🎙️ ຟັງສຽງອ່ານຂ່າວ AI (Lao Voice Reader)
Lao Neural Voice

🎓 ຂໍ້ມູນສຳຄັນຂອງທຶນການສຶກສາ KNB 2026:
- ລະດັບການສຶກສາ: ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ (47 ມະຫາວິທະຍາໄລຊັ້ນນຳ)
- ກຳນົດອາຍຸ: ປະລິນຍາຕີ ບໍ່ເກີນ 25 ປີ, ປະລິນຍາໂທ ບໍ່ເກີນ 35 ປີ, ປະລິນຍາເອກ ບໍ່ເກີນ 40 ປີ
- ນະໂຍບາຍທຶນ: ຮັບຜິດຊອບຄ່າໃຊ້ຈ່າຍເຂົ້າໃນການສຶກສາ ແລະ ຄ່າໃຊ້ຈ່າຍອື່ນໆ ຕະຫຼອດໄລຍະການຮຽນ
- ວັນທີປິດຮັບສະໝັກ: ວັນທີ 31 ມີນາ 2026
- ວັນທີປະກາດຜົນ: ວັນທີ 19 ມິຖຸນາ 2026
- ລິ້ງສະໝັກອອນລາຍນ໌: https://knb.kemdiktisaintek.go.id/
ການແຈ້ງການຄັ້ງນີ້ ແມ່ນອີງຕາມໜັງສືຈາກສະຖານທູດອິນໂດເນເຊຍ ປະຈຳ ສປປ ລາວ ສະບັບເລກທີ D.0029/II/2026/VTE. ໂຄງການທຶນການສຶກສາດັ່ງກ່າວແມ່ນແນໃສ່ຊຸກຍູ້ການພັດທະນາຊັບພະຍາກອນມະນຸດ ໂດຍເປີດໂອກາດໃຫ້ຜູ້ທີ່ຜ່ານການຄັດເລືອກ ສາມາດໄປສຶກສາຕໍ່ໃນມະຫາວິທະຍາໄລຊັ້ນນຳ 47 ແຫ່ງ ທີ່ປະເທດອິນໂດເນເຊຍ ເຊິ່ງກວມເອົາ 3 ລະດັບ ຄື: ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.
+ ລາຍລະອຽດເງື່ອນໄຂ ແລະ ເອກະສານປະກອບການສະໝັກ:
- ຜູ້ສະໝັກຕ້ອງເປັນພົນລະເມືອງລາວ ທີ່ມີສຸຂະພາບກາຍ ແລະ ຈິດໃຈແຂງແຮງດີ.
- ກຳນົດອາຍຸ: ລະດັບປະລິນຍາຕີ ບໍ່ເກີນ 25 ປີ, ປະລິນຍາໂທ ບໍ່ເກີນ 35 ປີ ແລະ ປະລິນຍາເອກ ບໍ່ເກີນ 40 ປີ.
- ເອກະສານສຳຄັນປະກອບມີ: ຊີວະປະຫວັດຫຍໍ້ (ພາສາອັງກິດ), ສຳເນົາໜັງສືເດີນທາງ (Passport), ໃບຢັ້ງຢືນ ແລະ ຄະແນນພາສາອັງກິດ, ໃບຢັ້ງຢືນຜົນສຳເລັດວຽກງານຈາກກົມກອງ ຫຼື ໂຮງຮຽນ.
- ຕ້ອງມີໃບປະກາດ ແລະ ໃບຄະແນນວຸດທິການສຶກສາລະດັບສູງສຸດ (ແປເປັນພາສາອັງກິດ).
- ສຳລັບລະດັບປະລິນຍາເອກ ຕ້ອງມີໃບຢັ້ງຢືນຄວາມສາມາດໃນການເຮັດວິໄຈຈາກຄູທີ່ປຶກສາ ແລະ ໜັງສືສະເໜີຈຸດປະສົງການສະໝັກຮຽນ.
+ ນະໂຍບາຍທຶນການສຶກສາ ແລະ ວິທີການສະໝັກ:
- ລັດຖະບານອິນໂດເນເຊຍຈະເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍເຂົ້າໃນການສຶກສາ ແລະ ຄ່າໃຊ້ຈ່າຍອື່ນໆ ຕະຫຼອດໄລຍະການຮຽນ.
- ຜູ້ທີ່ສົນໃຈ ແລະ ມີເງື່ອນໄຂຄົບຖ້ວນ ສາມາດລົງທະບຽນສະໝັກຜ່ານລະບົບອອນລາຍນ໌ ໂດຍກົງທີ່ເວັບໄຊ: https://knb.kemdiktisaintek.go.id/ ເຊິ່ງຈະປິດຮັບສະໝັກໃນວັນທີ 31 ມີນາ 2026 ແລະ ຈະປະກາດຜົນການຄັດເລືອກໃນວັນທີ 19 ມິຖຸນາ 2026.
ຫາກຕ້ອງການສອບຖາມຂໍ້ມູນເພີ່ມຕື່ມ ສາມາດຕິດຕໍ່ພະນັກງານສະຖານທູດອິນໂດເນເຊຍ ປະຈຳ ສປປ ລາວ ໄດ້ທີ່ເບີ: 📲 020 5191 7878 (WhatsApp) (ທ່ານ ນາງ Meirani) ຫຼື 📲 020 7675 5866 (WhatsApp) (ທ່ານ Arief Tri Junisman).
ນອກຈາກນີ້, ຍັງສາມາດພົວພັນສອບຖາມມາຍັງ ຂະແໜງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ທີ່ເບີໂທ: 📲 020 9141 5959 (WhatsApp) ທ່ານ ອາທອນ ຊາມຸນຕຣີ.