
.

ຈຳນວນຜູ້ຈົບຊັ້ນທັງໝົດ 3,387 ຄົນ, ຍິງ 1,795 ຄົນ ເລີ່ມອອກໃບປະກາສະນີຍະບັດ ວັນທີ 14 ກໍລະກົດ 2025.
.
#ເອກະສານທີ່ຕ້ອງກະກຽມ
ຜູ້ທີ່ມີຈຸດປະສົງຈະມາພົວພັນຂໍອອກໃບປະກາດ ຕ້ອງກະກຽມເອກະສານດັ່ງນີ້:
1. ບັດເຂົ້າຫ້ອງສອບເສັງຕົ້ນສະບັບ ຫຼື ສຳເນົາ.
2. ຮູບຖ່າຍຕາມບັດເຂົ້າຫ້ອງສອບເສັງ ຈຳນວນ 3 ໃບ.
3. ໃບປະກາສະນີຍະບັດຈົບຊັ້ນ ມ.ຕົ້ນ ສະບັບແທ້ ຫຼື ສຳເນົາ.
.
#ໝາຍເຫດ
* ສຳລັບຜູ້ທີ່ຕ້ອງການໃບປະກາສະນີຍະບັດ ສະບັບພາສາລາວ ແລະ ພາສາອັງກິດ ພ້ອມກັນ, ຕ້ອງໄດ້ກະກຽມເອກະສານເພີ່ມເຕີມຄື:
- ສຳເນົາໜັງສືຜ່ານແດນ (Passport).
- ຮູບຖ່າຍ (ຕາມບັດເຂົ້າຫ້ອງສອບເສັງ) ເພີ່ມເປັນຈຳນວນ 7 ໃບ.
.
ສາມາດເຂົ້າມາຕິດຕໍ່ພົວພັນໄດ້ທີ່ຫ້ອງການປະຕູດຽວ ພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ.
📁 ເອກະສານຕິດຄັດ / ລິ້ງດາວໂຫຼດ (ຈາກ Facebook Comment):
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ