ການເລືອກຕັ້ງແມ່ນໜ້າທີ່ ແລະ ພັນທະຂອງພົນລະເມືອງລາວທຸກຄົນ. ຂໍເຊີນຊວນປະຊາຊົນບັນດາເຜົ່າ ຊາວແຂວງສະຫວັນນະເຂດ ອອກໄປໃຊ້ສິດປ່ອນບັດເລືອກຕັ້ງ ເພື່ອຄັດເລືອກເອົາບຸກຄະລາກອນທີ່ມີຄຸນສົມບັດ ແລະ ປະສົບການ ມາເປັນຕົວແທນຂອງພວກເຮົາ.
ຂໍເຊີນຊວນ ພໍ່ແມ່ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ຊາວເມືອງອາດສະພັງທອງ ທຸກທ່ານ ທີ່ມີສິດປ່ອນບັດເລືອກຕັ້ງ, ພ້ອມກັນອອກໄປໃຊ້ສິດເລືອກຕັ້ງ ເພື່ອເລືອກເອົາຕົວແທນທີ່ມີຄວາມຮູ້ຄວາມສາມາດ ເຂົ້າໄປເຮັດໜ້າທີ່ໃນສະພາປະຊາຊົນຂັ້ນແຂວງ.
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ອອກແຈ້ງການຢ່າງເປັນທາງການ ເພື່ອຊຸກຍູ້ ແລະ ເຊີນຊວນພະນັກງານ ຕະຫຼອດຈົນເຖິງນັກສຶກສາທົ່ວໄປ ທີ່ສົນໃຈພັດທະນາຄວາມຮູ້ຄວາມສາມາດ ເຂົ້າຮ່ວມສະໝັກຮັບທຶນການສຶກສາລັດຖະບານອົດສະຕຣາລີ (Australia Awards Scholarships - AAS) ສຳລັບການສຶກສາຕໍ່ໃນສົກປີ 2027.
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຈັດຊຸດເຝິກອົບຮົມການຂຽນບົດວິໄຈທາງການສຶກສາ ເພື່ອຍົກລະດັບວຽກງານວິຊາການ.
ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງສະຫວັນນະເຂດ ເນັ້ນໜັກການປຸກລະດົມເຂົ້າຮຽນ ແລະ ແກ້ໄຂບັນຫາການສຶກສາຢ່າງຮອບດ້ານ.
ເນື່ອງໃນໂອກາດວັນທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ໃນຕອນບ່າຍວັນທີ 9 ມັງກອນ 2026 ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງ ສັບຊ້ອນ ແລະ ໝູນວຽນໜ້າທີ່ຂອງພະນັກງານລັດຖະກອນ ພາຍໃນພະແນກ. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ມີບັນດາຄະນະພະແນກ, ຫົວໜ້າຂະແໜງກ...
ໃນຕອນບ່າຍວັນທີ 9 ມັງກອນ 2026 ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດພະນັກງານລັດຖະກອນ ອອກພັກການ-ຮັບອຸດໜູນບຳນານ ຢ່າງເປັນທາງການ. ໂດຍການເປັນປະທານຂອງ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍ ຄະນະພະແນກ, ຫົວໜ້າຂະແໜງການ ແລະ ພະນັກງານລັດຖະກອນພາຍໃ...
ເພື່ອເປັນການຜັນຂະຫຍາຍແຜນປະຕິບັດກິດຈະກຳວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຂອງແຜນງານບີຄວາ ໄລຍະ 2 ປະຈຳສົກຮຽນ 2025-2026 ໃນວັນທີ 7 ມັງກອນ 2026 ຜ່ານມານີ້ ຄະນະທີມງານຂອງ ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ນຳໂດຍ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍວິຊາການຂະແໜງພັດທະນາຄູ...
💐 ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢ່າງສຸດໃຈ 💐
ສິ້ນສຸດການລໍຄອຍ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ປະກາດຜົນສຳເລັດ ບັນຈຸຄູອາສາ 630 ຄົນ ເຂົ້າເປັນລັດຖະກອນ ປີ 2025. ພະແນກສຶກສາທິການ ແລະ ກິລາແຂວງ ສະຫວັນນະເຂດ ໄດ້ປະກາດຜົນສຳເລັດການຄັດເລືອກ ແລະ ບັນຈຸຄູອາສາສະໝັກ ເຂົ້າເປັນລັດຖະກອນໃໝ່ ປະຈຳປີ 2025 ຢ່າງເປັນທາງການ ຈຳນວນທັງໝົດ 630 ຄົນ (ຍິງ 461 ຄົນ).
ໃນວັນທີ 26 ທັນວາ 2025 ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດການແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບຊີວິດການເຄື່ອນໄຫວການປະຕິວັດ ຂອງປະທານ ໄກສອນ ພົມວິຫານ ແລະ ພາລະກິດປົດປ່ອຍຊາດ ຂຶ້ນຢ່າງເປັນທາງການ ທີ່ຫໍວັດທະນະທຳ ໄກສອນ ພົມວິຫານ ເພື່ອເປັນການສ້າງຂະບວນການຄຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຂອງຊາດ.