
ການລົງຢ້ຽມຢາມຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ, ທ່ານ ນາງ ເຣເບັກກ້າ ແມັກຮິວ (Rebecca McHugh) ຫົວໜ້າແຜນງານບີຄວາ (BEQUAL), ທ່ານ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ນາງ ຄຳມາພອນ ນະສະໄໝ ທີ່ປຶກສາວິຊາການດ້ານການສຶກສາ ທີມງານແຜນງານບີຄວາ, ຜູ້ອຳນວຍການໂຮງຮຽນ, ຄູອາຈານ ແລະ ນ້ອງນັກຮຽນ.
ຈຸດປະສົງຫຼັກຂອງການຢ້ຽມຢາມ ແມ່ນເພື່ອສະແດງໃຫ້ເຫັນເຖິງຜົນໄດ້ຮັບ ແລະ ຄຸນຄ່າການລົງທຶນຂອງແຜນງານບີຄວາ, ໂດຍສະເພາະແມ່ນ "ບົດຮຽນຝຶກເວົ້າພາສາລາວ" ແລະ ລະບົບ "ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD)" ເຊິ່ງເປັນປັດໄຈສຳຄັນໃນການຍົກລະດັບຄຸນນະພາບການສຶກສາ ແລະ ຊ່ວຍເຫຼືອຄູໃນເຂດຫ່າງໄກສອກຫຼີກ.

ໃນວາລະກອງປະຊຸມພົບປະ ທ່ານ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງອຸທຸມພອນ ໄດ້ຂຶ້ນລາຍງານສະພາບລວມຂອງການພັດທະນາການສຶກສາພາຍໃນເມືອງ. ຕໍ່ຈາກນັ້ນ ທ່ານ ນາງ ເມັດຄຳ ພູມປັນຍາ ຜູ້ອຳນວຍການໂຮງຮຽນປະຖົມນາເດື່ອ ໄດ້ລາຍງານກ່ຽວກັບສະພາບການຮຽນ-ການສອນ ພາຍໃນໂຮງຮຽນ ເຊິ່ງໂຮງຮຽນແຫ່ງນີ້ມີນັກຮຽນທັງໝົດ 103 ຄົນ ເປັນຊົນເຜົ່າບຣູ (ມະກອງ) 100% ແລະ ມີຄູສອນທີ່ເປັນຊົນເຜົ່າທັງໝົດ 3 ທ່ານ ຍິງ 3 ແລະ ຄູອາສາ 1 ທ່ານ ໂດຍມີການຈັດການຮຽນການສອນແບບຫ້ອງຄວບ ແລະ ເນັ້ນໜັກການນຳໃຊ້ບົດຮຽນຝຶກເວົ້າພາສາລາວ ເພື່ອຊ່ວຍນັກຮຽນຊົນເຜົ່າໃຫ້ມີພັດທະນາການທີ່ດີຂຶ້ນ.
ພະນະທ່ານ ນາງ ເມແກນ ຈອນສ ໄດ້ສອບຖາມກ່ຽວກັບ ຜົນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອ ວ່າເປັນແນວໃດ ແລະ ມີຈຸດໃດທີ່ຢາກປັບປຸງ ຕໍ່ຄຳຖາມດັ່ງກ່າວ ທ່ານ ນາງ ເມັດຄຳ ພູມປັນຍາ ຜູ້ອຳນວຍການໂຮງຮຽນ ໄດ້ຕອບວ່າ: "ການຈັດຕັ້ງປະຕິບັດໄດ້ຮັບຜົນດີຫຼາຍ, ເດັກນັກຮຽນມີຄວາມຫ້າວຫັນຢາກມາໂຮງຮຽນ, ສາມາດຝຶກເວົ້າພາສາລາວໄດ້ດີຂຶ້ນ, ມີຄວາມມ່ວນຊື່ນກັບການຫຼິ້ນເກມ ແລະ ກິດຈະກຳຕ່າງໆ"

ພ້ອມດຽວກັນນີ້ ທ່ານ ນາງ ເຣເບັກກີ້ ແມັກຮິວ ຫົວໜ້າແຜນງານບີຄວາ ກໍ່ໄດ້ຕັ້ງຄຳຖາມໃນລັກສະນະຄ້າຍຄືກັນກ່ຽວກັບສິ່ງທີ່ຕ້ອງການການສະໜັບສະໜູນຕື່ມ ເຊິ່ງທ່ານຜູ້ອຳນວຍການໂຮງຮຽນ ໄດ້ສະເໜີວ່າ: ຢາກໃຫ້ມີການຈັດຝຶກອົບຮົມຄູຕື່ມອີກ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການສອນໃຫ້ດີຂຶ້ນກວ່າເກົ່າ.
ທາງດ້ານ ພະນະທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ກໍ່ໄດ້ໃຫ້ຄວາມສົນໃຈຢ່າງເລິກເຊິ່ງຕໍ່ຜົນໄດ້ຮັບຂອງການລົງທຶນໃສ່ການສຶກສາ ໂດຍໄດ້ຕັ້ງຄຳຖາມເຈາະຈີ້ມ ກັບ ທ່ານຫົວໜ້າກົມແຜນການ ແລະ ທ່ານ ຮອງຫົວໜ້າຫ້ອງການສຶກສາເມືອງ ກ່ຽວກັບ "ຜົນໄດ້ຮັບຕົວຈິງຂອງໂຄງການ ເມື່ອທຽບໃສ່ການລົງທຶນ" ເຊິ່ງທາງຄະນະຮັບຜິດຊອບໄດ້ຊີ້ແຈງໃຫ້ເຫັນເຖິງ ການປ່ຽນແປງໃນທາງບວກ ເຊັ່ນ: ຜົນການປະເມີນນັກຮຽນ ໃນແຂວງສະຫວັນນະເຂດ ແລະ ຄຳມ່ວນ ມີຄະແນນປະເມີນພາສາລາວສູງກວ່າແຂວງອື່ນໆ ແລະ ນັກຮຽນ ປ.2 ປີ 2025 ມີທັກສະດີຂຶ້ນເມື່ອທຽບໃສ່ປີ 2024. ສິ່ງນີ້ຢັ້ງຢືນວ່າການສະໜັບສະໜູນງົບປະມານເຂົ້າໃນການພັດທະນາວິຊາຊີບຄູ ແລະ ການບໍລິຫານໂຮງຮຽນ ແມ່ນເປັນການລົງທຶນ ບໍ່ແມ່ນຄ່າໃຊ້ຈ່າຍ.

ຄະນະຜູ້ແທນ ຍັງໄດ້ເຂົ້າຮ່ວມສັງເກດການສອນຕົວຈິງ ຢູ່ຫ້ອງ ປ.1 ໃນຊົ່ວໂມງ ບົດຮຽນຝຶກເວົ້າພາສາລາວ, ເຂົ້າສັງເກດການສອນຫ້ອງຄວບ ປ.4-5 ຂອງ ທ່ານ ນາງ ໄພມະນີ ຊຸມພົນພັກດີ ແລະ ສັງເກດການໃຊ້ຫ້ອງອ່ານ ຂອງຫຼານນ້ອຍນັກຮຽນ ເຊິ່ງສ້າງຄວາມປະທັບໃຈໃຫ້ແກ່ຄະນະຜູ້ແທນ ທີ່ເຫັນນັກຮຽນມີຄວາມຫ້າວຫັນໃນຫ້ອງຮຽນ ແລະ ສົນໃຈເຂົ້າມາອ່ານໜັງສືໃນຫ້ອງອ່ານເປັນນຳນວນຫຼາຍ.
ຕອນທ້າຍຂອງພິທີ ທາງສະຖານທູດອົດສະຕຣາລີ ໄດ້ມອບອຸປະກອນການຮຽນ ແລະ ອຸປະກອນກິລາ ຈຳນວນໜຶ່ງ ໃຫ້ແກ່ທາງໂຮງຮຽນ ເພື່ອເປັນການສົ່ງເສີມການຮຽນຮູ້ຂອງນ້ອງນັກຮຽນ ໃຫ້ດີຍິ່ງຂຶ້ນ.