ໃນຕອນເຊົ້າຂອງວັນທີ 15 ພະຈິກ 2025 ທີ່ບ້ານພັກຊີເກມ ເຂດດົງໂດກ ນະຄອນຫຼວງວຽງຈັນ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ປະທານຄະນະຮັບຜິດຊອບຊີ້ນຳລວມ, ໄດ້ພົບປະໂອ້ລົມຄະນະນຳ, ຄູຝຶກ ແລະ ນັກກິລາແຂວງສະຫວັນນະເຂດ ທີ່ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII (Vientiane Games 2025).