ້ໄປພັດທະນາຄວາມຮູ້ຄວາມສາມາດຂອງຕົນເອງ.
(ໝາຍເຫດ: ພາຍຫຼັງປະກາດລາຍຊື່ຜູ້ໄດ້ຮັບທຶນແລ້ວ, ຜູ້ກ່ຽວຈະຕ້ອງໄດ້ໄປລົງທະບຽນຮຽນພາສາຫວຽດນາມ ທີ່ສູນພາສາຫວຽດນາມ ແຂວງສະຫວັນນະເຂດ).
------------
#ຕິດຕໍ່ສອບຖາມລາຍລະອຽດເພີ່ມຕື່ມ:
- ອຈ ກິໂຕ່ ພົມມະໄກສອນ (ໂທ & ແອັບ: 📲 020 9434 4960 (WhatsApp))
- ອຈ ອາທອນ ຊາມຸນຕີ (ໂທ & ແອັບ: 📲 020 9141 5959 (WhatsApp))
- ອຈ ນາງ ລຳໄມ ບຸດຕະຂັນ (ໂທ & ແອັບ: 📲 020 5997 1111 (WhatsApp))
📁 ເອກະສານຕິດຄັດ / ລິ້ງດາວໂຫຼດ (ຈາກ Facebook Comment):
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ