ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ສະຫວັນນະເຂດ ຊຸດທີ II

===
ກອງປະຊຸມຈັດຂຶ້ນລະຫວ່າງວັນທີ 28 ຫາ 30 ກໍລະກົດ 2025 ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍມີບັນດາທ່ານ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ. ນອກຈາກນີ້, ຍັງມີບັນດາທ່ານການນຳພັກ-ລັດຂັ້ນແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມນຳອີກ.
.
ທ່ານ ອະນຸສອນ ສຸດທິວົງ ຮອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຂຶ້ນສະເໜີຈຸດປະສົງຂອງການສ້າງຮ່າງຂໍ້ຕົກລົງວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນສະຖານການສຶກສາ ທົ່ວແຂວງສະຫວັນນະເຂດ.
ຮ່າງຂໍ້ຕົກລົງດັ່ງກ່າວມີຈຸດປະສົງເພື່ອກໍານົດຫຼັກການ, ລະບຽບການ, ມາດຕະການ, ນະໂຍບາຍ, ຜົນຮ້າຍຂອງຢາເສບຕິດ, ການຄຸ້ມຄອງບໍລິຫານ ແລະ ຂໍ້ຫ້າມຕ່າງໆ ເພື່ອເຮັດໃຫ້ນັກຮຽນ, ນັກສຶກສາ, ພະນັກງານສຶກສາ-ກິລາ ແລະ ຄູ-ອາຈານປອດຈາກຢາເສບຕິດ.
.
ຮ່າງຂໍ້ຕົກລົງນີ້ປະກອບມີ 09 ໝວດ ແລະ 48 ມາດຕາ, ເຊິ່ງໄດ້ປັບປຸງເນື້ອໃນ ແລະ ເພີ່ມໝວດ, ມາດຕາ ຈາກ 8 ໝວດ 43 ມາດຕາ. ພາຍຫຼັງການນໍາສະເໜີ, ໄດ້ມີການເຈາະຈີ້ມ ແລະ ໃຫ້ທິດຊີ້ນຳໃນການປະກອບຄໍາເຫັນ, ຕິດຕາມດ້ວຍການປະກອບຄໍາເຫັນຈາກສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ). ຈາກນັ້ນ, ຄະນະຮັບຜິດຊອບສ້າງຮ່າງຂໍ້ຕົກລົງໄດ້ຂຶ້ນຊີ້ແຈງ ແລະ ສສຂ ໄດ້ລົງຄະແນນສຽງຮັບຮອງ ເຫັນດີ 47 ຈາກ 47 ທ່ານ.
ຂ່າວ/ພາບ: ພານຸມາດ ວົງພະຈັນ
ກວດແກ້: ທ່ານ ບຸນມີ ລັດຕະນະວົງ
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ
📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)
👉 ເລື່ອນເບິ່ງຊ້າຍ-ຂວາ